5 ຢ່າງທີ່ທຸກຄົນອາດຍັງບໍ່ຮູ້ກັບ Miss Universe Laos 2021 ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ

1412

ກ່ອນອື່ນຕ້ອງຂໍສະແດງຄວາມຍິນດີກັບສາວງາມຄົນນີ້ເລີຍ ທີ່ສາມາດຜ່ານຜ່າອຸປະສັກຫລາຍໆຢ່າງ ແລະ ໃຊ້ຄວາມຮູ້ຄວາມສາມາດທີ່ມີເອົາຊະນະໃຈທຸກຄົນລວມທັງຄະນະກໍາມະການ, ຈົນສາມາດນໍາມົງກຸດອັນຊົງກຽດຈາກເວທີ Miss Universe Laos 2021 ມາຄອບຄົງໄດ້ສຳເລັດ. ສາວຄົນນີ້ຄື ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ຜູ້ເປັນເຈົ້າຂອງມົງກຸດຄົນທີ 5 ຂອງເວທີນາງງາມຈັກກະວານລາວ.

ເຈນນີ ຕົ້ນຄໍາ ພົນຈັນເຮືອງ Miss Universe Laos 2021 ຄົນຫຼ້າສຸດນີ້ ແລະ ມີດີກຣີກໍບໍ່ທໍາມະດາເລີຍ ເຄີຍເປັນເຈົ້າຂອງມົງກຸດອັນຊົງຄຸນຄ່າ ຈາກເວທີ Miss World Laos 2017ມາແລ້ວ ແລະ ໃນຕອນນັ້ນທີ່ເຈນນີ້ໄດ້ເປັນຕົວແທນຂອງລາວໃນເວທີສາກົນກໍ່ເຮັດຜົນງານໄດ້ດີສົມຄວນ ແລະ ນີ້ຄືມົງທີ 2 ຂອງສາວຄົນນີ້ ເປັນອີກຫນຶ່ງຄົນທີ່ແຟນໆເຊຍມາໂດຍຕະຫລອດ ເພາະສາວຄົນນີ້ມີໄຫວພິບ ແລະ ຕອບຄຳຖາມດີ, ຄ່ອງແຄ່ວ ຄວາມສາມາດຮອບດ້ານ ສົມແລ້ວທີ່ຈະກ້າວໄປຈັກກະວານໃນເວທີສາກົນ.

ມື້ນີ້ເຮົາມາຮູ້ຈັກກັບ 5 ຢ່າງຂອງສາວ ເຈນນີ້ ຕົ້ນຄຳ ພົນຈັນເຮືອງກັນດີກວ່າ

ເຈນນີ້ ຕົ້ນຄຳ ພົນຈັນເຮືອງ ເປັນລູກຊອດລາວ-ຫວຽດນາມ ແລະ ເກີດຢູ່ໃນຄອບຄົວແມ່ຄ້າ ເພາະແມ່ເປັນແມ່ຄ້າໃນຕະຫລາດມີອ້າຍເອື້ອຍນ້ອງດ້ວຍກັນ 3ຄົນ ເຈນນີ້ເປັນຄົນທີ3 ແລະ ເຈນນີ້ກໍໄດ້ຖືກປູກຝັງໃຫ້ມີຄວາມອົດທົນ ແລະ ປູກຝັງເລື່ອງການຫາເງິນມາຕັ້ງແຕ່ນ້ອຍໆ

ສາວງາມຜູ້ນີ້ຕອນນີ້ອາຍຸ 26ປີ, ສ່ວນສູງ 176cm, ນ້ຳຫນັກ 55kg, ສັດສ່ວນ 33-26-35 ,ລະດັບການສຶກສາ ປະລິນຍາຕີ ທີ່ວິທະຍາໄລນາໆຊາດ.

ເຈນນີ້ບໍໄດ້ມີງາມທີ່ໜ້າຕາເທົ່ານັ້ນ ແຕ່ປັດຈຸບັັນຍັງເປັນ CEO Of Tonkham Modeling Agency ແລະ 2017 The 1st Miss Word Laos. ມີຜົນງານໃນວົງການບັນເທີງຫລາຍຢ່າງເລີຍບໍ່ວ່າຈະເປັນນາງແບບ, MC, ພຣີເຊັນເຕີ, ຖ່າຍແບບ, ຖ່າຍໂຄສະນາ ແລະ ເປັນຜູ້ຫນຶ່ງທີ່ພັກດັນນ້ອງໆໃນສັງກັດໃຫ້ກ້າວເຂົ້າສູ່ວງການບັນເທີງຢ່າງມີປະສິດທິພາບ.

ວິໄສທັດຂອງ Miss Universe Laos ຄົນລ່າສຸດແມ່ນ “ ຢ່າຢ້ານທີ່ຈະລົງມືເຮັດ ເພາະບໍ່ມີໃຜ ທີ່ເກີດມາແລ້ວສົມບູນແບບໄປທຸກຢ່າງ ແລະ ບໍ່ມີໃຜເກີດມາພ້ອມໄປຫມົດທຸກຢ່າງ ຈົ່ງເຊື່ອຫມັ້ນໃນໂຕເອງໃຫ້ຫລາຍທີ່ສຸດ”.

ຄວາມຝັນຂອງສາວງາມ ເຈນນີ້ ຕົ້ນຄຳ ພົນຈັນເຮືອງ ຄົນນີ້ເປົ້າຫມາຍສູງສຸດແມ່ນ ຢາກສ້າງມູນນິທິຊ່ວຍເຫລືອຜູ້ສູງອາຍຸ ແລະ ຄົນທຸກຍາກຢູ່ໃນລາວ.

ຈາກເສັ້ນທາງຊີວິດຂອງສາວງາມຄົນນີ້ທີ່ບໍ່ໄດ້ໂຮຍດ້ວຍກີບກຸຫລາບ ແຕ່ຕ້ອງບືນຕົວ ແລະ ອົດທົນຝ່າຝັນຈົນເຮັດຕາມຄວາມຝັນໄດ້ສໍາເລັດ ແລະ ນີ້ຄືນາງງາມຈັກກະວານລາວທີ່ຈະໄປເປັ່ງປະກາຍ ໃນເວທີຈັກກະວານທີ່ປະເທດອິດສະລະເອວໃນໄວໆນີ້ ຝາກທຸກຄົນຊ່ວຍເຊຍ ແລະ ເປັນກໍາລັງໃຈໃຫ້ການສະຫນັັບສະຫນູນ ຕົວແທນຂອງສາວງາມລາວຄົນນີ້ໃນເວທີແຫ່ງຈັກກະວານຕໍ່ໄປດ້ວຍໃນສາກົນດ້ວຍ ຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆໄດ້ຜ່ານທາງເຟສບຸກສ່ວນຕົວ Tonkham Phonchanheuang.

ຮູບ: Miss Universe Laos