ສົມກັບແຮງເຊຍ ກີ້ ມະນີດາ ແໜ້ນຮວງມາລາ ໄດ້ຮອງອັນດັບ1 Miss Universe Laos 2021

1384

ໃນຄໍ່າຄືນຂອງວັນທີ 31ຕຸລາ 2021 ກໍ່ເປັນມື້ປະກາດຜົນຂອງສາວງາມຜູ້ຄອບຄອງມົງກຸດຈາກເວທີ Miss Universe Laos 2021 ແລະ ຜູ້ທີ່ໄດ້ຕໍາແຫນ່ງຮອງອັນດັບຫນຶ່ງຈາກເວທີອັນຊົງກຽດ ກໍ່ຄືສາວງາມເຄື່ອງຫນ້າເຫມືອນຟ້າປະທານເລີຍຄົນນີ້ ແຟນໆເຊຍຫນັກແຮງ ເພາະຫນ້າຕາແມ່ນໂດດເດັ່ນບໍ່ວ່າຈະແຕ່ງລຸກໃດ ກໍ່ງາມສະດຸດຕາໄປທຸກຢ່າງ ກີ້ ມະນີດາ ແໜ້ນຮວງມາລາ ໝາຍເລກ10 ປັດຈຸບັນອາຍຸ 26ປີ, ສ່ວນສູງ 170cm, ນໍ້າຫນັກ 50kg,ສັດສ່ວນ 32-24-34, ມາຈາກແຂວງສະຫວັນນະເຂດ ,ຈົບການສຶກສາລະດັບປະລິນຍາຕີ ຈາກມະຫາວິທະຍາໄລສະຫວັນນະເຂດ.

ກາຍເປັນຕໍານານນາງຮອງເລີຍກໍ່ວ່າກໍວ່າໄດ້ ເພາະຜ່ານມາກີ້ເຄີຍປະກວດນາງສາວອາພອນເຜົ່າ 2015 ສາມາດຄວ້າລາງວັນຮອງດັບ 1ໄດ້, ປະກວດປະຕິທິນ 2017 ຂອງບໍລິສັດຊີມັງລາວຕິດ 1ໃນ6 ຂອງການຖ່າຍປະຕິທິນ, ລ່າສຸດແມ່ນເຂົ້າປະກວດເວທີ Miss Lao 2018 ສາມາດຄວ້າລາງວັນຮອງອັນດັບ3ມາໄດ້ ຖືໄດ້ວ່າຜ່ານມາຫລາຍເວທີ ແລະ ປະສົບການແຫນ້ນຄົນນີ້.

ຄວາມໃຝ່ຝັນ ແລະ ແຮງພັກດັນທີ່ເຮັດໃຫ້ນ້ອງຄິດຢາກກ້າວສູ່ເວທີອັນສູງສຸດທີ່ແມ່ຍິງຫລາຍໆຄົນໃຝ່ຫານີ້ແມ່ນເວທີ MUL 2021 ສາມາດປ່ຽນຊີວິດຂອງແມ່ຍິງຄົນໜຶ່ງໄປຕະຫລອດການ ແລະ ຖ້າໄດ້ຮັບໂອກາດນ້ອງຢາກເຂົ້າຮ່ວມງານໃນວົງການບັນເທິງ

ຄະຕິປະຈຳໃຈ “ບຸກຄົນທີ່ບໍ່ເຄີຍເຮັດຜິດພາດ ຈະບໍ່ມີວັນໄດ້ຮຽນຮູ້ສິ່ງໃໝ່”, ຈຸດເດັ່ນຂອງມະນິດາ ຄື: ແວວຕາ, ສີຜິວ ຄວາມໝັ້ນໃຈ ແລະ ຄວາມເປັນເອກະລັກຂອງຕົວເອງ ແລະ ກ່ອນເຂົ້າປະກວດນີ້ ນ້ອງໄດ້ຮຽນຮູ້ການພັດທະນາຕົນເອງ ໃນດ້ານຮູບຮ່າງ, ໜ້າຕາ, ຜິວພັນ ແລະ ຍັງໄດ້ຮຽນຮູ້ປະສົບການຈາກລຸ້ນອ້າຍ, ລຸ້ນເອື້ອຍ ແລະ ຮຽນຮູ້ທາງສື່ອອນລາຍໃນການປະກວດໃນເວທີ່ຕ່າງໆນຳ.

ສໍາລັບ ວິໄສທັດຂອງສາວງາມຄົນນີ້ແມ່ນ ເປັນຄົນມີເປົ້າຫມາຍທີ່ຊັດເຈນ ແລະ ມຸ່ງຫມັ້ນກັບສິ່ງທີ່ຕັ້ງໃຈໄວ້ໃຫ້ເກີດຜົນສໍາເລັດ ແລະ ເປົ້າຫມາຍສູງສຸດແມ່ນ ການມີທຸລະກິດເປັນຂອງໂຕເອງທີ່ສາມາດຫາລ້ຽງໂຕເອງ ແລະ ຄອບຄົວໄດ້.

ເຖິງນ້ອງຈະບໍ່ໄດ້ຕຳແໜ່ງອັນສູງສຸດ ແຕ່ກໍ່ໄດ້ໃຈແຟນໆນາງງາມໄປເຕັມໆ ສາມາດສະຫນັບສະຫນູນ, ຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆ ຂອງນ້ອງຕໍ່ໆໄປໄດ້ ຜ່ານທາງ ເຟສບຸກສ່ວນຕົວ Manida Nenhouangmala ຮອງອັນດັບຫນຶ່ງ Miss Universe Laos 2021.

ຮູບ: Manida Nenhouangmala