ພາຍຫຼັງ ຢູ 23 ລາວ ຊະນະ ມົງໂກລີ ຊ່ວຍ ໄທ ເຂົ້າຮອບ ຫຼ້າສຸດໄດ້ 13 ທີມແລ້ວເຂົ້າຮອບສຸດທ້າຍ

642

ພາຍຫຼັງທີ່ ບຸນພະຈັນ ບຸນກອງ ກອງກາງຕົວບຸກດາວເດັ່ນຈາກຊ້າງນ້ອຍ ເອັຟຊີ ເໝົາຄົນດຽວຍິງ 2 ປະຕູຊ່ວຍໃຫ້ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີບຽດເອົາຊະນະ ມົງໂກລີ 3-2 ໃນການແຂ່ງຂັນບານເຕະຊີງແຊ້ມອາຊີ 2022 ຮຸ່ນອາຍຸບໍ່ເກີນ 23 ປີຮອບຄັດເລືອກ ນັດສຸດທ້າຍກຸ່ມ J ທີ່ປະເທດມົງໂກລີ.

ຜົນດັ່ງກ່າວ ເຮັດໃຫ້ ຢູ 23 ລາວ ເກັບ 3 ຄະແນນທໍາອິດ ແລະ ເປັນການຮຽກສັດທາຈາກແຟນບານກັບມາ ຫຼັງຈາກທີ 2 ນັດກ່ອນໜ້ານີ້ເສຍທັງໝົດຄື: ເສຍໃຫ້ ມາເລເຊຍ 0-1 ແລະ ໄທ 0-3, ສ່ວນ ມົງໂກລີ ມີ 1 ຄະແນນຄືເກົ່າ ກອດຄໍ ຢູ 23 ລາວ ຕົກຮອບ. ຂະນະທີ່ ມາເລເຊຍ ມີ 7 ຄະແນນເຂົ້າຮອບສຸດທ້າຍໃນຖານະແຊັມກຸ່ມແນ່ນອນແລ້ວ, ສ່ວນ ຢູູ 23 ໄທ ກໍໄດ້ເຮຈາກການທີ່ທີມຊາດລາວ ຊະນະ ມົງໂກລີ ເຮັດໃຫ້ ໄທ ທີ່ມີ 5 ຄະແນນຕິດ 1 ໃນ 4 ທີມອັນດັບ 2 ຂອງກຸ່ມທີ່ດີທີ່ສຸດໄປຫຼິ້ນຮອບສຸດທ້າຍເປັນທີ່ແນ່ນອນແລ້ວ.

ປັດຈຸບັນ ທີມຊາດທີ່ໄດ້ສິດໄປຫຼິ້ນຮອບສຸດທ້າຍຂອງ ການແຂ່ງຂັນບານເຕະຊາຍຊີງແຊັມອາຊີ 2022 ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະອຸດສະເບກິດສະຖານ ໄດ້ມາແລ້ວ 13 ທີມປະກອບດ້ວຍ: ອຸດສະເບກິດສະຖານ ( ເຈົ້າພາບ ), ກາຕ້າ ແຊັມກຸ່ມ A, ອີຣານ ແຊັມກຸ່ມ B, ອີຣັກ ແຊັມກຸ່ມ C, ຄູເວດ ແຊັມກຸ່ມ D, ສະຫະລັດອາຣັບເອເມເຣດ ແຊັມກຸ່ມ E, ຈໍແດນ ແຊັມກຸ່ມ F, ອົດສະຕຣາລີ ແຊັມກຸ່ມ G, ສ. ເກົາຫຼີ ແຊັມກຸ່ມ H, ມາເລເຊຍ ແຊັມກຸ່ມ J, ຍີ່ປຸ່ນ ແຊັມກຸ່ມ K, ໄທ ຮອງແຊັມກຸ່ມ J ແລະ ເຕີກມິນິດສະຖານ ຮອງແຊັມກຸ່ມ F, ເຊິ່ງຍັງເຫຼືອອີກ 3 ສິດທີ່ຍັງຕັດສິນບໍ່ໄດ້ໃນການລຸ້ນໄປຫຼິ້ນຮອບສຸດທ້າຍ.

ຂ່າວ: ຫຼ້າ MKP, ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ