ເຕືອນ ! ຢ່າໃຊ້ຢາຕ້ານເຊື້ອແບບຊະຊາຍ ເພາະຍັງບໍ່ມີຢາຊະນິດໃດໃນໂລກ ໃຊ້ກິນເພື່ອປ້ອງກັນພະຍາດໂຄວິດ 19

1521

ທ່ານ ນາງ ດຣ ພອນປະເສີດ ໄຊຍະມຸງຄົນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວວ່າ ປະຈຸບັນນີ້ ມີຫຼາຍຄົນຕິດເຊື້ອໂຄວິດ ໄດ້ຮັບການປິ່ນປົວເຊົາດີ ກໍ່ຢາກແບ່ງປັນປະສົບການຕົນເອງໃຫ້ຄົນອື່ນຟັງ ລວມທັງວິທີການປີ່ນປົວແນວໃດທີ່ຕົນໄດ້ຮັບເວລາຢູ່ໂຮງໝໍ. ໃນຂະນະດຽວກັນ ຫຼາຍຄົນກໍ່ສວຍໂອກາດນີ້ ຂາຍສິນຄ້າແບບອອນລາຍ ເພື່ອສ້າງລາຍໄດ້ໃຫ້ຕົນເອງ ໂດຍໂຄສະນາຂາຍຢາຊະນິດຕ່າງໆ ທີ່ບອກວ່າດີຕໍ່ການສ້າງພູມຄຸ້ມກັນ ສາມາດປົວໂຄວິດໄດ້ ຊຶ່ງມີຫຼາຍຄົນເຊື່ອ ແລະ ໄດ້ຊື້ຢາພວກນັ້ນມາກິນເອງ.

ອັນຕະລາຍໄປກວ່ານັ້ນ ຫຼາຍຄົນຊື້ຢາມາກິນໃນຂະນະທີ່ບໍ່ຮູ້ວ່າຕິດເຊື້ອຫຼືບໍ. ຫຼືບາງຄົນກໍ່່ຊື້ມາກິນເພື່ອກັນໄວ້ກ່ອນ. ບັນດາທ່ານທັງຫຼາຍ ໃນເວລາທີ່ພວກເຮົາປະເຊີນກັບການລະບາດນີ້ ບາງຂໍ້ມູນສໍາຄັນທີ່ທ່ານຄວນຮູ້ ມີດັ່ງນີ້
ຮ່າງກາຍຄົນເຮົາບໍ່ຄືກັນ ມີລະດັບຄວາມແຂງແຮງ ແລະ ພູມຕ້ານທານຮ່າງກາຍກໍ່່ບໍ່ເທົ່າກັນ ສະນັ້ນ ປະສົບການຂອງຄົນໜຶ່ງ ອາດຈະບໍ່ດີສໍາລັບທຸກຄົນສະເໝີໄປ ສະນັ້ນ ທ່ານຄວນພິຈາລະນາວ່າທ່ານຄວນເຊື່ອ ຫຼື ບໍ່ເຊື່ອໃນສີ່ງທີ່ບໍ່ຫຼັກຖານທາງວິທະຍາສາດ.

ບໍ່ມີຢາຊະນິດໃດໃນໂລກ ໃຊ້ກິນເພື່ອປ້ອງກັນພະຍາດໂຄວິດ 19 ໄດ້ ນອກຈາກທ່ານເຮັດໃຫ້ຮ່າງກາຍແຂງແຮງ ກິນອາຫານ ກິນນໍ້າພຽງພໍ ນອນໃຫ້ພຽງພໍ ອອກກໍາລັງກາຍ ເພື່ອຊ່ວຍຮ່າງກາຍສ້າງພູມຄຸ້ມກັນແບບທໍາມະຊາດ.
ຖ້າທ່ານຕິດເຊື້ອ ການບໍ່ໄດ້ຮັບການປິ່ນປົວທີ່ຖືກຕ້ອງແຕ່ຫົວທີ ຈະເຮັດໃຫ້ເຊື້ອຂະຫຍາຍຕົວທະວີຄູນໃນຮ່າງກາຍ ສົ່ງຜົນໃຫ້ອາການພັດທະນາສູ່ຂັ້ນຮ້າຍແຮງໄດ້.

ທ່ານຄວນຮູ້ກ່ຽວກັບຢາຕ້ານເຊື້ອໃຫ້ທ່ອງແທ້. ຢາຕ້ານເຊື້ອນີ້ ການແພດໃຊ້ສໍາລັບປິ່ນປົວພະຍາດຕິດເຊື້ອຍ້ອນເຊື້ອຈຸລິນຊີ ແຕ່ການຕິດເຊື້ອໂຄວິດ ແມ່ນການຕິດເຊື້ອໄວຣັສ ບໍ່ແມ່ນເຊື້ອຈຸລິນຊີ.
ຂໍໃຫ້ທຸກຄົນຢ່າໄປຊື້ຢາຕ້ານເຊື້ອ ມາກິນເພື່ອຕ້ານພະຍາດໂຄວິດ 19 ຫຼື ຊື້ມາກິນເພື່ອປົວເອງເດັດຂາດ ເພາະນອກຈາກບໍ່ມີປະໂຫຍດຫຍັງແລ້ວ ຢາຕ້ານເຊື້ອຍັງໄປກໍາຈັດເຊື້ອຈຸລິນຊີທີ່ມີປະໂຫຍດຂອງຮ່າງກາຍ ແລະ ເຮັດໃຫ້ການເຈັບປ່ວຍຍິ່ງຮຸນແຮງຂື້ນ. ໃນຂະນະດຽວກັນ ການໃຊ້ຢາຕ້ານເຊື້ອ ບໍ່ຖືກກັບພະຍາດທີ່ເປັນ ຈະເຮັດໃຫ້ຮ່າງກາຍເກີດການດື້ຢາໄດ້.