ແມນເຊັສເຕີ ຢູໄນເຕັດ ເກັບໄຊຊະນະຮອບ 5 ນັດໃນລີກ ເລື່ອນຂຶ້ນທີ 5 ຂອງຕາຕະລາງ

572
Manchester United's Cristiano Ronaldo celebrates after scoring his side's opening goal during the English Premier League soccer match between Tottenham Hotspur and Manchester United at the Tottenham Hotspur Stadium in London, Saturday, Oct. 30, 2021. (AP Photo/Frank Augstein)

ແມນເຊັສເຕີ ຢູໄນເຕັດ ພາຍໃຕ້ການນໍາທີມຂອງ ໂອເລ ກຸນນາ ໂຊລຊາ ຄືນຟອມ ເອົາຊະນະ ທ໊ອດແນມ ຮ໊ອດສະເປີ 3-0 ໃນການແຂ່ງຂັນພຣີເມຍລີກ ອັງກິດ ເມື່ອວັນທີິ 30 ຕຸລາ 2021 ເຊິ່ງເປັນການເກັບໄຊຊະນະນັດທໍາອິດໃນຮອບ 5 ນັດ ພ້ອມເກັບເພີ່ມເປັນ 17 ຄະແນນເລື່ອນຂຶ້ນໄປຢູ່ອັນດັບທີ 5 ຂອງຕາຕະລາງຄະແນນລວມ.

ນັດດັ່ງກ່າວ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ແມນເຊັສເຕີ ຢູໄນເຕັດ ສ້າງຜົນງານຢ່າງໂດດເດັ່ນທັງຍິງທັງສົ່ງໃຫ້ຍິງ ໂດຍຍິງປະຕູໃຫ້ທີມຂຶ້ນນໍາ 1-0 ນາທີໆ 39 ກ່ອນທີ່ຈະສົ່ງບານໃຫ້ກັບ ເອດິນສັນ ຄາວານີ ຍິງປະຕູໃຫ້ ແມນຢູ ໜີຫ່າງເປັນ 2-0 ນາທີໆ 64 ແລະ ສຸດທ້າຍ ມາຄາສ ແຣຊຟອດ ມາຍິງປະຕູຕ໊ອກຊໍ້າໄຊຊະນະໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ເອົາຊະນະ ສະເປີ ໄປຂາດລອຍ 3-0.

ນອກນັ້ນ, ໄຊຊະນະນັດນີ້ຍັງເປັນໄຊຊະນະນັດທໍາອິດໃນຮອບ 5 ນັດໃນພຣີເມຍລີກ ອັງກິດ ຫຼັງກ່ອນໜ້ານີ້ຊະນະ ເວັສແຮມ ຢູໄນເຕັດ 2-1, ແຕ່ອີກ 4 ນັດຖັດມາບໍ່ສາມາດເກັບໄຊຊະໄດ້ເລີຍ ໄດ້ແກ່ເສຍໃຫກັບ ເອັສຕັນ ວິລລາ 0-1, ສະເໝີ ເອັຟເວີຕັນ 1-1, ເສຍໃຫ້ກັບ ເລັສເຕີ ຊິຕີ້ 2-4 ແລະ ເສຍຫ້ກັບ ລິເວີພູລ 0-5.
ຮູບຈາກ: AP