ປາຣີສ ກຽມພິຈາລະນາຍົກເລີກສັນຍາກັບ ຣາມອສ ເພາະເຈັບດົນເຖິງ 3 ເດືອນ

493

ປາຣີສ ແຊງແຊກແມງ ສະໂມສອນຍັກໃຫຍ່ໃນລີກເອິງ ຝຣັ່ງ ກຽມພິຈາລະນາຍົກເລີກສັນຍາກັບ ເຊຄິໂອ ຣາມອສ ກອງຫຼັງປະສົບການສູງ ເພາະມີບັນຫາບາດເຈັບຍາວນານເຖິງ 3 ເດືອນ ເຊິ່ງເຂົ້າມາຮ່ວມທີມແບບບໍ່ມີຄ່າຕົວໃນລະດູການທີ່ຜ່ານມາ, ແຕ່ຍັງບໍ່ໄດ້ລົງສະໜາມແມ່ນແຕ່ນັດດຽວ.

ຣາມອສ ປັດຈຸບັນອາຍຸ 35 ປີເຊັນສັນຍາກັບ ປາຣີສ 2 ປີ ເຊິ່ງກ່ອນໜ້ານີ້ລົງຫຼິ້ນນັດຫຼັງສຸດຕອນຢູ່ກັບ ຣີລ ມາດຣິດ ໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຮອບຮອງຊະນະເລີດ ນັດທີ 2 ທີ່ພົບກັບ ເຊລຊີ ເມື່ອວັນທີ 5 ພຶດສະພາ 2021.

ຈົນຫຼ້າສຸດ ເລີ ປາຣິຊຽນ ໜັງສື່ພິມທີ່ມີຊື່ສຽງຂອງຝຣັ່ງ ລາຍງານວ່າ: ປາຣີສ ພ້ອມປ່ອຍ ຣາມອສ ອອກຈາກທີມ ຖ້າຫາກສະພາບຮ່າງກາຍຍັງບໍ່ພ້ອມລົງສະໜາມ.