ບາເຊໂລນາ ແຕ່ງຕັ້ງ ບາຈວນ ຄຸມທີມຊົ່ວຄາວ ລໍຖ້າ ຊາບີ

549

ບາເຊໂລນາ ສະໂມສອນຍັກໃຫຍ່ໃນລາລີກາ ແອັດສະປາຍ ປະກາດແຕ່ງຕັ້ງໃຫ້ ເຊຈີ້ ບາຈວນ ຜູ້ຈັດການທີມສໍາຮອງ ຄຸມທີມ ຫຼັງຈາກທີ່ປົດ ໂຣນັລ ຄູມັນ ອອກຈາກຕໍາແໜ່ງ ເມື່ອວັນທີ 27 ຕຸລາ 2021.

ຄູມັນ ຜູ້ຈັດການທີມຊາວໂຮນລັງ ເຂົ້າມາຄຸມ ບາເຊໂລນາ ໄດ້ພຽງ 14 ເດືອນ ແລະ ສ້າງຜົນງານບໍ່ດີ ໂດຍສະເພາະລະດູການນີ້ລົງແຂ່ງ 10 ນັດມີພຽງ 15 ຄະແນນ ຢູ່ອັນດັບທີ 9 ຂອງຕາຕະລາງຄະແນນລວມ, ສ່ວນ ຢູຟາ ແຊັມປ້ຽນລີກ ເສຍໄປເຖິງ 2 ນັດຈາກການລົງແຂ່ງຂັນ 3 ນັດ ກ່ອນທີ່ນັດຫຼ້າສຸດຈະພາທີມບຸກໄປເສຍໃຫ້ກັບ ຣາໂຢ ບາເຢກາໂນ 0-1.
ຫຼ້າສຸດ ບາເຊໂລນາ ແຕ່ງຕັ້ງ ບາຈວນ ເຂົາມາຄຸມທີມແທນ ເພື່ອລໍຖ້າເປີດຕົວ ບາບີ ເອນານເດຊ ຕໍານານກອງກາງຂອງ ບາເຊໂລນາ ທີ່ໄປຄຸມທີມ ອັລ-ຊາດ ໃນລີກກາຕາ ເຊິ່ງປັດຈຸບັນ ການເຈລະຈາມາຄຸມທີມ ບາເຊໂລນາ ແມ່ນສໍາເລັດໄປດ້ວຍດີແລ້ວລໍຖ້າພຽງການເປີດຕົວ.