ເປີດກອງປະຊຸມ “ພາກທຸລະກິດ ລະດັບພາກພື້ນອິນໂດ-ປາຊີຟິກ” ສໍາລັບສປປລາວ ປະຈໍາປີ ຄັ້ງທີສອງ

1152

ໃນຕອນເຊົ້າ ວັນທີ 29 ຕຸລາ 2021  ສະຫະລັດອາເມລິກາ ໂດຍເປັນຄູ່ຮ່ວມມືກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມພາກທຸລະກິດ ລະດັບພາກພື້ນອິນໂດ-ປາຊີຟິກ” ສໍາລັບສປປລາວ ເປັນປີທີສອງຕິດຕໍ່ກັນ ໂດຍຄຽງຄູ່ກັບ ກອງປະຊຸມພາກທຸລະກິດ ລະດັບພາກພື້ນອິນໂດ-ປາຊິຟິກ ທີ່ຈັດຂຶ້ນໃນອິນເດຍ.

ກອງປະຊຸມທາງໄກໄດ້ຈັດຂຶ້ນເປັນເວລາເຄິ່ງມື້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ ແລະ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ. ຜູ້ເຂົ້າຮ່ວມປະກອບມີ ພະນັກງານລັດຖະກອນອາວຸໂສ, ບັນດາອໍານວຍການອຸດສາຫະກໍາ, ທຸລະກິດ ແລະ ບໍລິສັດຕ່າງໆ ໃນ ສປປ ລາວ ແລະ ພາກພື້ນ, ທັງຕາງໜ້າຈາກສະຖານເອອັກຄະລັດຖະທູດສະຫະລັດອາເມລິກາ ແລະ ຄູ່ຮ່ວມພັດທະນາ.


ກອງປະຊຸມໃນຄັ້ງນີ້ ໄດ້ເນັ້ນໃສ່ການຫັນເປັນດິຈິຕອນ ທີ່ປຽບເປັນເຄື່ອງມືໃນການຟື້ນຟູເສດຖະກິດຈາກພະຍາດໂຄວິດ. ກອງປະຊຸມແມ່ນເປີດໂອກາດສໍາລັບຜູ້ນໍາທາງທຸລະກິດຈາກ ສປປ ລາວ, ໄທ, ກໍາປູເຈຍ, ແລະ ສະຫະລັດອາເມລິກາ ໃນການແລກປ່ຽນຄວາມເຂົ້າໃຈກ່ຽວກັບທ່າອ່ຽງທາງດິຈິຕອນ ແລະ ສົນທະນາກ່ຽວກັບວິທີການປັບຕົວຂອງພວກເຂົາ ແລະ ກ້າວໄປສູ່ສະພາບແວດລ້ອມເສດຖະກິດໃໝ່ພາຍຫຼັງໂຄວິດ.

ທ່ານເອກອັກຄະລັດຖະທູດອາເມຣິກາ ປະຈຳ ສປປ ລາວ ໄດ້ເນັ້ນເຖິງຄວາມພະຍາຍາມຮ່ວມຂອງລັດຖະບານສະຫະລັດອາເມລິກາ ແລະ ສປປ ລາວ ໃນການສະໜັບສະໜູນບັນດາທຸລະກິດ ໃນໄລຍະທີ່ມີຄວາມທ້າທາຍນີ້. “ໃນການເປັນສ່ວນໜຶ່ງຂອງຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ-ລາວ, ທີ່ປີນີ້ແມ່ນສະເຫຼີມສະຫຼອງ ຄົບຮອບ ຫ້າປີ, ສະຫະລັດອາເມລິກາໄດ້ໃຫ້ຄໍາໝັ້ນສັນຍາຢ່າງເລິກເຊິ່ງໃນການສະໜັບສະໜູນ ສປປ ລາວ, ບໍ່ພຽງແຕ່ການແກ້ໄຂສິ່ງທ້າທາຍດ້ານເສດຖະກິດໃນປະຈຸບັນ, ແຕ່ຍັງເສີມສ້າງຄືນ ແລະ ສ້າງຄວາມຈະເລີນຮຸ່ງເຮືອງພາຍຫຼັງໂຄວິດ-19 ໃນປີຕໍ່ໆໄປ.”

ພ້ອມນີ້, ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ໄດ້ກ່າວວ່າ: ໃນໄລຍະມີການລະບາດຂອງພະຍາດ ໂຄວິດ-19, ເຕັກໂນໂລຊີ ຫຍິ່ງເຂົ້າມາມີບົດບາດສູງຂື້ນໃນການດໍາເນີນທຸລະກິດ ຂອງວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນຍຸກປົກກະຕິແບບໃຫມ່. ທຸລະກິດມີຄວາມພະຍາຍາມຂອງໃນການຫັນເປັນດິຈິຕອລ ຫລາຍຂື້ນ, ທະນາຄານໄດ້ເລີ່ມມີການໃຫ້ບໍລິການດິຈິຕອລ ເພື່ອຄວາມສະດວກສະບາຍ ໃນການຊໍາລະຕ່າງໆ ຂອງຜູ້ຊົມໃຊ້. ຮ້ານຂາຍເຄື່ອງ, ຮ້ານຄ້າ, ແລະ ຮ້ານຂາຍຍ່ອຍ ໄດ້ປັບປຸງຮູບແບບການດໍາເນີນທຸລະກິດຂອງພວກເຂົາ ໂດຍເນັ້ນໃສ່ການສັ່ງ ເຄື່ອງອອນລາຍ ແລະ ການບໍລິການຂົນສົ່ງ. ໂຮງຮຽນຈໍານວນຫຼາຍ ແລະ ບັນດາມະຫາວິທະຍາໄລ, ໂດຍສະເພາະ ໃນວຽງຈັນ ແມ່ນໄດ້ປ່ຽນເປັນການຮຽນອອນລາຍ.”

“ໃນໄລຍະມີການລະບາດຂອງພະຍາດ ໂຄວິດ-19, ເຕັກໂນໂລຊີ ໄດ້ເຂົ້າມາມີບົດບາດສູງຂື້ນໃນການດໍາເນີນທຸລະກິດ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຍຸກປົກກະຕິແບບໃໝ່. ທຸລະກິດໄດ້ພະຍາຍາມໃນການຫັນເປັນດິຈິຕອລຫລາຍຂື້ນ. ທະນາຄານໄດ້ເລີ່ມມີການໃຫ້ບໍລິການດິຈິຕອລເພື່ອຄວາມສະດວກສະບາຍໃນການຊໍາລະຕ່າງໆຂອງຜູ້ຊົມໃຊ້. ຮ້ານຂາຍເຄື່ອງ, ຮ້ານຄ້າ, ແລະ ຮ້ານຂາຍຍ່ອຍ ໄດ້ປັບປຸງຮູບແບບການດໍາເນີນທຸລະກິດຂອງພວກເຂົາ ໂດຍເນັ້ນໃສ່ການສັ່ງເຄື່ອງອອນລາຍ ແລະ ການບໍລິການຂົນສົ່ງ. ໂຮງຮຽນຈໍານວນຫຼາຍ ແລະ ບັນດາມະຫາວິທະຍາໄລ, ໂດຍສະເພາະ ໃນວຽງຈັນ ແມ່ນໄດ້ປ່ຽນເປັນການຮຽນອອນລາຍ.” ກ່າວໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ.


ປະຈຸບັນເປັນປີທີສີ່ ຂອງກອງປະຊຸມພາກທຸລະກິດ ລະດັບພາກພື້ນອິນໂດ-ປາຊິຟິກ ທີ່ສົ່ງເສີມການຄ້າ, ການລົງທຶນ ແລະ ການຮ່ວມມືທາງເສດຖະກິດ ລະຫວ່າງ ສະຫະລັດອາເມລິກາ ແລະ ຄູ່ຮ່ວມມື ທົ່ວພາກພື້ນອິນໂດ-ປາຊິຟິກ. ໃນປີນີ້ກອງປະຊຸມພາກພື້ນໄດ້ເນັ້ນໃຫ້ເຫັນເຖິງກາລະໂອກາດສໍາລັບບໍລິສັດສະຫະລັດອາເມລິກາ ແລະ ຄູ່ຮ່ວມມືອິນໂດ-ປາຊິຟິກ ໃນການປະຕິບັດບົດບາດຜູ້ນໍາໃນການສ້າງສາພັດທະນາເສດຖະກິດຂອງພາກພື້ນ. ສິ່ງເຫຼົ່ານີ້ໄດ້ກວມເອົາຂໍ້ລິເລີ່ມຍຸດທະສາດ ນໍາໂດຍສະຫະລັດອາເມລິກາ ອິນໂດ-ປາຊິຟິກ ທີ່ຕິດພັນກັບການຟຶ້ນຟູເສດຖະກິດ ແລະ ຄວາມສະຖຽນ, ສະພາບແວດລ້ອມ, ແລະ ນະວັດຕະກໍາດິຈິຕອນ.

ວາລະໄດ້ລວມເອົາພາກສົນທະນາທ້ອງຖິ່ນ ແລະ ພາກພື້ນ ກັບບໍລິສັດທີ່ທັນສະໄໝຕ່າງໆເຊັ່ນ: ໂລຄາ (LOCA), ຟູດແພນດາ (Food Panda) ແລະ ອາດີເຄລາວ (RDK), ລາຍແມນວົງໃນ (LINE MAN Wongnai) (ບໍລິສັດໄທເຕັກ), ບູດ (Boost) (ສະຕາດອັບການເງິນຈຸນລະພາກດິຈິຕອນກໍາປູເຈຍ), ແລະ ໂຊຊຽວກີບເວີ (SocialGiver) (ບໍລິສັດໄທເຕັກ). ຫົວຂໍ້ຂອງພາກສົນທະນາ ກວມເອົາ: “ການເສີມຂະຫຍາຍຄວາມສາມາດດີຈີຕອນຂອງ SMEs ລາວ ເພື່ອເລັ່ງການຟື້ນຟູຈາກ ໂຄວິດ-19 ແລະ ສ້າງພື້ນຖານວຽກງານສໍາລັບການຂະຫຍາຍຕົວຂອງທຸລະກີດໃນໄລຍະຍາວ” ແລະ “ວິທີການຂອງຜູ້ນໍາທາງເຕັກໂນໂລຊີ ແລະ ນະວັດຕະກໍາ ໃນການປະເຊີນໜ້າກັບພະຍາດໂຄວິດ-19”. ກອງປະຊຸມນີ້ ມີລິ້ງທາງໄກສໍາລັບນັກສົນທະນາພາກພື້ນຂອງກອງປະຊຸມ 500 ບໍລິສັດເຕັກໂນໂລຢີໃນ ສປປ ລາວ ແລະ ການປ້ອງກັນຄວາມປອດໄພທາງໄຊເບີ, ທັງບົດກ່າວທີ່ສໍາຄັນຈາກຜູ້ນໍາທຸລະກິດຂອງ Google ສໍາລັບຫວຽດນາມ, ລາວ ແລະ ກໍາປູເຈຍ, ທີ່ໄດ້ສົນທະນາຂໍ້ລິເລີ່ມຂອງ Google’s ທີ່ຕິດພັນກັບພະຍາດໂຄວິດ.