ຜົນກຳໄລໄຕມາດ 3 ຂອງຊຳຊຸງສູງສຸດໃນຮອບ 3 ປີ

413

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ບໍ​ລິ​ສັດ​ຊຳ​ຊຸງ​ເອ​ເລັກ​ໂຕ​ຣ​ນິກ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 28 ຕຸ​ລາ 2021 ວ່າ ໃນ​ໄຕ​ມາດ 3 ຂອງ​ປີ​ນີ້ ຊຳ​ຊຸງ​ມີ​ຜົນ​ກຳ​ໄລ​ເພີ່ມ​ຂຶ້ນ 28% ເຊິ່ງ​ເປັນ​ລະ​ດັບ​ສູງ​ສຸດ​ໃນ​ຮອບ 3 ປີ ໂດຍ​ໄດ້​ແຮງ​ຍູ້​ຈາກ​ລາ​ຄາ​ເຊ​ມີ​ຄອນ​ດັດ​ເຕີ (ຊິບ) ໜ່ວຍ​ຄວາມ​ຈຳ, ຍອດ​ການ​ຜະ​ລິດ​ຊິບ​ຕາມ​ສັນ​ຍາ​ສັ່ງ​ຊື້ ແລະ ຍອດ​ຂາຍ​ຈໍ​ສະ​ແດງ​ຜົນ.

ທັງ​ນີ້ ຜົນ​ກຳ​ໄລ​ໃນ​ໄຕ​ມາດ 3 (ເດືອນ​ກໍ​ລະ​ກົດ ຫາ ເດືອນ​ກັນ​ຍາ) ເພີ່ມ​ຂຶ້ນ 15,8 ພັນ​ຕື້ວອນ ຫຼື ປະ​ມານ 13,48 ຕື້​ໂດ​ລາ​ສະ​ຫະ​ລັດ, ຈາກ​ລະ​ດັບ 12,35 ພັນ​ຕື້ວອນ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.