ຮຽນຮູ້ການຫຼິ້ນກີລາກ໊ອຟ: ແນະນໍາອຸປະກອນ 7 ຢ່າງຈໍາເປັນໃນການຫຼິ້ນກ໊ອຟ ທີ່ມືໃໝ່ຕ້ອງມີ

676

ສະບາຍດີກັນອີກຄັ້ງໜຶ່ງ ເນື່ອງຈາກໜັງສືພິມເສດຖະກິດ-ການຄ້າ ໄດ້ຮ່ວມມືກັບ ສະໜາມກ໊ອຟ ລາວຄັນທຣີ ຄລັບ ( lao country club golf course ) ສ້າງຄໍລໍາການຫຼິ້ນກ໊ອຟ ເພື່ອເປັນອີກໜຶ່ງຊ່ອງທາງສໍາລັບຄົນທີ່ຢາກຈະຫຼິ້ກກ໊ອຟ ແລະ ມືໃໝ່ ໄດ້ສຶກສາ ແລະ ຮຽນຮູ້ໄປນໍາກັນ ເຊິ່ງມື້ນີ້ເຮົາຈະໄປເບິ່ງອຸປະກອນທີ່ຈໍາເປັນສໍາລັບກ໊ອຟມືໃໝ່ຕ້ອງມີ ກ່ອນທີ່ຈະເລີ່ມຫຼິ້ນກີລາກ໊ອຟ.

ອຸປະກອນ ເປັນສິ່ງຈໍາເປັນອັນດັບທໍາອິດກ່ອນທີ່ຈະຫຼິ້ນ ກີລາກ໊ອຟ ເຊິ່ງນີ້ເປັນ 7 ອຸປະທີ່ຈໍາເປັນໃນການຫຼິ້ນກ໊ອຟ ໂດຍສະເພາະ ພາຍໃນຖົງຂອງນັກກ໊ອຟ ທີ່ເປ້ໄປມາ ຈະມີໄມ້ຕີໄດ້ບໍ່ເກີນ 14 ອັນພາຍໃນຖົງ ເຊິ່ງແຕ່ລະອັນຈະມີຄວາມແຕກຕ່າງກັນໃນເລື່ອງຂອງອົງສາໜ້າໄມ້ ເຊິ່ງສົ່ງຜົນຕໍ່ເສັ້ນໂຄຈອນຂອງລູກກ໊ອຟ ແລະ ອົງສາໜ້າໄມ້ຂອງກ໊ອຟນັ້ນ ວັດຈາກແນວຕັ້ງສາກ ດັ່ງນີ້:

1.ຫົວໄມ້ ( WOOD ) ເປັນໄມ້ທີ່ຍາວທີ່ສຸດ ແລະ ມັກຈະໃຊ້ກັບຊ໊ອດທີ່ຕ້ອງການໄລຍະໄກ ເຊິ່ງຫົວໄມ້ມີຂະໜາດໃຫຍ່ ເຮັດຈາກເຫຼັກໄທທານຽມ ແລະ ວັດສະດຸປະສົມ.
2.ຫົວໄມ້ໜຶ່ງ ( Driver ) ຈະມີຫົວໄມ້ຂະໜາດໃຫຍ່ທີ່ສຸດ ເຊິ່ງເໝາະສໍາລັບການຕີຈາກທີ, ຫົວໄມ້ອື່ນສັ້ນກວ່າ ເຊັ່ນຫົວໄມ້ສາມ ຫຼື ຫົວໄມ້ຫ້າ ມັນເປັນຫົວໄມ້ Fairway ໂດຍຫົວໄມ້ເຫຼົ່ານີ້ຈະສັ້ນກວ່າ ແລະ ມີອົງສາໜ້າໄມ້ຫຼາຍກວ່າ ເຮັດໃຫ້ສາມາດຕີຈາກພື້ນຫຍ້າໄດ້ ແລະ Driver ສາມາດໃຊ້ຕີຈາກພື້ນຫຍ້າໄດ້ເຊັ່ນກັນ ແຕ່ຕ້ອງໃຊ້ວາມສາມາທີ່ສູງກວ່າໃນການຄວບຄຸມ.
3.ຫົວໄມ້ໄຮບຣິດ ( hybrid ) ມີຄຸນສົມບັນໃນການຕີຕົງ ເຊິ່ງເໝາະໃນການຕີຊ໊ອດໄລຍະໄກ ຫຼື ໃຊ້ແທນຜູ້ຫຼິ້ນທີ່ມີບັນຫາໃນການຕີເຫຼັກຍາວ.

4.ໄມ້ຫົວເຫຼັກ ( iron ) ຫຼື ເອີ້ນສັ້ນໆວ່າເຫຼັກ ໃຊ້ໃນການຕີໄລຍະສັ້ນກວ່າຫົວໄມ້ ໂດຍທົ່ວໄປຈະໃຊ້ເປັນຊ໊ອດທີ່ຕີຂຶ້ນກຣີນ ເຊິ່ງໄມ້ຊຸດເຫຼັກຈະມີເລກຕັ້ງແຕ່ 1-9 ໂດຍຍິ່ງເລກຕໍ່າ ອົງສາໜ້າໄມ້ກໍຈະຕໍ່າ ແລະ ກ້ານຍາວ.
5.ເວດຈ໌ ( wedge ) ຄືໄມ້ເຫຼັກທີ່ມີອົງສາໜ້າໄມ້ຫຼາຍກວ່າ 44 ອົງສາ ເປັນຕົ້ນແມ່ນ pitching wedge ມີອົງສາໜ້າໄມ້ 44 ເຖິງ 50 ອົງສາ ແລະ ມີການອອກແບບທີ່ໃກ້ຄຽງກັບເຫຼັກທົ່ວໄປ, ສ່ວນ lob wedge ມີອົງສາໜ້າໄມ້ທີ່ສູງຫຼາຍ ສູງສຸດ 68 ອົງສາ ໃຊ້ໃນການຕີຂຶ້ນຈາກຊາຍ ຫຼື ໃຊ້ໃນຊ໊ອດແກ້ໄຂທີ່ຕ້ອງໃຊ້ຊ໊ອດລູກພູ່ງຂຶ້ນສູງ ແລະ ໄລຍະທາງສັ້ນ.

6.ພັດເຕີ ( putter ) ມີຫົວຫຼາຍຮູບແບບ ແຕ່ສິ່ງສໍາຄັນຄືຈະມີອົງສາໜ້າໄມ້ທີ່ຕໍ່າຫຼາຍ ແລະ ກ້ານໄມ້ທີ່ສັ້ນ ອອກແບບມາເພື່ອພັດລູກກ໊ອຟໃຫ້ກີ້ງລຽບພື້ນ ຫຼາຍກວ່າຈະລອຍໃນອາກາດ ໂດຍສ່ວນໃຫຍ່ຈະຕີໃນພື້ນກຣີນທີ່ມີຫຍ້າສັ້ນ ແລະ ລຽບ.
7.ລູກກ໊ອຟ: ຕ້ອງມີລັກສະນະເປັນຊົງກົມ ມີເສັ້ນຜ່າສູນກາງຢ່າງໜ້ອຍ 42,67 ມິນລີແມັດ ແລະ ໜັກບໍ່ເກີນ 45,93 ກຣາມ ເຊິ່ງພື້ນຜິວຂອງກ໊ອຟໃນປັດຈຸບັນມີຮອຍບຸ໋ມ ປະມານ 300 – 500 ໂດຍຮູບຮ່າງຂອງລູກກ໊ອຟສົ່ງຜົນໃນການຫຼິ້ນເຊັ່ນ: ໄລຍະ, ເສັ້ນໄຄຈອນ, ການໝຸນຂອງລູກ ແລະ ຄວາມຮູ້ສຶກ, ສ່ວນວັດສະດຸຸຜະລິດຈາກ ເຊີລິນ ສົ່ງຜົນໃຫ້ລູກກ໊ອຟຄືນທີ່ໄປໄກຂຶ້ນ ແລະ ຢາງ ບາລາຕາ ສົ່ງຜົນໃຫ້ລູກກ໊ອຟໝຸນໄດ້ສົມດຸນ ແລະ ຄວາມຮູ້ສຶກທີ່ດີກວ່າ.
ຄັດຈາກ: https://www.peltolagolf.com/