ຫຼາຍຄົນຖ້າຕິດຕາມ ຜົນງານເພງໃໝ່ ທີມລູກເຂີຍໃສ່ມອງ “ຢາກເຂົ້າປະຕູວິວາ” ໄດ້ພໍ່ຄ້າໜຸ່ມ ວິນ ແລະ ສາວ ນ້ອງ ສະແດງເອັມວີໃຫ້

2819

ກຽມຊົມບົດບາດໃໝ່ຂອງພໍ່ຄ້າຄົນຫຼໍ່ ໜຸ່ມ ວິນ ທີ່ ຄວງແຂນສາວ ພຸດທະສອນ ດາລານັກສະແດງ ເຂົ້າວິວາ ໃນເອັມວີເພງໃໝ່ ຢາກເຂົ້າປະຕູວິວາ ທີ່ຍັງບໍ່ທັນເຜີຍວ່າມີໃຜຮ້ອງຮ່ວມແນ່ ແຕ່ພໍຮູ້ວ່າເປັນຂອງທີມລູກເຂີຍໃສ່ມອງ ກຸ້ມສິນລະປິນໄວ້ໜຸ່ມສຽງດີ ມີຄວາມສາມາດດ້ານການຮ້ອງ, ປະດິດແຕ່ງເພງທີ່ມີຍອດວິວ 100 ລ້ານວິວມແລ້ວຫຼາຍເພງ

ຫຼ້າສຸດໜຸ່ມ ໂສພານາ, ແບກຶ, ເຈມຢູໂນ ແລະ ນ້ອງກູດ ກໍໄດ້ໂພສຕົວຢ່າງເພງ ທັງຮູບ ແລະ ວິດີໂອບາງສ່ວນ ່ຽວກັບຜົນງານເພງງໃໝ່ ຄືເພງ ຢາກເຂົ້າປະຕູວິວາ ທີ່ຈະປ່ອຍໃນວັນທີ 5 ພະຈິກ 2021 ຫຼາຍຄົນແມ່ນຖ້າຕິດຕາມ ແລະ ລຸ້ນນໍາກັນວ່າເພງນີ້ຈະໄດ້ 100 ລ້ານວິວອີກເພງຫຼືບໍ່

 

ເພງທີ່ວ່ານີ້ຄືເພງ ຢາກເຂົ້າປະຕູວິວາ ທີ່ໄດ້ ໜຸ່ມ ວິນ ພໍ່ຄ້າຄົນຫຼໍ່ໃນບຸນ ( ອາຍຸ 23 ປີ ຮຽນຈົບຈາກມະຫາວິທະຍາໄລແຫ່ງຊາດ ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ (IT)) ມາຮັບບົດບາດການສະແດງເປັນພະເອກເອັມວີ ແລະ ໄດ້ ສາວ ນ້ອງ ພຸດທະສອນ ນັກສະແດງເອັມວີ, ຄົນດັງໃນວົງການບັນເທີງ ມາສະແດງຄູ່ກັນ

ສວມໃສ່ຊຸດເຈົ້າບາວເຈົ້າສາວ ເຂົ້າພາຂວັນທີ່ເຫັແລ້ວນຶກວ່າງານວິວາແທ້ ເຊິ່ງເພງນີ້ກໍກຽມຮັບຟັງ. ຮັບຊົມໄດ້ເລີຍໃນວັນທີ 5 ພະຈິກ 2021 ນີ້

ບອກເລີຍວ່າສໍາລັບໜຸ່ມ ວິນ ຕອນນີ້ຈາກພໍ່ຄ້າສູ່ພະເອກ MV ຄັ້ງທໍາອິດຂອງໜຸ່ມວິນເລີຍ

Win William ແລະ ເພຈ: Vergin90
FB: Nong Phouthasone