ອິນເດຍ ປະກາດ ປ່ອຍອາຍພິດເຮືອນແກ້ວເປັນສູນ ພາຍໃນປີ 2070

401

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 2 ພະ​ຈິກ 2021 ວ່າ ທ່ານ ເຣນ​ທ​ຣາ ໂມ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ສັນ​ຍາ​ວ່າ ຈະຫຼຸດ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງ​ຈົນ​ໃຫ້​ເປັນ​ສູນ​ພາຍ​ໃນ​ປີ 2070 ເຊິ່ງ​ຖື​ວ່າ ຫຼ້າ​ຊ້າກວ່າ​ເປົ້າ​ໝາຍຫຼັກ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ (COP 26) ເຊິ່ງ​ໃຫ້​ປະ​ເທດ​ຕ່າງໆຫຼຸດ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງ​ໃຫ້​ເປັນ​ສູນ​ພາຍ​ໃນປີ 2050.

ເຖິງວ່າ ຄຳ​ປະ​ກາດ​ຂອງ​ນາ​ຍົກ​ອິນ​ເດຍ​ຈ​ະຫຼ້າ​ຊ້າກວ່າ​ເປົ້າ​ໝາຍ 20 ປີ ແຕ່​ກໍ​ຖື​ວ່າ ເປັນ​ຄັ້ງ​ທຳ​ອິດ​ທີ່​ອິນ​ເດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃນ​ປະ​ເດັນ​ດັ່ງ​ກ່າວ​ນີ້. ທັງ​ນີ້ ຜູ້​ນຳ​ທົ່ວ​ໂລກກວ່າ 120 ປະ​ເທດ ໄດ້​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ​ນີ້ ລວມ​ທັງ​ເຂົ້າ​ຮ່ວມ​ທາງ​ອອນ​ລາຍ ໄດ້​ປະ​ກາດ​ວ່າເປົ້າ​ໝາຍ​ທີ່​ຈະ​ຈັດ​ການ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ.

ທັງ​ນີ້ ສະ​ຫະ​ລັດ ແລະ ເອີ​ຣົບ ມີ​ແຜນຫຼຸດ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງ​ໃຫ້​ເປັນ​ສູນ​ພາຍ​ໃນ​ປີ 2050, ສ່ວນ​ຈີນມີ​ແຜນ​ໃຫ້​ເປັນ​ສູນ​ໃນ​ປີ 2060.