ໂຕເລກຊວນເມື່ອຍລ້າ ຕິດເຊື້ອໂຄວິດໃໝ່ມື້ນີ້ 858 ຄົນ ໃນ 15 ແຂວງ

878

ຕາມການລາຍງານຂອງທ່ານ ດຣ ນາງ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍ ຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ຈະມາລາຍງານໃຫ້ບັນທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊືື້ອພະຍາດ COVID-19 ໃນທົ່ວໂລກ.


ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວວັນທີ 29 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7.175 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 858 ຄົນ (ຕິດເຊື້ອພາຍໃນ ມີ 856 ຄົນ ແລະ ຕິດເຊື້ອນໍາເຂົ້າ 02 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 856 ຄົນ ຈາກ 15 ແຂວງ ໃນນັ້ນຢູ່ນະຄອນຫຼວງ 361 ຄົນມາຈາກ 124 ບ້ານ, ໃນ 7 ເມືອງ2, ຫຼວງນໍ້ທາ, ມີ 155 ຄົນ ໃນ 20 ບ້ານ ແລະ 3 ເມືອງ, ແຂວງວຽງຈັນ 131 ຄົນ ໃນ 42 ບ້ານ ມີ 10 ເມືອງ, ຫຼວງພະບາງ, ມີ 67 ຄົນ ໃນ 14 ບ້ານກະຈາຍຢູ່ 4 ເມືອງ, ບໍ່ແກ້ວ, ມີ 67 ຄົນ ໃນ 14 ບ້ານຂອງ 2 ເມືອງ ຈໍາປາສັກ, ມີ 21 ຄົນລວມ 16 ບ້ານ ໃນ 4 ເມືອງ, ຄໍາມ່ວນ, ມີ 15 ຄົນ ໃນ 6 ບ້ານ, ບໍລິຄໍາໄຊ, ມີ 12 ຄົນ ໃນ 3 ບ້ານ ຢູ່ 2 ເມືອງ, ສະຫວັນນະເຂດ, ມີ 10 ຄົນ ໃນ 8 ບ້ານຢູ່ 4 ເມືອງ, ສາລະວັນ, ມີ 7 ຄົນ ໃນ 3 ບ້ານ  ອຸດົມໄຊ ແລະແຂວງເຊກອງແຂວງລະ 3 ຄົນ, ໄຊສົມບູນ, ມີ 2 ຄົນ, ຊຽງຂວາງ ແລະຜົ້ງສາລີແຂວງລະ 1 ຄົນ.

ມາຮອດວັນທີ 30 ຕຸລາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວມີ 39.586 ຄົນ, ເສຍຊີວິດສະສົມ 62 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 557 ຄົນ, ກໍາລັງປິ່ນປົວ 6.672 ຄົນ.


ສຳລັບຜູ້ເສຍຊີວິດໃໝ່ 01 ຄົນ ເປັນເພດຍິງ, ອາຍ 83 ປີ, ອາຊີບ: ຜູ້ເຖົ້າ, ບ້ານໃຫມ່, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ກວດພົບຢູ່ພະແນກສຸກເສີນຂອງໂຮງຫມໍມະໂຫສົດ, ແລ້ວໄດ້ສົ່ງເຂົ້ານອນປີ່ນປົວຢູ່ ໂຮງຫມໍມິດຕະພາບ ໃນວັນທີ 28/10/2021 ອາການເບື້ອງຕົ້ນເມື່ອຍຫາຍໃຈຝືດ BP80/60, RR35 bpm, SpO2 70% (room air) ມີພະຍາດປະຈຳຕົວເປັນຄວາມດັນເລືອດສູງ, ຂາດການຕິດຕາມ ຜູ້ກ່ຽວໄດ້ສັກຢາວັກຊີນຊີໂນຟາມ ຈໍານວນ 2 ເຂັມ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 28-29 ຕຸລາ 2021 ຮອດເວລາ 08:30 ໂມງຂອງວັນທີ 29 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.