ອາທິດນີ້ ອາກາດເຢັນລົງ ພ້ອມມີຝົນຕົກພາກໃນທຸກພາກ

1220

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານ ໃນວັນທີ 1 ພະຈິກ 2021 ຄາດຄະເນສະພາບອາກາດລະບຸວ່າ: ໃນໄລຍະວັນທີ 1 ຫາ 7 ພະຈິກນີ້ ບໍລິເວນຄວາມກົດດັນອາກາດສູງຂອງອາກາດໜາວເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເໜືອ ແລະ ພາກກາງ ຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອ ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ສະເພາະຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ.

ພາກເໜືອດ້ານຕາເວັນອອກ: ໃນໜື່ງອາທິດຕໍ່ໜ້າ ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນເລັກນ້ອຍ ແລະ ມີລົມພັດແຮງເປັນບາງໂອກາດ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ.

ພາກເໜືອດ້ານຕາເວັນຕົກ: ໃນໜຶ່ງອາທິດຕໍ່ໜ້າ ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອຖິ່ນ.
ພາກກາງ: ໃນໜື່ງອາທິດຕໍ່ໜ້າ ອາກາດເຢັນໃນຕອນເຊົ້າ, ຈະມີຝົນຕົກຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.

ພາກໃຕ້: ໃນໜຶ່ງອາທິດຕໍ່ໜ້າ, ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງທ້ອງຖີ່ນ ແຂວງ ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.
ນະຄອນຫຼວງວຽງຈັນ: ໃນໜຶງອາທິດຕໍ່ໜ້າ, ອາກາດເຢັນໃນຕອນເຊົ້າ, ຈະມີຝົນຕົກເລັກນ້ອຍ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ.