ບຸນພະຈັນ ສົມແລ້ວນັກເຕະເດັ່ນສຸດໃນລາວຕອນນີ້ຍິງ 2 ປະຕູພາ ຢູ 23 ລາວ ຊະນະ ມົງໂກລີ

1197

ສົມລາຄາກັບນັກເຕະຮ້ອນແຮງທີ່ສຸດໃນ ສປປ ລາວ ສໍາລັບ ບຸນພະຈັນ ບຸນກອງ ກອງກາງດາວເດັ່ນຈາກຊ້າງນ້ອຍ ເອັຟຊີ ຈັດຄົນດຽວຍິງ 2 ປະຕູຊ່ວຍໃຫ້ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີບຽດເອົາຊະນະ ມົງໂກລີ 3-2 ໃນການແຂ່ງຂັນບານເຕະຊີງແຊ້ມອາຊີ 2022 ຮຸ່ນອາຍຸບໍ່ເກີນ 23 ປີຮອບຄັດເລືອກ ນັດສຸດທ້າຍກຸ່ມ J ທີ່ປະເທດມົງໂກລີ ໃນມື້ນີ້ວັນທີ 31 ຕຸລາ 2021

ນັດດັ່ງກ່າວ ບຸນພະຈັນ ຍິງໃຫ້ກັບຢູ 23 ລາວ ຂຶ້ນນໍາຢ່າງໄວວາ 1-0 ຈາກຈຸດໂທດນາທີໆ 4, ແຕ່ຖືກ ມົງໂກລີ ພິກຂຶ້ນນໍາ 2-1 ຈາກຄວາມຜິດຜາດທັງສອງຄັ້ງຂອງນັກເຕະ ຢູ 23 ລາວ.

ສ່ວນເຄິ່ງເວລາທີ 2 ບໍ່ຮອດນາທີໆທີມຊາດລາວ ຕີສະເໝີ 2-2 ຈັງຫວະ ໂຈນີ ແຫວນປະເສີດ ໄດ້ບານດ້ານຂວາ ກ່ອນເປີດເຂົ້າເຂດໂທດ ນັກເຕະຂອງ ມົງໂກລີ ໂໝ່ງບານເຂົ້າປະຕູຕົວເອງໄປ.
ຫຼັງຈາກນັ້ນ ເກມກໍຍິ່ງມ່ວນເມື່ອທັງສອງທີມປ່ຽນກັນບຸກ ຈົນເຖິງ ນາທີໆ 75 ບຸນພະຈັນ ບຸນກອງ ກາຍເປັນພະເອກໄດ້ບານໜ້າເສັ້ນ 18 ຈັດການຍິງໄກເຂົ້າໄປຢ່າງສວຍງາມຊ່ວຍໃຫ້ ຢູ 23 ລາວ ພິກຂຶ້ນນໍາ 3-2 ແລະ ເອົາຊະນະໄປດ້ວຍຄະແນນດັ່ງກ່າວ.

ຜົນດັ່ງກ່າວ ເຮັດໃຫ້ ຢູ 23 ລາວ ເກັບ 3 ຄະແນນທໍາອິດໄດ້ໃນນັດສົ່ງທ້າຍ ແລະ ເປັນການຮຽກສັດທາຈາກແຟນບານກັບມາ, ສ່ວນ ມົງໂກລີ ມີ 1 ຄະແນນຄືເກົ່າ ກອດຄໍກັນຕົກຮອບ. ຂະນະທີ່ ມາເລເຊຍ ມີ 7 ຄະແນນເຂົ້າຮອບສຸດທ້າຍໃນຖານະແຊັມກຸ່ມແນ່ນອນແລ້ວ, ສ່ວນ ໄທ ມີ 5 ຄະແນນຍັງຕ້ອງລຸ້ນເບິ່ງຜົນກຸ່ມໆອື່ນ ເພື່ອລຸ້ນຕິດ 1 ໃນ 4 ທີມອັນດັບ 2 ຂອງກຸ່ມທີ່ດີທີ່ສຸດ.
ຂອບໃຈຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ