ສະເໜ່ທີ່ມີມາຕັ້ງແຕ່ເກີດຂອງຄົນທີ່ເກີດທັງ 12 ລາສີ

291

ທຸກຄົນຍ່ອມມີຈຸດເດັ່ນ, ພອນສະຫວັນ ແລະ ພອນສະແຫວງທີ່ແຕກຕ່າງກັນໄປ ແລະ ໃນເລື່ອງຂອງສະເໜ່ທີ່ບໍ່ສາມາດກໍານົດໄດ້ເລີຍວ່າຄົນນີ້ງາມ, ຄົນນີ້ໜ້າຮັກກວ່າໃຜ ຂຶ້ນກັບຄົນທີ່ຈະມອງເບິ່ງ ໂດຍອີງຕາມຄໍາທໍານາຍໄວ້ຈາກໝໍ ຊ້າງ ໝໍດູດວງດັງຂອງປະເທດເພື່ອນບ້ານໄທ ໃຫ້ໄຜີຍຂໍ້ມູນວ່າ ຄົນທີ່ເກີດທັງ 12 ລາສີ ມີສະເໜ່ທີ່ຕິດໂຕມາຕັ້ງແຕ່ເກີດຕາມນີ້

1 ຄົນທີ່ເກີດລາສີມັງກອນ ຄືຄົນທີ່ເກີດລະຫວ່າງວັນທີ 15 ມັງກອນ-12 ກຸມພາ ມີສະເໜ່ ແລະ ຈຸດພິເສດຄື ເປັນທີ່ພຶງພາໄດ້ ແລະ ເປັນທີ່ປຶກສາໄດ້ທຸກເລື່ອງ ຈຶ່ງເຮັດໃຫ້ມີຄົນເຂົ້າຫາຫຼາຍ
2 ຄົນທີ່ເກີດລາສີກຸມພາ ຜູ້ທີ່ເກີດລະຫວ່າງ 13 ກຸມພາ-14 ມີນາ ເປັນຄົນທີ່ມີທັດສະນະຄະຕິບວກ, ເບິ່ງໂລກໃນແງ່ດີສະເໝີ ເວລາທີ່ໃຜຢູ່ໃກ້ກໍຈະຮູ້ສຶກດີ
3 ຄົນທີ່ເກີດລາສີມີນາ ຄືຜູ້ທີ່ເກີດລະຫວ່າງວັນທີ 15 ມີນາ-13 ເມສາ ສະເໜ່ຂອງຄົນທີ່ເກີດລາສີນີ້ ເປັນຄົນໃຈບຸນ, ຊ່ວຍຫຼືອທຸກຄົນໄດ້ຢູ່ສະເໝີ

4 ຄົນທີ່ເກີດລາສີເມສາ ຜູ້ທີ່ເກີດລະຫວ່າງວັນທີ 14 ເມສາ-15 ພຶດສະພາ ເປັນຄົນຈິງໃຈ, ຮັກໝູ່ເພື່ອນ
5 ຄົນທີ່ເກີດລາສີພຶກສົກ ຜູ້ທີ່ເກີດລະຫວ່າງວັນທີ 15 ພຶກໍດສະພາ-14 ມິຖຸນາ ເປັນຄົນທີ່ແຕ່ງກິນແຊບ, ເມື່ອໃຜໄດ້ລອງຊິມ ຫຼື ກິນເປັນຕ້ອງຕິດໃຈ
6 ຄົນທີ່ເກີດລາສີມິຖຸນາ ຜູ້ທີ່ເກີດລະຫວ່າງວັນທີ 15-16 ກໍລະກົດ ເປັນຄົນທີ່ມະນຸດສໍາພັນດີ, ເປັນມິດກັບຄົນອ້ອມຕົວ
7 ຄົນທີ່ເກີດລາສີກໍລະກົດ ຜູ້ທີ່ເກີດລະຫວ່າງວັນທີ 17 ກໍລະກົດ-16 ສິງຫາ ເປັນຄົນຮັກຄອບຄົວ, ຈິດໃຈມີເມດຕາ

8 ຄົນທີ່ເກີດລາສີສິງຫາ ຜູ້ທີ່ເກີດລະຫວ່າງວັນທີ 17 ສິງຫາ-16 ກັນຍາ ເປັນຄົນທີ່ຮັກສາຄໍາເວົ້າ, ຄໍາໃດຄໍານັ້ນ
9 ຄົນທີ່ເກີດລາສີກັນຍາ ຜູ້ທີ່ເກີດລະຫວ່າງວັນທີ 17 ກັນຍາ-17 ຕຸລາ ເປັນຄົນທີ່ ມັກຫ່ວງໃຍ, ເອົາໃຈໃສ່ຄົນຮອບຂ້າງໄດ້ດີ
10 ຄົນທີ່ເກີດລາສີຕຸລາ ເກີດລະຫວ່າງວັນທີ 18 ຕຸລາ-16 ພະຈິກ ເປັນຄົນທີ່ອ່ອນນ້ອມ, ທ່ອມຕົນ ເຂົ້າກັບຄົນອື່ນໄດ້ດີ
11 ຄົນທີ່ເກີດລາສີພະຈິກ ເກີດລະຫວ່າງວັນທີ 17 ພະຈິກ-15 ທັນວາ ເປັນຄົນທີ່ຊື່ສັດ, ຈິງໃຈ ທຸ່ມເທໃນທຸກເລື່ອງ

12 ຄົນທີ່ເກີດລາສີທັນວາ ເກີດລະຫວ່າງວັນທີ 16 ທັນວາ-14 ມັງກອນ ເປັນຄົນທີ່ມັກສ້າງຮອຍຍິ້ມ, ສຽງຫົວໃຫ້ຄົນອ້ອມຂ້າງ
ອ່ານເບິ່ງແລ້ວຖືກກັບຄົນເອງ ແລະ ຄົນອ້ອມຂ້າງຫຼືບໍ່ທຸກຄົນ ແຕ່ເຖິງຢ່າງໃດນີ້ກໍເປັນຄໍາທໍານາຍ ແລະ ຄວາມເຊື່ອຖືສ່ວນບຸກຄົນເທົ່ານ້້ນ

ຈາກ: ໝໍຊ້າງ