ສປ ຈີນ ກຳລັງປະເຊີນກັບຈຳນວນປະຊາກອນສູງອາຍຸ ເພີ່ມຂຶ້ນຢ່າງໄວວາ

394

ດັ່ງທີ່ຮູ້ກັນດີວ່າ ປະເທດ ຈີນ ແມ່ນມີຈຳນວນປະຊາກອນເປັນອັນດັບຕົ້ນໆຂອງໂລກ ແລະກໍຈຳກັດການມີລູກບໍ່ໃຫ້ເກີນສອງຄົນສຳລັບຄູ່ສົມລົດໃດໜຶ່ງ ເຊິ່ງນັ້ນໄດ້ໄດ້ກາຍເປັນສາເຫດໃຫ້ ສປ ຈີນໃນຕອນນີ້ກຳລັງປະເຊີນໜ້າກັບຈຳນວນປະຊາກອນສູງອາຍຸທີ່ເພີ່ມຂຶ້ນເປັນຈຳນວນຫຼາຍ.

ລັດຖະບານຈີນ ອອກລາຍງານວ່າດ້ວຍປະຊາກອນທີ່ສູງອາຍຸເພີ່ມຂຶ້ນຢ່າງໄວວາພາຍໃນປະເທດ ສະບັບຫຼ້າສຸດ ປະມວນຜົນກັບການສຳຫຼວດ ສຳມະໂນປະຊາກອນລະດັບຊາດຄັ້ງຫຼ້າສຸດນີ້ ພົບວ່າ: ຈີນນັ້ນແມ່ນກຳລັງປະເຊີນໜ້າກັບຈຳນວນປະຊາກອນສູງອາຍຸເພີ່ມຂຶ້ນຢ່າງວ່ອງໄວ.

ໃນທ້າຍປີ 2020 ທີ່ຜ່ານມານີ້ ຈີນມີປະຊາກອນອາຍຸປະມານ 60 ປີຂຶ້ນໄປສູງເຖິງ 264 ລ້ານຄົນຄິດເປັນ 18,7% ຂອງປະຊາກອນທັງໝົດ ເຊິ່ງສັດສ່ວນ ຫຼື ຕົວເລກນີ້ແມ່ນເພີ່ມຂຶ້ນ 5,44 ຈຸດຈາກ 10 ປີທີ່ແລ້ວ.
ພູມີພາກລະດັບມົນທົນ 31 ແຫ່ງຂອງຈີນແຜ່ນດິນໃຫຍ່ມີເຖິງ 16 ແຫ່ງທີ່ມີປະຊາກອນອາຍຸ 65 ປີຂຶ້ນໄປ ແລະ ສູງເກີນກວ່າ 5 ລ້ານຄົນ, ມີເຖິງ 6 ແຫ່ງທີ່ມີປະຊາກອນອາຍຸ 65 ປີຂຶ້ນໄປ ຫຼາຍກວ່າ 10 ລ້ານຄົນ ( ເຊິ່ງວ່າຂໍ້ມູນນີ້ແມ່ນຜົນການປະເມີນທ້າຍເດືອນຕຸລາທີ່ຜ່ານມາ)

ຄະນະກຳມະການແຫ່ງຊາດຂອງຈີນ ດ້ານຜູ້ສູງອາຍຸຄາດການວ່າ ປະຊາກອນສູງອາຍຸຂອງຈີນ ຈະຍັງເຕີບໂຕຢ່າງວ່ອງໄວໃນຊ່ວງແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດໃນໄລຍະ 5 ປີຄື 2021-2025. ນັ້ນໝາຍຄວາມວ່າຈໍານວນຂອງຜູ້ສູງອາຍຸຍັງຈະເພີ່ມຂຶ້ນອີກ 53 ລ້ານຄົນໃນຊ່ວງເວລາ 5 ປີ ເຊິ່ງວ່າຕົວເລກນີ້ແມ່ນສະເລ່ຍຫຼາຍກວ່າ 10 ລ້ານຄົນຕໍ່ປີ.