ລັດຖະບານ ອະນຸຍາດໃຫ້ບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ ເຂົ້າຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກຢູ່ ແຂວງຫົວພັນ ແລະ ຊຽງຂວາງ

1918

ບໍລິສັດນິກສັນ ພັດທະນາບໍ່ແຮ່ ຈໍາກັດຜູ້ດຽວ ກຽມພ້ອມຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກເຫຼັກຈາກ 2 ແຂວງຄື: ຊຽງຂວາງ ແລະ ຫົວພັນ ໂດຍມີໄລຍະສັນຍາ 14 ປີ.


ວັນທີ 28 ຕຸລາ 2021, ທີ່ຫ້ອງການກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ ຢູ່ເຂດບ້ານຖ້ຳລາ, ບ້ານພັນລໍ ເມືອງຮ້ຽມ, ແຂວງຫົວພັນ ແລະ ເມືອງຄຳ, ແຂວງຊຽງຂວາງ ໃນເນື້ອທີ່ 12,56 ກມ2, ອາຍຸສັນຍາ 14 ປີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ.


ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແມ່ນ ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າໃຫ້ ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ ແມ່ນ ທ່ານ ນິສັນ ພົມມະວິຈິດ ປະທານກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ ໂດຍມີທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະຫລັງງານບໍ່ແຮ່; ທ່ານ  ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ; ຫົວຫນ້າຫ້ອງການ-ຫົວຫນ້າກົມກະຊວງກ້ຽວຂ້ອງ; ຫົວໜ້າພະແນກແຜນການ ແລະ ການລົງທຶນ ຈາກແຂວງຫົວພັນ ແລະ ແຂວງຊຽງຂວາງ ຕະຫຼອດທັງພະນັກງານ ກຸ່ມບໍລິສັດກສັນພັດທະນາບໍ່ແຮ່ຈຳກັດ ແລະ ແຂກ ຈາກພາກສ່ວນກ້ຽວຂ້ອງເຂົ້າຮ່ວມ.


ໃນພິທີເຊັນສັນຍາ ປະທານ ພ້ອມດ້ວຍຄະນະ ແລະ ພະນັກງານຂອງ ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ ຍັງໄດ້ມອບພັນທະລ່ວງຫນ້າໃຫ້ລັດຖະບານກ່ອນຈຳນວນ 2ລ້ານໂດລາສະຫະລັດ ແລະ ສ້ອມແປງທາງຊ່ວຍລັດຖະບານ ແຕ່ຈຸດຂຸດຄົ້ນແຮ່ເຫຼັກ ຫາ ເທດສະບານເມືອງຮ້ຽມ, ເຊິ່ງມີໄລຍະທາງຍາວ 32 ກິໂລແມັດ ແລະ ເປັນການພັດທະນາເສດຖະກິດແຫ່ງຊາດໃຫ້ຂະຫຍາຍຕົວເວົ້າລວມ, ເວົ້າສະເພາະແມ່ນການຂະຫຍາຍຕົວເສດຖະກິດຂອງແຂວງຫົວພັນ ແລະ ຊຽງຂວາງ.