ບໍ່ແກ້ວ ກຳນົດເອົາສະໂມສອນໃຫຍ່ຂອງແຂວງ ເປັນໂຮງໝໍສະໜາມປົວຕິດເຊື້ອໂຄວິດ-19

627

ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງ ບໍ່ແກ້ວ ໃນວັນທີ 29 ຕຸລາ 2021 ອີງຕາມແຫຼ່ງຂໍ້ມູນ ພະແນກສາທາລະນະສຸກແຂວງ, ຫ້ອງວິເຄາະໂຮງໝໍແຂວງ ຫຼ້າສຸດນີ້, ໄດ້ກວດຕົວຢ່າງໃໝ່ ຈໍານວນ 472 ຕົວຢ່າງ, ພົບກໍລະນີຜູ້ຕິດເຊື້ອບວກໃໝ່ໃນຊຸມຊົນ 52 ຄົນ ຖືວ່າເປັນຕົວເລກທີ່ສູງ.

ຕາມການລາຍງານ ໃນນັ້ນແມ່ນຜູ້ຕິດເຊື້ອໃໝ່ທັງໝົດຢູ່ເມືອງຫ້ວຍຊາຍປະກອບມີ: ບ້ານປ່າອ້ອຍ 38 ຄົນ, ບ້ານນໍ້າງາວ 4 ຄົນ, ບ້ານໜອງຄຳ 3 ຄົນ, ບ້ານຫ້ວຍຊາຍເໜືອ 2 ຄົນ, ບ້ານອຸດົມ 5 ຄົນ, ບ້ານປາກງາວ 1 ຄົນ, ບ້ານໂພນໄຊ 1 ຄົນ, ບ້ານຫ້ວຍຊາຍໃຕ້ 1 ຄົນ. ປະຈຸບັນສູນທີ່ໃຊ້ປິ່ນປົວຜູ້ຕິດເຊື້ອແມ່ນມີຢູ່ 7 ແຫ່ງຄື: ໂຮງໝໍແຂວງ, ສູນປີ່ນປົວທະຫານແຂວງ, ສູນປີ່ນປົວມົກກະຈອກ, ໂຮງໝໍເມືອງຕົ້ນເຜີ້ງ, ໂຮງໝໍສະໜາມເມືອງປາກທາ, ໂຮງໝໍເມືອງຜາອຸດົມ ແລະ ໂຮງໝໍສະໜາມເຂດເສດຖະກິດພິເສດແຂວງບໍ່ແກ້ວ.

ແຕ່ຕໍ່ກັບສະພາບການດັ່ງກາວ ຄະນະສະເພາກິດແຂວງບໍ່ແກ້ວ ຈິ່່ງໄດ້ສືບຕໍ່ຂະຫຍາຍ ໂຮງໝໍສະໜາມເພີ່ມ ຢູ່ເມືອງຫ້ວຍຊາຍ ໂດຍກຳນົດເອົາສະໂມສອນໃຫຍ່ຂອງແຂວງ ບໍ່ແກ້ວ ເປັນໂຮງໝໍສະໜາມຄັ້ງທີ II. ຈິ່ງໄດ້ພ້ອມກັນອອກແຮງງານລວມ ໂດຍການອານາໄມ, ປັດກວາດ, ຈັດຕຽງນອນ ໃຫ້ເປັນລະບຽບ ໂດຍນໍາໃຊ້ກຳລັງແຮງານຂອງຊາວໜຸ່ມຕະລຸ່ມບ່ອນ

ນຳໂດຍ ທ່ານ ນາງ ດວງຕາ ໄຊຍະຫົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍ່ແກ້ວ ເພື່ອກຽມຄວາມພ້ອມຮອບດ້ານໃນການຂະຫຍາຍສະຖານທີ່ປິ່ນປົວໃນໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ທີ່ອາດເພີ່ມຂຶ້ນເປັນຈໍານວນຫລາຍ ໃນກໍລະນີ ທີ່ຜູ້ຕິດເຊື້ອລົ້ນໂຮງໝໍ, ຫຼຸດຜ່ອນຄວາມແອອັດ.

ເຊິ່ງຕອນນີ້ ທົ່ວແຂວງບໍ່ແກ້ວ ມີຜູ້ຕິດເຊື້ອສະສົມທັງໝົດຈໍານວນ 1.783 ຄົນ, ປິ່ນປົວຫາຍດີ 1.417 ຄົນ, ສືບຕໍ່ປິ່ນປົວປິ່ນປົວ 365 ຄົນ , ປິ່ນປົວດີໃໝ່ 10 ຄົນ, ເສຍຊີວິດສະສົມ 01 ຄົນ.