ໜັກ! ເດືອນດຽວ ຫຼວງພະບາງ ມີຜູ້ຕິດເຊື້ອພະຍາດ COVID-19 ຫຼາຍກວ່າ 1.400 ຄົນ

694

ສຳລັບແຂວງ ຫຼວງພະບາງເວົ້າໄດ້ວ່າເປັນແຂວງໜຶ່ງທີ່ມີຄວາມເຄັ່ງຄັດສົມຄວນໃນການປ້ອງກັນການລະບາດຂອງໂຄວິດ-19 ແຕ່ກໍ່ຍັງມີການແຜ່ລະບາດບໍ່ຢູ່ຕາມເມືອງຕ່າງໆຂອງແຂວງ ເຮັດໃຫ້ໜຶ່ງເດືອນທີ່ຜ່ານມານີ້ ກໍ່ຄື ເດືອນຕຸລາຕົວເລກຂອງຜູ້ຕິດເຊື້ອແມ່ນສູງເຖິງ 1.400 ກວ່າຄົນ.

ວັນທີ 29 ຕຸລາ 2021 ນີ້ ອົງການປົກຄອງນະຄອນ ຫຼວງພະບາງ ຕີລາຄາການຈັດຕັ້ງປະຕິບັດ
ມາດຕະການ ຄວບຄຸມ, ປ້ອງກັນ ແລະແກ້ໄຂການລະບາດຂອງພະຍາດ COVID-19 ຮອບທີ 3 ມີ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ ແລະນະຄອນຫຼວງພະບາງເຂົ້າຮ່ວມ.

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ລາຍງານສະພາບໃນໄລຍະຜ່ານມາວ່າ: ໃນລະຫວ່າງວັນທີ 3-28 ຕຸລາ 2021 ໄດ້ເກີດລະບາດຂອງພະຍາດ COVID-19 ຢູ່ນະຄອນ-ຫຼວງພະບາງ ເປັນຮອບທີ 3 ເຊິ່ງມີຜູ້ຕິດເຊື້ອໃນຊຸມຊົນທັງໝົດ 1.433 ຄົນ, ສາເຫດການຕິດເຊື້ອ ແມ່ນມີບຸກຄົນທີ່ຕິດເຊື້ອເດີນທາງມາຈາກບັນດາເມືອງທາງພາກເໜືອ ແລະບັນດາເມືອງອ້ອມຂ້າງຈໍານວນໜຶ່ງ.

ເພື່ອປ້ອງກັນບໍ່ໃຫ້ມີການລະບາດເພີ່ມຂຶ້ນ ອົງການປົກຄອງນະຄອນ-ຫຼວງພະບາງ ໄດ້ເພີ່ມທະວີຄວາມຮັບຜິດຊອບຊີ້ນໍາ ໂດຍໄດ້ອອກນິຕິກໍາ, ຄໍາສັ່ງຂອງທ່ານເຈົ້ານະຄອນ ໂດຍສະເພາະຫ້າມພົນລະເມືອງຂອງນະຄອນ ອອກໄປເຄື່ອນໄຫວໄປສູ່ເມືອງອື່ນທີ່ມີການລະບາດ, ໄດ້ຫັນເອົາພະນັກງານຫລັກແຫຼ່ງ ລົງຮັບຜິດຊອບປະຈໍາບ້ານ 115 ບ້ານ ເພື່ອນໍາເອົາບັນດານິຕິກໍາ, ຄໍາສັ່ງ, ແຈ້ງການຂອງຄະນະສະເພາະກິດແຕ່ລະຂັ້ນວາງອອກ ລົງເຜີຍແຜ່ເຊື່ອມຊຶມ ໃຫ້ປະຊາຊົນບັນດາເຜົ່າຮັບຮູ້ ແລະເປັນເຈົ້າການປະຕິບັດຢ່າງເຂັ້ມງວດ.

ປະຈຸບັນ ໄດ້ກຳນົດບ້ານແດງທັງໝົດ 52 ບ້ານ, ວັດ 2 ແຫ່ງ ແລະຄ້າຍຄຸມຂັງ 1 ແຫ່ງ. ຜ່ານການປະເມີນຄືນບ້ານແດງ ເຫັນວ່າ ບາງບ້ານບໍ່ມີການລະບາດເພີ່ມຂື້ນ ຈື່ງໄດ້ປົດລ໋ອກອອກຈາກບ້ານແດງ 11 ບ້ານ ຄື: ບ້ານໜອງຊາຍ, ບ້ານສັງຄະໂລກ, ບ້ານໝື່ນນາ, ບ້ານນູນສະຫວາດ, ບ້ານຜາໂຄມ, ບ້ານສິງ, ບ້ານໜອງແຫ້ວ, ບ້ານຊຽງເຫຼັກ, ບ້ານວຽງໃໝ່, ບ້ານດອນເກົ່າ ແລະບ້ານວຽງໄຊ.

ຈາກ: ຂ່າວນະຄອນຫຼວງພະບາງ