ຄາດໝົດປີ 2021 ເສດຖະກິດລາວ ຈະຂະຫຍາຍຕົວໃນລະດັບ3%

910

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ພະຈິກ 2021 ກ່ຽວກັບການສະຫຼຸບຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໂດຍລະບຸວ່າ: ການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ທີ່ແຜ່ລະບາດເປັນວົງກວ້າງ ແລະ ແກ່ຍາວເວລາ ເຮັດໃຫ້ມີຈຳນວນຜູ້ຕິດເຊື້ອທັງໃນຊຸມຊົນ ແລະ ນຳເຂົ້າ ລວມທັງຜູ້ເສຍຊີວິດໄດ້ນັບມື້ນັບຫຼາຍຂຶ້ນ ສິ່ງເຫຼົ່ານີ້ໄດ້ສົ່ງຜົນກະທົບທັງທາງກົງແລະ ທາງອ້ອມຕໍ່ປະເທດເຮົາຢ່າງຫຼີກລ້ຽງບໍ່ໄດ້. ນອກຈາກນີ້, ຍັງມີຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ບັນຫາໜີ້ສິນສາທາລະນະ, ຄວາມສ່ຽງເກີດໄພພິບັດທາງທຳມະຊາດ ແລະ ການລະບາດຂອງພະຍາດຕາມລະດູການເຊິ່ງເປັນສິ່ງທ້າທາຍ ແລະ ກົດດັນຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນປີ 2021.

ດ້ານເສດຖະກິດມະຫາພາກ ການເຕີບໂຕເສດຖະກິດອີງໃສ່ຂໍ້ມູນ 9 ເດືອນ ສົມທົບໃສ່ປັດໃຈ, ທ່າອ່ຽງ ແລະ ທ່າແຮງບົ່ມຊ້ອນຕ່າງໆໃນໄລຍະ 3 ເດືອນທ້າຍປີ ຈຶ່ງຄາດຄະເນລວມຍອດຜະລິດຕະພັນພາຍໃນ (GDP) ໝົດປີ 2021 ຈະຂະຫຍາຍຕົວໃນລະດັບ 3,0% (ມະຕິສະພາ 4% ຂຶ້ນໄປ), ມີມູນຄ່າຕາມລາຄາປັດຈຸບັນເທົ່າກັບ 180.243 ຕື້ກີບ ສະເລ່ຍຕໍ່ຫົວຄົນ ເທົ່າກັບ 2.649 ໂດລາສະຫະລັດ ຂະນະທີ່ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນ ເທົ່າກັບ 2.479 ໂດລາ ໃນນີ້. ຂະແໜງກະສິກຳ ເພີ່ມຂຶ້ນ 2,5% ກວມເອົາ 16,7%, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 4,9% ກວມເອົາ 33,9%, ຂະແໜງບໍລິການ ເພີ່ມຂຶ້ນ 1,2% ກວມເອົາ 39,1% ແລະ ພາສີ-ອາກອນ ເພີ່ມຂຶ້ນ 2,8% ກວມເອົາ 10,4%.

ທັງນີ້, ຂະແໜງການທີ່ຄາດວ່າຈະຊຸກຍູ້ໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ແມ່ນຂະແໜງການກໍ່ສ້າງ ຂະຫຍາຍຕົວ 8,2%; ຂະແໜງຂ່າວສານ ແລະ ການສື່ສານຂະຫຍາຍຕົວ 6,3%; ຂະແໜງໄຟຟ້າ ຂະຫຍາຍຕົວ 4,5% ຍ້ອນໂຄງການເຂື່ອນໄຟຟ້າຂະໜາດໃຫຍ່ສາມາດຜະລິດກະແສໄຟຟ້າໄດ້ເກີນແຜນ ເປັນຕົ້ນ: ເຂື່ອນໄຟຟ້ານ້ຳເທີນ 2, ນ້ຳຊັນ 3A, ນ້ຳຊັນ 3B, ນ້ຳທາ 1 ແລະນໍ້າລີກ 1, ຂະແໜງການບໍ່ແຮ່ ຂະຫຍາຍຕົວ 1,4%; ຂະແໜງຂາຍຍົກ-ຂາຍຍ່ອຍ ແລະ ສ້ອມແປງພາຫະນະຂະຫຍາຍຕົວ 1,6%; ຂະແໜງບໍລິການເງິນ-ປະກັນໄພ ແລະ ຂະແໜງການຮັກສາສຸຂະພາບຂະຫຍາຍຕົວຂະຫຍາຍຕົວ 3% ແລະ 6,5% ຕາມລໍາດັບ.

ສ່ວນຂະແໜງການທີ່ກະທົບໃຫ້ການຂະຫຍາຍຕົວເສດຖະກິດບໍ່ບັນລຸຕາມແຜນ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແມ່ນຂະແໜງບໍລິການທີ່ພັກ ແລະ ຮ້ານອາຫານຫຼຸດລົງ -28,6% ເຊິ່ງເປັນຂະແໜງທີ່ໄດ້ຮັບຜົນກະທົບໂດຍກົງເຮັດໃຫ້ຮ້ານອາຫານ, ໂຮງແຮມຫຼາຍແຫ່ງໄດ້ຢຸດເຊົາການໃຫ້ບໍລິການ, ຂະແໜງການຂົນສົ່ງ ແລະ ສາງ ຫຼຸດລົງ -0,7% ສາເຫດຕົ້ນຕໍເນື່ອງຈາກມີການຢຸດໂຈະການຂົນສົ່ງໂດຍສານລະຫວ່າງແຂວງຕໍ່ແຂວງໃນໄຕມາດ 2 ແລະ ຍັງບໍ່ສາມາດກັບມາດຳເນີນການໄດ້ເປັນປົກກະຕິໃນໄຕມາດ 3 ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຂະແໜງຂົນສົ່ງ

ໂດຍສະເພາະທາງບົກ ແລະ ທາງອາກາດ, ເຖິງຢ່າງໃດກໍ່ຕາມການຂົນສົ່ງສິນຄ້າຍັງມີການດຳເນີນເຖິງວ່າບໍ່ຄ່ອງຕົວ ແລະ ການຂົນສົ່ງໂດນສານຄາດວ່າຈະດີຂຶ້ນໃນໄຕມາດ 4 ຍ້ອນມີການເປີດທາງລົດໄຟ ລາວ-ຈີນ, ຂະແໜງອຸດສະຫະກໍາປຸງແຕ່ງຜະລິດແຜ່ນແພ ແລະ ເຄື່ອງນຸ່ງຮົ່ມ ຄາດວ່າຂະຫຍາຍຕົວ 0,2% ເຊິ່ງໄຕມາດ2 ແລະ 3 ມີຫຼາຍໂຮງງານປິດຊົ່ວຄາວໃນໄລຍະມີການລະບາດຂອງພະຍາດ.