ມື້ນີ້ຕິດເຊື້ອໂຄວິດທັງໝົດ 685 ຄົນ, ເສຍຊີວິດເພີ່ມອີກແລ້ວ 2 ຄົນ

368

ຍັງຄົງໜ້າຫ່ວງຢູ່ ສໍາລັບ ສສ ປລາວ ທີ່ມີການຕິດເຊື້ອໂຄວິດເພີ່ມຂຶ້ນແບບບໍ່ມີທ່ານອ່ຽງຫຼຸດລົງເທື່ອ ມື້ນີ້ 1 ພະຈິກ 2021 ພົບຜູ້ຕິດເຊື້ອສູງ 685 ຄົນ, ນໍາເຂົ້າ 12 ຄົນ, ຕິດເຊື້ອພາຍໃນ 673 ຄົນ ໃນນັ້ນນະຄອນຫຼວງ 345 ຄົນ, ຫຼວງພະບາງ 102 ຄົນ ແລະ ແຂວງວຽງຈັນ 75 ຄົນ ແລະ ເສຍຊິວິດໃໝ່ 2 ຄົນ

ທ່ານ ດຣ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນລະບາດ ວິທະຍາ, ກະຊາວງສາທາລະນະສຸກ ລາຍການສະຖານະການໂຄວິດ 19 ວ່າ ມາຮອດວັນທີ 31 ຕຸລາ 2021 ເຮົາໄດ້ເກັບຕົວຢ່າງມາກວດຫາເຊື້ອທັງໝົດ 5.213 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 685 ຄົນ, ນໍາເຂົ້າ 12 ຄົນ ຈາກນະຄອນຫຼວງວຽງຈັນ 4 ຄົນ, ສະຫວັນນະເຂດ 4 ຄົນ, ຈໍາປາສັກ 2 ຄົນ ແລະ ບໍລິຄໍາໄຊ 2 ຄົນ

ຕິດເຊື້ອພາຍໃນ 673 ຄົນ ໃນນັ້ນນະຄອນຫຼວງ 345 ຄົນ, ຫຼວງພະບາງ 102 ຄົນ ແລະ ແຂວງວຽງຈັນ 75 ຄົນ, ບໍ່ແກ້ວ 35 ຄົນ, ສະຫວັນນະເຂດ 19 ຄົນ, ຫຼວງນໍ້າທາ 20 ຄົນ, ອຸດົມໄຊ 19 ຄົນ, ຈໍາປາສັກ 15 ຄົນ, ບໍລິຄໍາໄຊ 12 ຄົນ, ຄໍາມ່ວນ 14 ຄົນ, ເຊກອງ 9 ຄົນ, ໄຊສົມບູນ 5 ຄົນ, ສາລະວັນ 2 ຄົນ ແລະ ອັດຕະປື 1 ຄົນ

ມາຮອດວັນທີ 31 ຕຸລາ 2021 ຍອດຜູ້ຕິດເຊື້ອສະສົມ 40.956 ຄົນ, ເສຍຊີວິດສະສົມ 67 ຄົນ (ໃໝ່ 2 ຄົນ), ປິ່ນປົວຫາຍດີ 219 ຄົນ