ຈີນ-ຣັດເຊຍ ສະເໜີ ສປຊ ຜ່ອນຜັນມາດຕະການຂວ້ຳບາດຕໍ່ ສປປ ເກົາຫຼີ

799

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານໃນ​ວັນ​ທີ 1 ພະ​ຈິກ 2021 ​ວ່າ: ຈີນ ແລະ ຣັດ​ເຊຍ​ ເຊິ່ງ​ເປັນ 2 ໃນ 5 ປະ​ເທດ​ທີ່​ເປັນ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ຄະ​ນະ​ມົນ​ຕີ​ຄວາມ​ໝັ້ນ​ຄົງ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (UNSC) ກຳ​ລັງ​ຮ່າງ​ມະ​ຕິ​ເພື່ອ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ ຄະ​ນະ​ມົນ​ຕີ​ຄວາມ​ໝັ້ນ​ຄົງ​ແຫ່ງ ສະ​ຫະ​ປະ​ຊາ​ຊາດ ເພື່ອ​ໃຫ້​ຢຸດ​ຕິ​ການ​ຂວ້ຳ​ບາດ​ຕໍ່ ສ​ປ​ປ ເກົາຫຼີ ເຊິ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຕໍ່​ປະ​ຊາ​ຊົນ ສ​ປ​ປ​ ເກົາຫຼີ ລວມ​ທັງ​ມາດ​ຕະ​ການ​ທີ່​ເຄີຍ​ສະ​ເໜີ​ເມື່ອ​ປີ 2019 ເຊັ່ນ: ການ​ຍົກ​ເລີກ​ມາດ​ຕະ​ການ​ຫ້າມ​ຊາວ ສ​ປ​ປ ເກົາຫຼີ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ແລະ ການ​ຍົກ​ເວັ້ນ​ໂຄງ​ການ​ພັດ​ທະ​ນາ​​ລະ​ບົບລາງ ແລະ ຖະ​ໜົນ​ຂອງ ສ​ປ​ປ ເກົາຫຼີ ອອກ​ຈາກ​ບັນ​ຊີ​ການ​ຂວ້ຳ​ບາດ.

ແນວ​ໃດ​ກໍ​ຕາມ ຂໍ້​ສະ​ເໜີ​ດັ່ງ​ກ່າວ ຈະ​ຕ້ອງ​ຜ່ານ​ການ​ເຫັນ​ດີ​ຈາກ​ປະ​ເທດ​ສະ​ມາ​ຊິກ​ຢ່າງ​ໜ້ອຍ 9 ປະ​ເທດ ແລະ ຕ້ອງ​ບໍ່​ມີ​ການ​ຄັດ​ຄ້ານ​ຈາກ​ສະ​ມາ​ຊິກ​ຖາ​ວອນ​ອີກ 3 ປະ​ເທດ ໄດ້​ແກ່ ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ອັງ​ກິດ ແລະ ຝ​​ຣັ່ງ.