ແນະນຳເພີ່ມຈຸດກວດເຊື້ອ ແລະສັກວັກຊິນ ເພື່ອຕົວທ່ານກັບຄົນໃກ້ຕົວ

300

ເຊື່ອວ່າທຸກວັນນີ້ ພວກເຮົາທຸກຄົນແມ່ນມີຄວາມກັງວົນ ແລະຂາດຄວາມໝັ້ນໃຈ ພໍແຕ່ມີອາການເຈັບຄໍ, ເປັນຫວັດເລັກນ້ອຍກໍ່ຢ້ານໄປໝົດ ແນວໃດກໍ່ຕາມທຸກຄົນແມ່ນປະໝາດບໍໄດ້ ເມື່ອມີອາການບໍດີຕ້ອງໄປກວດຢູ່ຕາມຈຸດທີ່ມີແພດໝໍບໍລິການເກັບຕົວຢ່າງບໍຄວນຊື້ມາກວດເອງເພື່ອຄວາມແມ້ນຢຳຂອງຜົນທີ່ຈະອອກມາ.

ສໍາລັບຜູ້ທີ່ມີອາການສົງໄສ ຫຼື ຢູ່ໃນກຸ່ມສ່ຽງທີ່ຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.


ສາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ປະກອບມີຈຸດກວດຄົງທີ່ຄື: ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ, ຈຸດເກັບຕົວຢ່າງ ຢູ່ ມສ ລາວ-ຫວຽດ ແລະ ມ. ຕົ້ນ ເຈົ້າອານຸວົງ (ແມ່ນເລີມວັນທີ 31 ຕຸລາ 2021ເປັນຕົ້ນໄປ ພ້ອມນີ້ຍັງມີທີມກວດເຄື່ອນທີ່ 01 ທີມ ຂອງສາທາເມືອງໄຊທານີ, 01 ທີມ ຂອງສາທາ ເມືອງ ສີສັດຕະນາກ, 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ,  ສາທາເມືອງນາຊາຍທອງ 02 ທີມ.


ພ້ອມນີ້ຍັງມີພະແນກສາທາລະນະສຸກນະຄອນຫຼວງວຽງຈັນອີກ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ.


ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນ ແມ່ນທ່ານສາມາດໄປສັກຕາມໂຮງໝໍສູນກາງ, ໂຮງໝໍເມືອງ 9 ຕົວເມືອງ
ແລະ ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ).