ຊາເວເຣຟ ປາບນັກເທັນນິສຈາກອາເມຣິກາ ຄວ້າແຊັມ ວຽນນາ ເອທີພີ 2021

567
Alexander Zverev of Germany, right, and Frances Tiafoe of the United States display their trophies after Zverev won the final match at the Erste Bank Open ATP tennis tournament in Vienna, Austria, Sunday, Oct.31, 2021. (AP Photo/Lisa Leutner)

ອະເລັກຊານເດີ ຊະເວເຣຟ ນັກເທັນິສມື 4 ຂອງໂລກຊາວເຢຍລະມັນ ສ້າງຜົນງານຢ່າງໂດດເດັ່ນຄວ້າແຊັມ ເອທີພີ ທົວ ລາຍການທີ 5 ຂອງປີ 2021 ຫຼັງຈາກເອົາຊະນະຄູ່ແຂ່ງຈາກອາເມຣິກາ ໃນຮອບຊີງຊະນະເລີດ 2 ເຊັດລວດໃນລາຍການ ວຽນນາ ເອທີພີ ທົວນາເມັນ ທີ່ອົດສະຕຣາລີ ເມື່ອວັນທີ 31 ຕຸລາ 2021.

ແມັດດັ່ງກ່າວ ຊະເວເຣຟ ຫຼິ້ນໄດ້ເໜືອກວ່າເອົາຊະນະ ຟຣານເຊັສ ຕິອາໂຟ ນັກເທັນນິສຈາກອາເມຣິກາ ໄປ 2-0 ເຊັດ 7-5 ແລະ 6-4 ສົ່ງຜົນໃຫ້ ຊະເວເຣຟ ນັກເທັນນິສອາຍຸ 24 ປີຊາວເຢຍລະມັນ ໄດ້ແຊັມອາຊີບລາຍການທີ 5 ຂອງປີນີ້ຕໍ່ຈາກລາຍການ ອະຄາປຸລໂກ, ມາດຣິດ, ຊິນຊິນເນຕິ ແລະ ຫຼຽນຄໍາ ໂອແລມປິກ ທີ່ຍີ່ປຸ່ນ.

ຫຼັງຈົບການແຂ່ງຂັນ ຊະເວເຣຟ ເປີດເຜີຍວ່າ: “ ຕິອາໂຟ ບໍ່ປ່ອຍໃຫ້ຂ້ອຍຫຼິ້ນໄດ້ງ່າຍເລີຍ ແລະ ແຜນການຫຼິ້ນຂອງລາວດີຫຼາຍ, ແຕ່ຂ້ອຍກໍມີຄວາມສຸກກັບໄຊຊະນະທີ່ໄດ້ໃນວັນນີ້ ລວມເຖິງໄດ້ແຊັມຂັນທີ 5 ຂອງປີນີ້ ເຊິ່ງເປັນແຊັມຄັ້ງທໍາອິດທີ່ວຽນນາ ອີກດ້ວຍ ”.
ຮູບຈາກ: AP