ວັກຊິນຊຸດໃໝ່ລົງວັດໄຕມື້ນີ້ ເພື່ອຊ່ວຍສ້າງພູມຄຸ້ມກັນໃຫ້ປະຊາຊົນອີກ 2 ແສນກວ່າຄົນ

1212

ວັກຊີນກັນພະຍາດ ໂຄວິດ-19 Astra Zeneca/Oxford ຊຸດໃໝ່ ຈໍານວນ 523.200 ໂດສ໌ ທີ່ ສປປ ລາວ ໄດ້ຮັບການຊ່ວຍເຫຼືອ ໄດ້ສົ່ງມາຮອດສະໜາມບິນ ວັດໄຕສາກົນ ໃນຕອນບ່າຍວັນທີ 31 ຕຸລາ 2021 ໂດຍຜ່ານໂຄງການ COVAX Facility, ມີທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ; ດຣ. ເກົ່າ ຈຸ້ນ, ຜູ້ຕາງໜ້າ ອົງການອານາໄມໂລກ ປະຈໍາ ສປປ ລາວ; ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຮັບວັກຊິນຄັ້ງນີ້.

ວັກຊີນປ້ອງກັນພະຍາດ ໂຄວິດ-19 ຊຸດໃໝ່ນີ້ແມ່ນໄດ້ຮັບການຊ່ວຍເຫຼືອຜ່ານໂຄງການ COVAX Facility ເຊີ່ງແມ່ນ ການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ຊຶ່ງເປັນພັນທະມິດວັກຊີນ ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

ການຊ່ວຍເຫຼືອເທື່ອນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ COVAX Facility ເພື່ອຮັບປະກັນການເຂົ້າເຖິງວັກຊີນປ້ອງກັນພະຍາດ ໂຄວິດ-19 ຢ່າງເທົ່າທຽມກັນໃນທົ່ວໂລກ ແລະ ເປັນການສົ່ງມອບຕໍ່ຈາກການປະກອບສ່ວນຊ່ວຍເຫຼືອວັກຊີນກັນພະຍາດ ໂຄວິດ-19 ໃຫ້ເເກ່ ສປປ ລາວ ຜ່ານ COVAX Facility ໂດຍລັດຖະບານຍີ່ປຸ່ນ ໃນເດືອນສິງຫາ 2021.

ວັກຊີນຈໍານວນດັ່ງກ່າວຈະຖືກນຳໃຊ້ໂດຍລັດຖະບານແຫ່ງ ສປປ ລາວ ເພື່ອໃຫ້ການປ້ອງກັນແກ່ປະຊາຊົນລາວຢ່າງຕໍ່ເນື່ອງ ແລະ ບັນລຸເປົ້າໝາຍການສັກວັກຊິນກັນພະຍາດ ໂຄວິດ-19 ໃຫ້ໄດ້ 50% ຂອງປະຊາກອນໃນທົ່ວປະເທດພາຍໃນທ້າຍປີນີ້.


ວັກຊີນດັ່ງກ່າວຈະຖືກນໍາໄປສັກໃຫ້ຜູ້ທີ່ມີຄວາມສ່ຽງສູງຕໍ່ການເປັນພະຍາດ ໂຄວິດ-19 ຂັ້ນຮ້າຍແຮງ ແຕ່ຍັງບໍ່ທັນໄດ້ຮັບວັກຊີນຄົບສອງເຂັມເທື່ອ. ໃນປະຈຸບັນ ການສັກວັກຊິນກັນພະຍາດໂຄວິດ-19 ແມ່ນສຸມໃສ່ກຸ່ມບູລິມະສິດ ທີ່ປະກອບມີຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາໂຕ, ແມ່ຍິງຖືພາ, ພະນັກງານແພດ ແລະ ບຸກຄະລາກອນທີ່ສໍາຄັນເຊັ່ນ: ຄູສອນ ແລະ ພະນັກງານໃນທົ່ວປະເທດ ຕາມທີ່ລະບຸໄວ້ໃນແຜນແຫ່ງຊາດສໍາລັບການສັກຢາປ້ອງກັນພະຍາດ ໂຄວິດ-19.