ລໍ ປິດສາກວັນສຸກທ້າຍ ກວດ 8 ອັນເດີພາ ຄວ້າແຊັມ ດູໄບ ມູນໄລທ໌ ຄາສສິກ

567

ບຣອນເຕ ລໍ ນັກກ໊ອຟຍິງຈາກອັງກິດ ປິດສາກວັນສຸດທ້າຍເກັບຄະແນນເພີ່ມໄດ້ເຖິງ 8 ອັນເດີພາ ຄວ້າແຊັມລາຍການ ເລດີສ໌ ຢູໂຣປ່ຽນ ທົວ ລາຍການ ດູໄບ ມູນໄລທ໌ ຄາສສິກ ທີ່ປະເທດສະຫະລັດອາຣັບເອເມເຣດ ເມື່ອທ້າຍອາທິດ ທີ່ຜ່ານມາ.

ວັນສຸດທ້າຍ ລໍ ຫຼິ້ນໄດ້ດີທີ່ສຸດ ເກັບໄປເຖິງ 6 ເບີດີ ກັບ 1 ອີເກິລ ເຮັດໃຫ້ຄະແນນລວມເພີ່ມເປັນ 15 ອັນເດີພາ ຄວ້າແຊັມ ເລດີສ໌ ຢູໂຣປ້ຽນ ທົວ ສະໄໝທໍາອິດ ແລະ ເປັນແຊັມທີ 2 ຂອງອາຊີບ ຕໍ່ຈາກລາຍການລະດັບ ແອລພີຈີເອ ທົວ ລາຍການ ພຽວ ຊິລ ແຊັມປ້ຽນຊິບ 2019.

ສ່ວນ ມາເຣຍ ຟາສຊີ ຜູ້ນໍາຮອບທີ່ແລ້ວຊາວແມັກຊິກ ເກັບເພີ່ມ 4 ອນັເດີພາ ຈາກ 5 ເບີດີ ແລະ ເສຍ 1 ໂບກີ ຄະແນນລວມ 14 ອັນເດີພາ ຄວ້າອັນດັບ 2 ແລະ ເອັສເທີ ເຮນໂລທ໌ ຈາກເຢຍລະມັນ ຄວ້າອັນດັບ 3 ມີ 12 ອັນເດີພາ.