ໄຂກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຂຶ້ນຢ່າງເປັນທາງການ

601

ກອງປະຊຸມສະໄໝສາມັນ ເທື່ອທີ່ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 1 ພະຈິກນີ້ ແລະ ຈະດໍາເນີນໄປເຖິງວັນທີ 17 ພະຈິກ 2021 ຢູ່ຫ້ອງປະຊຸມໃຫຍ່ສະພາແຫ່ງ (ທາດຫຼວງ) ນະຄອນຫຼວງວຽງລຈັນ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ຄະນະລັດຖະບານ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ກ່າວສູນທອນຟົດຕໍ່ພິທີເປີດວ່າ: ປີ 2021 ເປັນປີທຳອິດ ທີ່ສະພາແຫ່ງຊາດ ຊຸດທີ IX ໄດ້ສຸມໃສ່ເຄື່ອນໄຫວຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກຳນົດໄວ້ໃນລັດຖະທຳມະນູນແຫ່ງ ສປປ ລາວ, ກົດໝາຍວ່າດ້ວຍສະພາແຫ່ງຊາດ ໃນທ່າມກາງທີ່ສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສະຫຼັບຊັບຊ້ອນ, ເຄັ່ງຮ້ອນ ແລະ ມີຄວາມຫຼໍ່ແຫຼມຫຼາຍດ້ານ ທີ່ຄາດຄະເນໄດ້ຍາກ ບວກກັບການແຜ່ລະບາດຂອງພະຍາດໂຄວິດ-19 ມີທ່າອ່ຽງແກ່ຍາວ, ເປັນວົງກວ້າງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ບັນດາປະເທດຕ່າງໆໃນໂລກ ລວມທັງ ສປປ ລາວ.

ເຖິງຢ່າງໃດກໍ່ຕາມໃນໄລຍະ 10 ເດືອນຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ ໄດ້ປະສານສົມທົບກັບລັດຖະບານ ປຶກສາຫາລືວຽກງານສຳຄັນຕ່າງໆ, ເປັນເອກະພາບສູງໃນການຕົກລົງວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ, ລັດຖະບານ ໄດ້ເປັນເຈົ້າການຊີ້ນຳ-ບັນຊາບັນດາອົງການຈັດຕັ້ງລັດທຸກຂັ້ນ ກໍຄືປະຊາຊົນລາວບັນດາເຜົ່າ ຈັດຕັ້ງປະຕິບັດມາດຕະການປ້ອງກັນ ການແຜ່ລະບາດລະບາດຂອງພະຍາດໂຄວິດ-19 ຢ່າງຈິງຈັງ, ການແກ້ໄຂໄພພິບັດທຳມະຊາດ ແລະ ວຽກງານອື່ນໆ ໄດ້ຮັບຜົນສຳເລັດຫຼາຍດ້ານ; ບັນດາອົງການຈັດຕັ້ງຂອງພັກ-ລັດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນໄດ້ມີຄວາມພະຍາຍາມສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2021 ເຊິ່ງສາມາດບັນລຸຄາດໝາຍທາງດ້ານເສດຖະກິດມະຫາພາກຈຳນວນໜຶ່ງ, ເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດສືບຕໍ່ມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນເປັນກ້າວໆ, ການພົວພັນຮ່ວມມືກັບຕ່າງປະເທດສືບຕໍ່ໄດ້ຮັບການເສີມຂະຫຍາຍຕາມທິດ “ການທູດປ້ອງກັນເຫດ” ຊຶ່ງເຮັດໃຫ້ບົດບາດອິດທິພົນຂອງປະເທດພວກເຮົາໄດ້ຮັບການຍົກສູງຢ່າງຕໍ່ເນື່ອງໃນເວທີພາກພື້ນ ແລະ ສາກົນ.

ປະຕິບັດຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ມາດຕາ 59, ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສຳຄັນ ດັ່ງນີ້:
1. ບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022; 2. ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022; 3. ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການ ປະຈຳປີ 2022 ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປີ 2020; 4. ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022; 5.

ບົດລາຍງານ ກ່ຽວກັບແຜນພັດທະນາພະລັງງານ ໄຟຟ້າ ຂອງ ສປປ ລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ 5 ປີ (2021-2025); 6. ບົດລາຍງານ ກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025); 7. ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈຳປີ 2022 ຂອງອົງການກວດສອບແຫ່ງລັດ; ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2020 ຂອງອົງການກວດສອບແຫ່ງລັດ;

8. ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022 ຂອງອົງການກວດກາແຫ່ງລັດ; ການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019 ຂອງອົງການກວດກາແຫ່ງລັດ; 9. ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການປະຈໍາປີ 2022 ຂອງສານປະຊາຊົນສູງສຸດ; 10. ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ເເຜນ ການປະຈຳປີ 2022 ຂອງອົງການໄອຍະການປະຊາຊົນສູງສຸດ; 11. ການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ; 12. ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການ 2022 ຂອງສະພາແຫ່ງຊາດ; 13. ບົດປະກອບຄຳເຫັນຂອງສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ບົດລາຍງານການເຄື່ອນໄຫວຂອງສະພາແຫ່ງຊາດ; 14. ພິຈາລະນາຮັບຮອງເອົາ ກົດໝາຍໃໝ່ ແລະ ປັບປຸງຈໍານວນ 11 ສະບັບ ດັ່ງນີ້:

ກົດໝາຍສ້າງໃໝ່ຈໍານວນ 4 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ, ຮ່າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ, ຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີລະດັບສູງ, ຮ່າງກົດໝາຍວ່າດ້ວຍການສຳຫຼວດວັດແທກ ແລະສ້າງແຜນທີ່ ແລະ ກົດໝາຍປັບປຸງຈໍານວນ 7 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍລັດຖະບານ, ຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ຮ່າງກົດໝາຍວ່າດ້ວຍການສ້າງນິຕິກຳ, ຮ່າງກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານ, ຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ, ຮ່າງກົດໝາຍວ່າດ້ວຍໂທລະຄົມມະນາຄົມ ແລະ ຮ່າງກົດໝາຍວ່າດ້ວຍມໍຣະດົກແຫ່ງຊາດ.

ນອກຈາກບັນດາວຽກງານດັ່ງກ່າວມາຂ້າງເທິງນັ້ນ, ກອງປະຊຸມສະພາແຫ່ງຊາດ ຍັງຈະໄດ້ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາ ບັນຫາສຳຄັນພື້ນ ຖານຂອງປະເທດຊາດທີ່ມີຈໍານວນຫຼາຍຄືດັ່ງກ່າວນີ້ ໃຫ້ບັນລຸຜົນຕາມແຜນການທີ່ວາງໄວ້, ໃນນາມປະທານກອງປະຊຸມ ຂ້າພະເຈົ້າ ຂໍຮຽກຮ້ອງທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ສະໜອງຂໍ້ມູນ ແລະ ໃຫ້ການຮ່ວມມື ຕໍ່ບັນດາເນື້ອໃນທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມເທື່ອນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນຳໃຊ້ສິດປະຊາທິປະໄຕ ແລະ ຈົ່ງເຊີດຊູພາວະວິໄສ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃນການຄົ້ນຄວ້າ, ປະກອບຄຳເຫັນ ຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ ເພື່ອເຮັດໃຫ້ເນື້ອໃນທີ່ນຳມາພິຈາລະນາ, ຮັບຮອງຄັ້ງນີ້ມີຄຸນນະພາບສາມາດນຳໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ.