ມັນຕົ້ນ-ສາລີ ສອງສິນຄ້າຫຼັກທີ່ສ້າງລາຍຮັບສູ່ປະຊາຊົນເມືອງປາກລາຍ

1095

ສຳລັບກະສິກຳ ໂດຍສະເພາະການປູກຝັງລ້ຽງສັດ ແມ່ນພື້ນຖານຂອງຄົນລາວຢູ່ແລ້ວ ຍິ່ງປັດຈຸບັນນີ້ຕະຫຼາດກວ້າງຂຶ້ນ, ການຂົນສົ່ງມີຫຼາຍທາງເລືອກ ເຮັດໃຫ້ການຜະລິດກະສິກຳເປັນສິນຄ້າຢູ່ເມືອງປາກລາຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະການປູກມັນຕົ້ນ ແລະສາລີ.

ທ່ານ ສຸລິຈັນ ສີປະມວນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງປາກລາຍ, ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ຂະບວນຜະລິດເປັນສິນຄ້າ ແລະ ການຄໍ້າປະກັນສະບຽງອາຫານຢູ່ເມືອງປາກລາຍ ແຂວງໄຊຍະບູລີ ນັບມື້ເປັນຂະບວນກວ້າງຂວາງ

ໃນນີ້ ການປູກເຂົ້າມີເນື້ອທີ່ແຜນການທັງໝົດ 6.900 ເຮັກຕາ ປະຕິບັດໄດ້ 6.796,65 ເຮັກຕາ ເທົ່າກັບ 98,50% ຂອງແຜນການປີ, ການປູກພືດສະບຽງອາຫານ: ມີເນື້ອທີ່ 629 ເຮັກຕາ ປະຕິບັດໄດ້ 562,66 ເຮັກຕາ ເທົ່າກັບ 89,45% ຂອງແຜນການປີ, ການປູກພືດເປັນສິນຄ້າ: ແຜນການທັງໝົດ 36.516 ຮຕ ປະຕິບັດໄດ້ 32.025,72 ຮຕ ເທົ່າກັບ 87,70% ຂອງແຜນການປີ ໃນນີ້ເດັ່ນ ແລະ ສ້າງລາຍຮັບໃຫ້ປະຊາຊົນສູງກວ່າໝູ່ແມ່ນມັນຕົ້ນ 24.256,98 ເຮັກຕາ, ຮອງລົງມາແມ່ນສາລີແຂງ 4.744,93 ເຮັກຕາ.

ປັດຈຸບັນແມ່ນໄດ້ເອົາໃຈໃສ່ຊຸກຍູ້ການລ້ຽງສັດ, ການຜະລິດຊີ້ນ-ປາ ເພື່ອຕອບສະໜອງການບໍລິໂພກພາຍໃນ ແລະ ສົ່ງອອກ, ທົ່ວເມືອງມີຄອບຄົວຜະລິດລູກໝູ 6 ຄອບຄົວເພີ້ມຂຶ້ນ 5 ຄອບຄົວ, ຜະລິດລູກໝູໄດ້ 900 ໂຕ, ລ້ຽງໄກ່ພັນໄຂ່ 2 ຄອບຄົວ ຜະລິດໄຂ່ໄດ້ 3.313 ໜ່ວຍ/ວັນ, ລ້ຽງໝູເປັນສິນຄ້າ 13 ຄອບຄົວ, ລ້ຽງສັດໃຫຍ່ປະເພດງົວ-ຄວາຍ 5 ຄອບຄົວ, ປະສົມພັນປາ 3 ຄອບຄົວ, ລ້ຽງປາກະຊັງ 1 ຄອບຄົວມີປາ 200.000 ໂຕ, ຄອບຄົວປູກຫຍ້າອາຫານສັດ 9 ຄອບຄົວ ເນື້ອທີ່ 387 ເຮັກຕາ, ປະຈຸບັນ ທົ່ວເມືອງມີສັດລ້ຽງທັງໝົດ 552,437 ໂຕ.

ສ່ວນດ້ານການສົ່ງອອກ ທ່ານ ວານິສາ ສຸນາເຄນ ທ່ານຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງປາກລາຍ ໃຫ້ຮູ້ວ່າ: ດ້ານອຸດສາຫະກໍາ-ການຄ້າ ມູນຄ່າການຜະລິດດ້ານອຸດສາຫະກໍາ-ຫັດຖະກໍາ ປະຕິບັດໄດ້ 325,84 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 89,51%, ທຽບໃສ່ເວລາດຽວກັນຂອງປີຜ່ານມາເພີ້ມຂຶ້ນ 11,85%, ມູນຄ່າການຈໍາຫນ່າຍຜະລິດຕະພັນດ້ານອຸດສາຫະກໍາ-ຫັດຖະກໍາ ປະຕິບັດໄດ້ 390,37 ຕື້ກີບ, ເທົ່າກັບ 96,01% ຂອງແຜນການປີ, ທຽບໃສ່ເວລາດຽວກັນຂອງປີຜ່ານມາເພີ້ມຂຶ້ນ 17,03%. ການຂະຫຍາຍຕົວຂອງຫົວໜ່ວຍທຸລະກິດເພີ້ມຂຶ້ນ 47 ຫົວໜ່ວຍ, ທຽບໃສ່ເວລາດຽວຂອງປີຜ່ານມາຫຼຸດລົງ 25,40%