ມື້​ນີ້​ພົບ​ຜູ້​ເສຍ​ຊີ​ວິດ​ເພີ່ມ 3 ຄົນ, ຕິດ​ເຊື້ອ​ທັງ​ໝົດ 685 ຄົນ

1458

ລາຍງານການຕິດເຊື້ອໂຄວິດ ແລະ ການເສຍຊີວິດປະຈໍາວັນເສົາ ທີ 31 ຕຸລາ 2021, ພົບຜູ້ຕິດເຊື້ອທັງໝົດ 685 ຄົນ ແລະ ເສຍຊີວິດເພີ່ມ 3 ຄົນ. ໃນນັ້ນ ນະຄອນຫຼວງວຽງຈັນ 287 ຄົນ, ແຂວງວຽງຈັນ 122 ຄົນ
ທ່ານ ນາງ ດຣ ພອນປະເສີດ ໄຊຍະມຸງຄົນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວ່າ ໃນມື້ວານນີ້ ວັນທີ 30 ຕຸລາ 2021 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດ ທັງໝົດ 6.173 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 685 ຄົນ (ຕິດເຊື້ອພາຍໃນປະເທດ 679 ຄົນ, ເດີນທາງຈາກຕ່າງປະເທດ 6 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 40.271 ຄົນ,

ເສຍຊີວິດສະສົມ 65 (ໃໝ່ 3), ປິນປົວຫາຍດີໃນມື້ວານນີ້ 372 ຄົນ ຈຳນວນຜູ້ທີ່ຍັງປິ່ນປົວ ແມ່ນ 6.826 ເຊິ່ງໝາຍຄວາມວ່າ ມາຮອດມື້ນີ້ ຍັງມີຜູ້ຕິດເຊື້ອພະຍາດໂຄວີດ-19 ກວມ 16.9 % ຂອງ ຈຳນວນຜູ້ຕິດເຊື້ອງທັງ ໝົດ ແລະ ຜູ້ປິ່ນປົວຫາຍດີແລ້ວ ແມ່ນ 82.8 %
ກ່ຽວກັບຄົນຕິດເຊື້ອໃໝ່ 685 ຄົນ ຕິດເຊື້ອນຳເຂົ້າມີ 6 ຄົນ ຄື ຈຳປາສັກ 3 ຄົນ, ສາລະວັນ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ໄຊຍະບູລີ 1 ຄົນ
ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 679 ຄົນ ຄື

1 ນະຄອນຫຼວງວຽງຈັນ 287 ຄົນ ໃນ 8 ເມືອງ ຈາກ 105 ບ້ານ
2 ແຂວງວຽງຈັນ 122 ຄົນ ໃນ 27 ບ້ານ ແລະ 7 ເມືອງ
3 ອຸດົມໄຊ 59 ຄົນ ໃນ 14 ບ້ານ ແລະ 1 ເມືອງ

4 ຫຼວງນ້ຳທາ 55 ຄົນ ໃນ 17 ບ້ານ ແລະ 3 ເມືອງ
5 ບໍ່ແກ້ວ 39 ຄົນ ໃນ 11 ບ້ານ ແລະ 2 ເມືອງ
6 ຫຼວງພະບາງ 39 ຄົນ ໃນ 23 ບ້ານ ແລະ 6 ເມືອງ
7 ຄຳມ່ວນ 21 ຄົນ ໃນ 4 ບ້ານ ແລະ 1 ເມືອງ

8 ສາລະວັນ 17 ຄົນ ໃນ 5 ບ້ານ ແລະ 3 ເມືອງ
9 ເຊກອງ 12 ຄົນ ໃນ 6 ບ້ານ ແລະ 2 ເມືອງ
10 ສະຫວັນນະເຂດ 12 ຄົນ ໃນ 4 ບ້ານ ແລະ 3 ເມືອງ
11 ຈຳປາສັກ 7 ຄົນ ໃນ 5 ບ້ານ ແລະ 2 ເມືອງ

12 ໄຊສົມບູນ 6 ຄົນ ໃນ 2 ບ້ານ ແລະ 1 ເມືອງ
13 ຊຽງຂວາງ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ
14 ບໍລິຄຳໄຊ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ