ມອບ – ຮັບໜ້າທີ່ຮອງຫົວໜ້າຫ້ອງພະລາທິການ ກອງພົນທີ 4

960

ໃນວັນທີ 27 ຕຸລາ 2021 ນີ້, ຢູ່ທີ່ສະໂມສອນຫ້ອງພະລາທິການກອງພົນທະຫານຮາບທີ 4 ໄດ້ຈັດພິທີເຊັນ ບົດບັນທຶກ – ມອບຮັບໜ້າທີ່ ລະຫວ່າງ ສະຫາຍ ພັນໂທ ບຸນໂທມ ອຸວໍລະວົງ ຮອງຫົວໜ້າຫ້ອງພະລາທິການກອງພົນທີ 4 (ຜູ້ເກົ່າ) ແລະ ສະຫາຍ ພັນໂທ ແກ້ວຄຳວົງ ສ້ອຍສີສຸລາດ ຮັກສາການຮອງຫົວໜ້າຫ້ອງພະລາທິການກອງພົນທີ 4 (ຜູ້ໃໝ່) ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ສະຫາຍ ພັນເອກ ຈັນແດງ ຂຸນຍຸລາດ ຄະນະປະຈຳພັກກອງພົນ ຫົວໜ້າຫ້ອງການເມືອງກອງພົນທະຫານຮາບທີ 4 , ມີຄະນະພັກ – ຄະນະຫ້ອງພະລາທິການ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ສະຫາຍ ພັນໂທ ບຸນໂທມ ອຸວໍລະວົງ ຮອງຫົວໜ້າຫ້ອງພະລາທິການ ກອງພົນທະຫານຮາບທີ 4 (ຜູ້ເກົ່າ), ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ, ທັງດ້ານດີ ແລະ ຂໍ້ຄົງຄ້າງ, ເປັນຕົ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ – ນໍາພາແນວຄິດໃຫ້ພະນັກງານ – ນັກຮົບເປັນປົກກະຕິ, ປະຕິບັດ ແນວທາງຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບ ຂອງກອງທັບວາງອອກຢ່າງເຂັ້ມງວດ.

ໂດຍສະເພາະໃນປັດຈຸບັນໄດ້ຖືເອົາການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19 ເປັນບັນຫາສຳຄັນ, ເຕົ້າໂຮມຄວາມສາມັກຄີພາຍໃນ – ພາຍນອກຢ່າງແໜ້ນໜາ, ພ້ອມທັງປັບປຸງຫ້ອງພະລາທິການກອງພົນທີ 4 ເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ, ພ້ອມທັງມອບໃຫ້ຫົວໜ້າຫ້ອງພະລາທິການຜູ້ໃໝ່ສືບຕໍ່.

ໂອກາດນີ້ ສະຫາຍ ພັນເອກ ຈັດແດງ ຂຸນຍຸລາດ ຫົວໜ້າຫ້ອງການເມືອງກອງພົນທະຫານຮາບທີ 4 ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ ສະຫາຍ ພັນໂທ ບຸນໂທມ ອຸວໍລະວົງ ທີ່ເຮັດສຳເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ ແລະ ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຍົກສູງຄວາມຮັບຜິດຊອບຂອງຕົນ ຕໍ່ໜ້າທີ່ວຽກງານທີ່ຂັ້ນເທິງມອບ ໝາຍໃຫ້, ຍົກສູງຄວາມສາມັກຄີພາຍໃນ – ພາຍນອກໃຫ້ເປັນປຶກແຜ່ນ ແໜ້ນໜາ, ຢຶດໝັ້ນຫຼັກການລວມສູນປະຊາ ທິປະໄຕເຮັດວຽກເປັນໝູ່ຄະນະ, ສືບຕໍ່ຈັດຕັ້ງປະຕິບັດຂົງເຂດວຽກງານປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກໃຫ້ປະກົດ ຜົນເປັນຈິງ.