ຂໍສະແດງຄວາມຍິນດີດ້ວຍ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ Miss Universe Laos ຄົນລ່າສຸດ

1119

ເຫມາະສົມທີ່ສຸດ, ບໍ່ຜິດໄປຕາມຄາດ ຂໍສະແດງຄວາມຍິນດີດ້ວຍກັັບ ຜູ້ທີ່ພຽບພ້ອມຄອບຄອງມົງກຸດຫລັກພັນລ້ານ ຈາກເວທີ Miss Universe Laos 2021 ຂໍສະແດງຄວາມຍິນດີທີ່ສຸດເລີຍກັບນ້ອງຄົນນີ້ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ຜູ້ເປັນເຈົ້າຂອງມົງກຸດຄົນທີ່5 ຂອງເວທີນາງງາມຈັກກະວານລາວ ແລະ ໄດ້ຄອບຄອງມຸງກຸດຫົວໃຈເພັດທີ່ແສນສະຫງ່າງາມ.

ສົມກັບແຮງເຊຍແຮງໃຈ ທີ່ລົ້ນເຫລືອເລີຍ ແລ້ວມົງກໍລົງທີ່ສາວງາມຄົນນີ້ ເຈນນີ ຕົ້ນຄໍາ ພົນຈັນເຮືອງ Miss Universe Laos ຄົນລ່າສຸດ ແລະ ດີກຣີກໍບໍ່ທຳມາດາ ຄອບຄອງມົງກຸດ ຈາກເວທີ Miss World Laos 2017ມາແລ້ວ ແລະ ນີ້ຄືມົງ 2 ຂອງສາວຄົນນນີ້ ເປັນອີກຫນຶ່ງຄົນທີ່ເປັນໂຕເຕັງ ແລະ ແຟນໆເຊຍມາໂດຍຕະຫລອດ ເພາະສາວຄົນນີ້ມີໄຫວພິບ ແລະ ຕອບຄຳຖາມດີ, ຄ່ອງແຄ່ວ ຄວາມສາມາດຮອບດ້ານ ສົມແລ້ວກັບເຈົ້າຂອງມົງກຸດ Miss Universe Laos ຄົນລ່າສຸດ

ເຈນນີ້ ຕົ້ນຄຳ ພົນຈັນເຮືອງ ໝາຍເລກ 02 Miss Universe Laos ຄົນລ່າສຸດ ປັດຈຸບັນມົງ 2 ລົງແລ້ວ ຂໍສະແດງຄວາມຍິນດີດ້ວຍ ງາມສົມມົງອີຫລີ ເອົາມົງໄປເລີຍ ປັດຈຸບັນອາຍຸ 26ປີ, ສ່ວນສູງ 176cm, ນ້ຳຫນັກ 55kg, ສັດສ່ວນ 33-26-35 ,ລະດັບການສຶກສາ ປະລິນຍາຕີ ປະຫວັດຫຍໍ້ ເປັນ CEO Of Tonkham Modeling Agency ແລະ 2017 The 1st Miss Word Laos

ສໍາລັບ ວິໄສທັດແມ່ນ ຢ່າຢ້ານທີ່ຈະລົງມືເຮັດ ເພາະບໍ່ມີໃຜ ທີ່ເກີດມາແລ້ວສົມບູນແບບໄປທຸກຢ່າງ ແລະ ບໍ່ມີໃຜເກີດມາພ້ອມໄປຫມົດທຸກຢ່າງ ຈົ່ງເຊື່ອຫມັ້ນໃນໂຕເອງໃຫ້ຫລາຍທີ່ສຸດ

ມີເປົ້າຫມາຍສູງສຸດແມ່ນ ຢາກສ້າງມູນລະນິທິຊ່ວຍເຫລືອຜູ້ສູງອາຍຸ ແລະ ຄົນທຸກຍາກຢູ່ໃນລາວ ແລະ ນີ້ຄືນາງງາມຈັກກະວານລາວທີ່ຈະໄປເປັ່ງປະກາຍໃນເວທີຈັກກະວານທີ່ປະເທດອິດສະລະເອວໃນໄວໆນີ້

ງົດງາມສົມຕໍາແຫນ່ງ