10 ເດືອນລັດຖະບານປະຕິບັດແຜນງົບປະມານໄດ້ 74% ຂອງແຜນປີ

370

ໃນ 10 ເດືອນຕົ້ນປີນັບແຕ່ເດືອນມັງກອນ ຫາຕຸລາ 2021 ລັດຖະບານສາມາດປະຕິບັດແຜນງົບປະມານໄດ້ 20.436 ຕື້ກີບ ເທົ່າກັບ 74% ຂອງແຜນການປີ ແລະ ຄາດໝົດປີຈະ ປະຕິບັດໄດ້ 26.957 ຕື້ກີບ ເທົ່າກັບ 98% ຂອງແຜນການປີ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 1 ພະຈິກ 2021 ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານໃນ 10 ເດືອນຂອງປີ 2021 ໂດຍອີງຕາມມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການດັດແກ້ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ສະບັບເລກທີ 13/ສພຊ, ລົງວັນທີ 4 ພະຈິກ 2020 ປະກອບມີ: ແຜນລາຍຮັບທັງໝົດ 27.629 ຕື້ກີບ; ໃນນັ້ນລາຍຮັບພາຍໃນ 25.209 ຕື້ກີບ, ລາຍຮັບຈາກການຊ່ວຍເຫຼືອ 2.420 ຕື້ກີບ ເຊິ່ງແຜນລາຍຈ່າຍທັງໝົດ 31.583 ຕື້ກີບ ແລະ ແຜນຂາດດຸນ: 3.955 ຕື້ກີບ ເທົ່າກັບ 2,17% ຂອງ GDP (ມູນຄ່າ GDP ເທົ່າກັບ 182.603 ຕື້ກີບ).

ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນ ນັບແຕ່ວັນທີ 1 ມັງກອນ ຮອດວັນທີ 29 ຕຸລາ 202 ສາມາດປະຕິບັດໄດ້ດັ່ງນີ້: ດ້ານລາຍຮັບ: ປະຕິບັດໄດ້ 20.436 ຕື້ກີບ ເທົ່າກັບ 74% ຂອງແຜນການປີ. ໃນນັ້ນ, ລາຍຮັບສູນກາງ 16.886 ຕື້ກີບ ເທົ່າກັບ 77% ຂອງແຜນການປີ ແລະ ທ້ອງຖິ່ນ 3.551 ຕື້ກີບ ເທົ່າກັບ 64% ຂອງແຜນການປີ ໂດຍລາຍຮັບພາຍໃນ ປະຕິບັດໄດ້ 17.934 ຕື້ກີບ ເທົ່າກັບ 71% ຂອງແຜນການປີ, ໃນນີ້ ລາຍຮັບພາສີ ແລະ ສ່ວຍສາອາກອນ 15.083 ຕື້ກີບ ເທົ່າກັບ 72% ຂອງແຜນການປີ; ລາຍຮັບບໍ່ແມ່ນພາສີ ແລະ ສ່ວຍສາອາກອນ 2.850 ຕື້ກີບ ເທົ່າກັບ 72% ຂອງແຜນການປີ; ລາຍຮັບຈາກການຊ່ວຍເຫຼືອປະຕິບັດໄດ້ 2.503 ຕື້ກີບ ເທົ່າກັບ 103% ຂອງແຜນການປີ.

ສ່ວນດ້ານລາຍຈ່າຍ: ປະຕິບັດໄດ້ 19.012 ຕື້ກີບ ເທົ່າກັບ 60% ຂອງແຜນການປີ. ໃນນັ້ນ, ສູນກາງປະຕິບັດໄດ້ 12.786 ຕື້ກີບ ເທົ່າກັບ 56% ຂອງແຜນການປີ ແລະ ທ້ອງຖິ່ນປະຕິບັດໄດ້ 6.225 ຕື້ກີບ ເທົ່າກັບ 72% ຂອງແຜນການປີ. ໃນນີ້, ລາຍຈ່າຍເງິນບໍລິຫານ ປະຕິບັດໄດ້ 13.652 ຕື້ກີບ ເທົ່າກັບ 64% ຂອງແຜນການປີ, ໂດຍໄດ້ສຸມໃສ່ບັນດາລາຍຈ່າຍທີ່ຈໍາເປັນຂອງພັກ ແລະ ລັດຖະບານ ໃຫ້ເຄື່ອນໄຫວໄດ້ເປັນປົກກະຕິ ເປັນຕົ້ນ: ລາຍຈ່າຍເງິນເດືອນ, ການຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ, ລາຍຈ່າຍຮັບໃຊ້ການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19; ລາຍຈ່າຍເງິນລົງທຶນທັງໝົດ ປະຕິບັດໄດ້ 5.360 ຕື້ກີບ ເທົ່າກັບ 52% ຂອງແຜນການ ແລະ ລາຍຈ່າຍລົງທຶນພາຍໃນ 1.539 ເທົ່າກັບ 40% ຂອງແຜນການປີ.

ດ້ານດຸ່ນດ່ຽງ: ສໍາລັບການລະດົມແຫຼ່ງທຶນ ເພື່ອມາດຸ່ນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 8.677 ຕື້ກີບ ເທົ່າກັບ 43% ຂອງແຜນການ. ນອກຈາກນັ້ນ ຍັງມີການທົດແທນຄືນຕົ້ນທຶນເງິນກູ້ຢືມພາຍໃນ ແລະ ຕ່າງປະທດ ຢູ່ແຫຼ່ງດຸ່ນດ່ຽງ ປະຕິບັດໄດ້ 7.253 ຕື້ກີບ ເທົ່າກັບ 44% ຂອງແຜນການປີ.

ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວຕື່ມອີກວ່າ: ຄາດຄະເນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໝົດປີ 2021 ດ້ານລາຍຮັບເຫັນວ່າຍັງມີຄວາມທ້າທາຍຫຼາຍສົມຄວນ ເມື່ອທຽບໃສ່ໄລຍະເວລາທີ່ຍັງເຫຼືອ, ແຕ່ເຖິງຢ່າງກໍຕາມ ກະຊວງການເງິນ ກໍໄດ້ມີຄວາມພະຍາຍາມ ໃນການປະສານສົມທົບກັບຂະແໜງການສູນກາງ ແລະ ທ້ອງຖິ່ນ ເພື່ອຕິດຕາມ, ຊຸກຍູ້ຈັດເກັບລາຍຮັບ ໃນຂອບເຂດທົ່ວປະເທດ ໂດຍສະເພາະການຂຸດຄົ້ນແຫຼ່ງລາຍຮັບໃໝ່ຈາກຂະແໜງບໍ່ແຮ່, ການລະດົມພາກທຸລະກິດເຂົ້າຮ່ວມຮຸ້ນໃນລັດວິສາຫະກິດ, ເງິນປັນຜົນເພີ່ມອີກຈໍານວນໜຶ່ງ ແລະ ອື່ນໆ, ຈຶ່ງສາມາດຄາດຄະເນ ລາຍຮັບຈະສາມາດປະຕິບັດໄດ້ ປະມານ 26.957 ຕື້ກີບ ເທົ່າກັບ 98% ຂອງແຜນການປີ.