ເສຍໃຈນໍາ ອີກ 2 ກໍລະນີ ຈາກໄປຍ້ອນໂຄວິດມື້ນີ້ ລາຍລະອຽດຕາມນີ້

6498

ມາຮອດວັນທີ 31 ຕຸລາ 2021 ຍອດຜູ້ຕິດເຊື້ອສະສົມ 40.956 ຄົນ, ເສຍຊີວິດສະສົມ 67 ຄົນ (ໃໝ່ 2 ຄົນ), ປິ່ນປົວຫາຍດີ 219 ຄົນ
ສໍາລັບລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້ ຜູ້ທີ 1 ເປັນເພດຊາຍ, ອາຍ 46 ປີ, ສັນຊາດ ລາວ, ບ້ານໂພນສະຫວາດ, ເມືອງໂພນໂຮງ, ແຂວງວຽງຈັນ (ເສຍຊີວິດຢູ່ນະຄອນຫລວງວຽງຈັນ) ຜູ້ກ່ຽວ ໄດ້ກັກໂຕ ຢູ່ຄ້າຍຄຸມຂັງນາໄຫນາໂນ ຍ້ອນເສບຢາ ແລະ ກໍານົດໂທດ ເປັນເວລາ 02 ປີ

ປະຫວັດພະຍາດຜ່ານມາ ຄົນເຈັບບໍ່ມີອາການສະແດງອອກ, ຄົນເຈັບນອນປ່ວຍຕິດຕຽງຊ່ວຍເຫລຶອຕົນເອງບໍ່ໄດ້ ແລະ ຄົນເຈັບເປັນພະຍາດວັນນະໂລກປອດ ແລ້ວເລີ້ມປີ່ນປົວ ແຕ່ວັນທີ 13ກັນຍາ 2021 ເວລາ 09:00 ໂມງ ຂອງວັນທີ 31 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
ຜູ້ທີ 2 ເປັນເພດຍິງ, ອາຍຸ 48 ປີ, ອາຊີບ ປະຊາຊົນ, ບ້ານຢູ່ປະຈຸບັນ ບ້ານໜອງປຸ່ງ, ເມືອງ ໂພນໂຮງ, ແຂວງວຽງຈັນ) ຄອບຄົວທັງໝົດ ມີ 4 ຄົນລວມທັງຜູ້ກ່ຽວ ຊື່ງທີ່ຕິດເຊື້ອມີ 2 ຄົນ (ຜົວ ແລະ ຫຼານສາວ).
ພະຍາດປະຈໍາຕົວ: ຄົນເຈັບເປັນຄວາມດັນເລືອດສູງ ບໍ່ໄດ້ກີນຢາປະຈໍາ ແລະ ພະຍາດຫືດ ບໍ່ໄດ້ກິນຢາປະຈຳ ໄດ້ຮັບການສັກຢາວັກຊີນ 02 ເຂັມຄົບແລ້ວ.

ຜູ້ມີອາການປວດຕົນໂຕ, ໄອ, ອີດເມື່ອຍ, ເປັນຫວັດຕະຫຼອດ, ຄະນະສະເພາະກິດເມືອງ ຈື່ງໄດ້ໄປເກັບຕົວຢ່າງໃນວັນທີ 25 ຕຸລາ 2021
ວັນທີ 26 ຕຸລາ 2021 ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ເຂົ້ານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ຢູ່ ມສ ໂພນໂຮງ, ແຂວງວຽງຈັນ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແມ່ນແຕ່ວັນທີ 26-31 ຕຸລາ 2021 ເປັນເວລາ 5 ວັນ

ເວລາ 14:30 ໂມງ ຂອງວັນທີ 31 ຕຸລາ 2021 ມີອາການໄອຢ່າງຕໍ່ເນື່ອງ, ເຈັບແຫ້ນນຫນ້າເອິກ ແລະ ຫາຍໃຈຝຶດ
ມາຮອດເວລາ 19:30 ໂມງ ຂອງມືດຽວກັນ ຄົນເຈັບບໍ່ໄດ້ສະຕິ, ບໍ່ຕອບສະຫນອງຕໍ່ການກະຕຸ້ນ, ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ໄດ້ເຊິດຊູຄົນເຈັບ, ຄົນເຈັບບໍ່ຕອບສະຫນອງ ເເລະ ເສຍຊີວິດເວລາຕໍ່ມາ