ລາຍລະອຽດຜູ້ເສຍຊີວິດໃໝ່ 3 ກໍລະນີ, ໃນນັ້ນມີໄວໜຸ່ມອາຍຸ 23 ປີ

1139

ມາຮອດວັນທີ 1 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 41.829 ຄົນ, ເສຍຊີວິດສະສົມ 70 ຄົນ (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 572 ຄົນ, ກໍາລັງປິ່ນປົວ 7.695 ຄົນ.
ສໍາລັບຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້

1 ຜູ້ທີ 1 ເພດຊາຍ, ອາຍຸ 23 ປີ, ສັນຊາດ: ລາວ, ບ້ານໂນນແຕ້, ເມືອງໄຊທານີ, ນະຄອນຫລວງວຽງຈັນ
ຢູ່ສະຖານທີຄຸມຂັງຊົ່ວຄາວ ເມືອງໄຊເສດຖາ, ວັນທີ 29 ຕຸລາ 2021 ຜູ້ກ່ຽວມີອາການລ່ອຍ, ຈ່ອຍຜ່ອມ ແລະ ຈືດມ້ານ ໄດ້ເກັບຕົວຢ່າງ ແລະ ຜົນກວດພົບເຊື້ອພະຍາດໂຄວິດ-19 ແລະ ໄລຍະເວລາປີ່ນປົວ ນັບແຕ່ວັນທີ 29 ຕຸລາ – 01 ພະຈິກ 2021 ເປັນເວລາ 04 ມື້; ວັນທີ 01 ພະຈິກ 2021 ເວລາ 16:00 ໂມງ ຜູ້ກ່ຽວ ໄດ້ເສຍຊີິວິດ

2 ຜູ້ທີ 2 ເພດຊາຍ, ອາຍຸ 73 ປີ, ບ້ານພູຄຳ, ເມືອງກາສີ, ແຂວງວຽງຈັນ
ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ (ເຄີຍເສັ້ນເລືອດໃນສະໝອງແຕກ ຫາກໍ່ພັກຟຶ້ນ ແລະ ເລີ່ມຊ່ວຍເຫລືອຕົນເອງໄດ້ 3 ເດືອນ) ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19


ວັນທີ 01 ພະຈິກ 2021: ຜູ້ກ່ຽວມາໂຮງຫມໍເມືອງກາສີ ດ້ວຍອາການ ອິດເມື່ອຍ, ແຂນຂາອ່ອນແຮງ ເປັນໄດ້ 3 ມື້ ແລະ ໄອເລັກນ້ອຍ ຈຶ່ງໄດ້ກວດຊອດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19. ເວລາ 21:00 ໂມງ ຄົນເຈັບມີອາການຊ໋ອກ, ແພດໝໍພະຍາບານໄດ້ເຊີດຊູຄົນເຈັບ ແລະ ນຳສົ່ງໄປຍັງສູນໂຄວິດໂພນໂຮງ. ໃນໄລຍະເຄື່ອນຍ້າຍຄົນເຈັບຂື້ນລົດ ໄດ້ເຊີດຊູອີກ 1 ຄັ້ງ ໃນລົດ. ເວລາ 23:45 ໂມງ ມາຮອດສູນໂຄວິດໂພນໂຮງ ຄົນເຈັບໄດ້ເສຍຊີວິດລົງ.

3 ຜູ້ທີ 3 ເພດຊາຍ, ອາຍຸ 82 ປີ, ອາຊີບ ປະຊາຊົນ, ບ້ານດົງປ່າແຫລບ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ
ວັນທີ 2 ພະຈິກ 2021 ຜູ້ກ່ຽວ ເຂົ້າມາກວດໂຮງໝໍມິດຕະພາບ ດ້ວຍອາການບໍ່ໄດ້ສະຕິ ພ້ອມທັງ ເກັບຕົວຢ່າງມາກວດພະຍາດໂຄວິດ-19 ແລະ ໃຫ້ຜົນບວກ. ເວລາ 1:30 ໂມງເຊົ້າ ຂອງວັນທີ 02 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ (ຜູ້ກ່ຽວເສຍຊີວິດ ກ່ອນມາໂຮງໝໍ)