ອິນໂດເນເຊຍ ປະກາດ ເປັນແຫຼ່ງສົ່ງອອກລົດໄຟຟ້າຂອງອາຊຽນ

1185

ອິນ​ໂດ​ເນ​ເຊຍ​ປະ​ກາດ ພ້ອມ​ເປັນ​ສູນ​ກາງ​ການ​ຜະ​ລິດ ແລະ ສົ່ງ​ອອກ​ລົດ​ໄຟ​ຟ້າ​ແຫ່ງ​ອາ​ຊຽນ ໂດຍ​ຕັ້ງ​ເປົ້າ​ຜະ​ລິດ​ລົດ​ໃຫຍ່-ລົດ​ບັ​ສ​ໃຫ້​ໄດ້ 1.000 ຄັນ​ໃນ​ປີ​ໜ້າ, ຫຼັງ​ຈາກ​ທີ່​ຈັບ​ມື​ກັບ​ບໍ​ລິ​ສັດ​ຮຸນ​ໄດ​ສ້າງ​ຕັ້ງ​ໂຮງ​ງານ​ຜະ​ລິດ​ໃ​ກ້​ກັບ​ນະ​ຄອນຫຼວງ​ຈາ​ກາ​ຕາ, ຂະ​ນະ​ທີ່​ໂຮງ​ງານ​ຜະ​ລິດ​ແບັດ​ເຕີ​ຣີ (ໝໍ້​ໄຟລົດ) ຈະ​ເລີ່ມ​ການ​ຜະ​ລິດ​ໃນ​ປີ​ໜ້າ​ເຊັ່ນ​ດຽວ​ກັນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ວ່າ ອິນ​ໂດ​ເນ​ເຊຍ​ພ້ອມ​ແລ້ວ​ທີ່​ຈະ​ກ້າວ​ຂຶ້ນ​ເປັນ​ສູນ​ກາງ​ແຫ່ງ​ການ​ຜະ​ລິດ ແລະ ສົ່ງ​ອອກ​ລົດ​ໄຟ​ຟ້າ​ໃນ​ພູ​ມີ​ພາກ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ໂດຍ​ໄລ​ຍະ​ທຳ​ອິດ​ຕັ້ງ​ເປົ້າ​ຜະ​ລິດ​ລົດ​ໃຫຍ່ ແລະ ລົດ​ບັ​ສ​ປະ​ຈຳ​ທາງ​ໃຫ້​ໄດ້ 1.000 ຄັນ​ໃນ​ປີ 2022.

ສຳ​ນັກ​ຂ່າວ​ຊິນ​ຮ​ວາລາຍ​ງານ​ວ່າ ຂະ​ບວນ​ການ​ຜະ​ລິດ​ລົດ​ໄຟ​ຟ້າ​ຈະ​ເລີ່ມ​ຂຶ້ນ​ໃນ​ເດືອນ​ມີ​ນາ 2022 ພາຍ​ໃຕ້​ການ​ດຳ​ເນີນ​ງານ​ຂອງ​ບໍ​ລິ​ສັດ ພີ​ທີ ຮຸນ​ໄດ ແມ​ນູ​ແຟັກ​ເຈີ​ຣິງ ອິນ​ໂດ​ເນ​ເຊຍ (HMMI) ຂອງ​ສາ​ທາ​ລະ​ນະ​ລັດ​ເກົາຫຼີ ເຊິ່ງ​ປັດ​ຈຸ​ບັນ​ກຳ​ລັງ​ສ້າງ​ຕັ້ງ​ໂຮງ​ງານ​ຢູ່​ໃນ​ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ ຊີ​ກາ​ຣັງ (Cikarang) ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ນະ​ຄອນຫຼວງ​ຈາ​ກາ​ຕາ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ອິນ​ໂດ​ເນ​ເຊຍ ກ່າວ​ອີກວ່າ: ການ​ຜະ​ລິດ​ລົດ​ໄຟ​ຟ້າ ສະ​ແດງ​ໃຫ້​ເຫັນ​ວ່າ ອຸດ​ສາ​ຫະ​ກຳ​ຂອງ​ອິນ​ໂດ​ເນ​ເຊຍ ກຳ​ລັງ​ກ້າວ​ໄປ​ສູ່​ອຸ​ດ​ສາ​ຫະ​ກຳ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ໂດຍ​ໂຄງ​ການ​ດັ່ງ​ກ່າວ​ໄດ້​ຕັ້ງ​ເປົ້າ​ໄວ້​ວ່າ ຈະ​ຜະ​ລິດ​ລົດ​ໄຟ​ຟ້າ​ໃຫ້​ໄດ້ 600.000 ຄັນ​ໃນ​ປີ 2030 ໂດຍ​ຄາດ​ວ່າ ຈະ​ຊ່ວຍຫຼຸດ​ການ​ປ່ອຍ​ມົນ​ລະ​ພິດ​ຂຶ້ນ​ສູ່​ອາ​ກາດ​ໄດ້​ສູງ​ເຖິງ 2,7 ລ້ານ​ໂຕນ ເຊິ່ງ​ເປັນ​ໄປ​ຕາມ​ນະ​ໂຍ​ບາຍ​ຂອງ​ອິນ​ໂດ​ເນ​ເຊຍ​ທີ່​ຈະຫຼຸດ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງ 29% ໃນ​ປີ 2030.

ສ່ວນ​ໂຮງ​ງານ​ຜະ​ລິດ​ແບັດ​ເຕີ​ຣີ​ລົດ​ໄຟ​ຟ້າ ໄດ້​ເລີ່ມ​ລົງ​ມື​ກໍ່​ສ້າງ​ເມື່ອ​ເດືອນ​ກັນ​ຍາ​ຜ່ານ​ມາ ດ້ວຍ​ເງິນ​ລົງ​ທຶນ 1,1 ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ​ອິນ​ໂດ​ເນ​ເຊຍ ແລະ ສາ​ທາ​ລະ​ນະ​ລັດ​ເກົາຫຼີ ແລະ ຄາດ​ວ່າ ຈະ​ເລີ່ມ​ດຳ​ເນີນ​ການຜະ​ລິດ​ໃນ​ປີ 2022 ເຊັ່ນ​ດຽວ​ກັນ.