ຮູ້ໄວ້ເລີຍ ມາດຕະການສະເພາະ ທີ່ຕ້ອງປະຕິບັດ ແຕ່ວັນທີ 31 ຕຸລາ – 14 ພະຈິກ

1434

ໃນວັນທີ 30 ຕຸລາ 2021 ທີ່ກະຊວງສາທາລະນະສຸກ, ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ ໄດ້ຖະແຫຼງກ່ຽວກັບ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ ໂຄວິດ-19 ໃນໄລຍະ ວັນທີ 31 ຕຸລາ ຫາ 14 ພະຈິກ 2021

ທ່ານ ນາງ ທິບພະກອນ ຈັນທະວົງສາ ຖະແຫຼງວ່າ: ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 1330/ຫສນຍ, ລົງວັນທີ 15 ຕຸລາ 2021 ແລະ ມາດຕະການຕ່າງໆ ທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນສູນກາງ ໄດ້ວາງອອກ ເຫັນວ່າ ໂດຍລວມແລ້ວການຈັດຕັ້ງທຸກຂັ້ນ ຕະຫຼອດຮອດທົ່ວປວງຊົນລາວທັງຊາດ ລ້ວນແຕ່ຈັດຕັ້ງປະຕິບັດ ຢ່າງເປັນຂະບວນການທີ່ກວ້າງຂວາງ.

ແຕ່ເຖິງຢ່າງໃດກໍຕາມ ສະພາບການລະບາດໃນຊຸມຊົນທົ່ວປະເທດ ຍັງສືບຕໍ່ເພີ່ມຂຶ້ນ ແລະ ຂະຫຍາຍເປັນວົງກວ້າງເກືອບທຸກແຂວງ. ສະເພາະໃນເດືອນຕຸລານີ້ ມີຜູ້ຕິດເຊື້ອໃນຊຸມຊົນສະເລ່ຍເກືອບ 500 ຄົນຕໍ່ວັນ ທຽບໃສ່ເດືອນຜ່ານມາ ເພີ່ມຂຶ້ນ 27,6%. ສະນັ້ນ, ລັດຖະບານ ຈຶ່ງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆຄືດັ່ງໄລຍະຜ່ານມາ ເປັນສ່ວນໃຫ່ຍ, ຄຽງຄູ່ກັນນັ້ນ ກໍຈະໄດ້ມີມາດຕະການຜ່ອນຜັນ ຈໍານວນໜຶ່ງທີ່ມີຄວາມຈໍາເປັນ ຕື່ມອີກ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 31 ຕຸລາ ຫາ ເວລາ 24:00 ໂມງ ຂອງວັນທີ 14 ພະຈິກ 2021 ດັ່ງນີ້

ສຳລັບມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດໃນບາງດ້ານ
ມາດຕະການລວມ:
1 ສືບຕໍ່ສຸມການສັກວັກຊີນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້ ດ້ວຍການກຳນົດແຜນອັນລະອຽດ, ມີແຜນຕິດຕາມທີ່ເປັນລະບົບຄົບຊຸດ ແລະ ດຳເນີນໃຫ້ໄວຂື້ນກວ່າເກົ່າ; ສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃນສະຖານທີ່ຕ່າງໆທີ່ກະກຽມໄວ້ ໃຫ້ຖືກຕ້ອງຕາມຫຼັກວິຊາການ.
2 ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ສ່ວນພາ ຫະນະຂົນສົ່ງສິນຄ້າ ໃຫ້ປະຕິບັດຕາມມາດຕະການໃນຂໍ້ 10 ຂອງມາດຕະກາກນສືບຕໍ່ຜ່ອນ ຜັນ.

3 ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວ ຊານ, ນັກລົງທຶນ ທີ່ມີຄວາມຈໍາເປັນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ເປັນບູລິມະສິດ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດ ໃຫ້ຂັ້ນເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ສ່ວນຂັ້ນຖັດລົງມາແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ.