R.I.P ຜູ້ເສຍຊີວິດໃໝ່ ກໍລະນີ 60-61

554

ມາຮອດວັນທີ 29 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 38.688 ຄົນ, ເສຍຊີວິດສະສົມ 61 ຄົນ (ໃໝ່ 2), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 417 ຄົນ, ກໍາລັງປິ່ນປົວ 6.769 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 2 ຄົນ ມີລາຍລະອຽດດັ່ງນີ້

1 ຜູ້ທີ 1 ເພດຊາຍ, ອາຍຸ 42 ປີ, ອາຊີບ ປະຊາຊົນ, ບ້ານສະກ້າ, ເມືອງໂພນໂຮງ, ແຂວງວຽງຈັນ
ປະຫວັດພະຍາດປະຈໍາຕົວ: ເປັນພະຍາດເລຶອດ 2 ປີ, ຜ່ານມາຍັງບໍ່ທັນໄດ້ຮັບການສັກຢາວັກຊີນກັນໂຄວິດ-19

ວັນທີ 26 ຕຸລາ 2021 ເວລາ 19:00ໂມງ: ຜູ້ກ່ຽວເຂົ້າມາປີ່ນປົວ ຢູ່ໂຮງໝໍແຂວງ ດ້ວຍ
ອາການຈືດມ້ານ, ຈ່ອຍຜອມ, ອິດເມື່ອຍຫລາຍ ເປັນໄດ້ຫລາຍມື້ແລ້ວ ຈຶ່ງໄດ້ເກັບຕົວຢ່າງ

ກວດຫາເຊື້ອພະຍາດໂຄວິດ-19 ແລະ ຜົນກວດອອກມາ ແມ່ນພົບເຊື້ອ, ຈຶ່ງນຳສົ່ງເຂົ້ານອນ
ປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ໂພນໂຮງແຂວງວຽງຈັນ, ໄລຍະນອນປິ່ນປົວຢູ່ໂຮງໝໍ 4 ວັນ (ນັບແຕ່ວັນທີ 26-28 ຕຸລາ 2021)

ວັນທີ 28 ຕຸລາ 2021 ເວລາ ~14:15 ໂມງ ຜູ້ກ່ຽວໄດ້ເສຍຊີວິດ.
2 ຜູ້ທີ 2 ເພດຊາຍ, ອາຍຸ 23 ປີ, ອາຊີບ: ຫວ່າງງານ, ບ້ານເມືອງນ້ອຍ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ, ບໍ່ມີພະຍາດປະຈໍາຕົວ, ຜ່ານມາໄດ້ຮັບການສັກຢາວັກຊີນ 01 ເຂັມ (ຊີໂນຟາມ)

ວັນທີ 28 ຕຸລາ 2021 ເວລາ 20:00 ໂມງ: ຜູ້ກ່ຽວໄດ້ເສຍຊີວິດ (ຢູ່ສະຖານທີ່ຄຸມຂັງ ເມືອງ
ໄຊເສດຖາ) ແລະ ຜົນກວດພົບເຊື້ອພະຍາດໂຄວິດ (ຜົນກວດອອກໃນພາຍຫຼັງ)