ກົມອຸດສາຫະກໍາ ແລະ ຫັດຖະກໍາ ກັບ ໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ລົງນາມພັດທະນາຊັບພະຍາກອນມະນຸດຂົງເຂດອຸດສາຫະກຳປຸງແຕ່ງໄມ້ ແລະ ຫັດຖະກຳ

1063

ກົມອຸດສາຫະກໍາ ແລະ ຫັດຖະກໍາ ແລະ ໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືພັດທະນາຊັບພະຍາກອນມະນຸດຂົງເຂດອຸດສາຫະກຳປຸງແຕ່ງໄມ້ ແລະ ຫັດຖະກຳ ເພື່ອສືບຕໍ່ຮ່ວມມືພັດທະນາສີມືແຮງງານດ້ານການປຸງແຕ່ງໄມ້ ແລະ ເຟີນີເຈີ ຮອງຮັບຄວາມຕ້ອງການຂອງຕະຫຼາດແຮງງານໃນຕໍ່ໜ້າ ແລະ ຍົກລະດັບສີມືແຮງງານລາວ.


ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໄດ້ຈັດຂຶ້ນໃນວັນທີ 29 ຕຸລາ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຕາງໜ້າ ກົມອຸດສາຫະກໍາ ແລະ ຫັດຖະກໍາ ລົງນາມໂດຍ ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ແລະ ຕາງໜ້າໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ລົງນາມໂດຍ ທ່ານ ໂຍທິນ ເວດສະພົງ ປະທານໂຮງຮຽນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານພິທີຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ ພ້ອມດ້ວຍແຂກເຂົ້າຮ່ວມຈາກ ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໂຍທິນ ເວດສະພົງ ກ່າວວ່າ: ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເປັນການສືບຕໍ່ຮ່ວມມື ພັດທະນາສີມືແຮງງານດ້ານການປຸງແຕ່ງໄມ້ ແລະ ເຟີນີເຈີ ເພື່ອຮອງຮັບຄວາມຕ້ອງການຂອງຕະຫຼາດແຮງງານໃນຕໍ່ໜ້າ ແລະ ຍົກລະດັບສີມືແຮງງານໃຫ້ໄດ້ມາດຕະຖານທຽບເທົ່າສາກົນ, ຊຶ່ງມີເປົ້າໝາຍຄື: 1) ພັດທະນາສີມືແຮງງານຕາມມາດຕະຖານ ສີມືແຮງງານແຫ່ງຊາດ; 2) ສ້າງສີມືແຮງງານ ຕາມຄວາມຕ້ອງຂອງຕະຫຼາດແຮງງານ; 3) ສ້າງສີມືແຮງງານ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໜ; 4) ສືບຕໍ່ແຜນດໍາເນີນງານ ການຮ່ວມມືສ້າງຊັບພະຍາກອນມະນຸດ ຂອງຂະແໜງອຸດສາຫະກໍາປຸງແຕ່ງໄມ້ ທີ່ປະກອບດ້ວຍ 3 ໜ້າວຽກຕົ້ນຕໍຄື: ຝຶກຍົກລະດັບຄຸນນະພາບສີມືແຮງງານ; ສ້າງເປັນສູນກາງປະກອບການດ້ານທຸລະກິດໄມ້ ແລະ ສ້າງເຄືອຂ່າຍເພື່ອເຕົ້າໂຮມການຜະລິດ.


ທ່ານ ບົວວັນ ວິລະວົງ ກ່າວວ່າ: ທັງສອງຝ່າຍໄດ້ເປັນເອກະພາບເນື້ອໃນການຮ່ວມມືຄື: ຄົ້ນຄວ້າສ້າງແຜນການ, ແຜນໂຄງການ, ແຜນດຳເນີນງານໃນແຕ່ລະໄລຍະ ເພື່ອຈັດຕັ້ງການຮຽນ-ການສອນຊຸດຕ່າງໆ ຕາມແຕ່ລະລະດັບ, ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນບຳລຸງສ້າງຖັນແຖວກຳມະກອນວິຊາຊີບ, ນາຍຊ່າງໄມ້-ເຄື່ອງເຮືອນ ແລະ ນັກບໍລິຫານ-ຄຸ້ມຄອງຂົງເຂດອຸດສາຫະກຳປຸງແຕ່ງໄມ້ສວນປູກ, ຈັດຕັ້ງຊຸດຝຶກອົບຮົມຂົງເຂດທຸລະກິດປຸງແຕ່ງໄມ້ ແລະ ຂົງເຂດຕ່າງໆ ທີ່ເຫັນວ່າຈຳເປັນໃນຂອບເຂດທົ່ວປະເທດ, ຢູ່ໂຮງຮຽນເຕັກນິກ-ວິຊາຊີບເວດສະພົງ ເພື່ອເຜີຍແຜ່ໂຄສະນາ, ສຶກສາອົບຮົມແນວທາງນະໂຍບາຍ, ລະບຽບກົດໜາຍທີ່ເປັນເອກະພາບ, ລວມສູນ ແລະ ຮັບປະກັນມາດຕະຖານສາກົນ.

ຄົ້ນຄວ້າ, ຈັດຕັ້ງສ້າງ, ປັບປຸງຫຼັກສູດການຮຽນ-ການສອນ, ການຝຶກອົບຮົມວິຊາຊີບ ຂົງເຂດທຸລະກິດໄມ້ ແລະ ຂົງເຂດວິຊາຊີບອື່ນໆ ທີ່ເຫັນວ່າຈຳເປັນ ເພື່ອເຮັດໃຫ້ຫຼັກສູດການຮຽນ-ການສອນ ໄປຕາມທິດຮັບປະກັນລັກສະນະຊາດ, ວິທະຍາສາດ ແລະ ທັນສະໄໜ, ສອດຄ່ອງກັບເງື່ອນໄຂ ແລະ ສະພາບຕົວຈິງຂອງປະເທດ ແລະ ຂອງໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ເປັນຢ່າງດີ. ຫຼັກສູດການຮຽນ-ການສອນທີ່ສ້າງຂຶ້ນໃໜ່ດັ່ງກ່າວຕ້ອງໄດ້ຮັບການເຫັນດີຮັບຮອງ ແລະ ເປັນເອກະພາບຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງແຮງງານສະຫວັດດີການ ແລະ ສັງຄົມ.

ບົດບັນທຶກມີກຳນົດໃນໄລຍະ 5 ປີ ເລີ່ມແຕ່ວັນທີ 01 ມັງກອນ 2022 ຫາ ວັນທີ 31 ທັນວາ 2026

ຂ່າວ-ພາບ: ສັນຕິ