ເພີດເພີນກັບທໍາມະຊາດ “ ຕາດຖໍ້າຈໍາປີ່” ທີ່ນີ້ເປັນອີກແຫຼ່ງທີ່ລໍຖ້າໃຫ້ທ່ານໄປສໍາຜັດ

1654

ງົດງາມສົມຄໍາລໍ້າລື ດິນແດນໃຕ້ຂອງລາວເຮົາ ບໍ່ວ່າຈະເປັນປູຊະນີຍະສະຖານ, ວັດວາອາຮາມ ແລະ ສະຖານທີ່ທ່ອງທ່ຽວທີ່ຫລາກຫລາຍ ທາງດ້ານວັດທະນະທໍາ ຕິດພັນກັບມໍລະດົກທາງປະຫວັດສາດທີ່ເກົ່າແກ່ ແລະ ປະຊາຊົນໃຫ້ການເຄົາລົບບູຊາກັນມາຢ່າງຍາວນານ ພ້ອມກັບສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍສົດງົດງາມ ມື້ນີ້ນໍາພາທ່ານຜູ້ອ່ານມາທ່ຽວຊົມທໍາມະຊາດຢູ່ດິນແດນໃຕ້ຂອງປະເທດລາວເຮົາ ທີ່ “ຕາດຖໍ້າຈໍາປີ່’’ ດິນແດນແຫ່ງຄວາມອຸດົມສົມບູນງົດງາມອັດສະຈັນໃຈ. ຕົ້ນໄມ້ໃບຫນາທີ່ປົກຄຸມ ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າ ເປັນສິ່ງທີ່ທໍາມະຊາດສ້າງຂຶ້ນ ເພື່ອຄວາມເບີກບານອັດສະຈັນຕາໃຫ້ກັບແຂກໄປໄທມາໄດ້ເຫັນ, ໄດ້ຊື່ນຊົມ ແລະ ທ່ອງທ່ຽວ.

ເມື່ອໄດ້ມາຢ້ຽມຢາມທ່ອງທ່ຽວນະສະຖານທີ່ແຫ່ງນີ້ ທ່ານຈະໄດ້ສໍາຜັດກັບບັນຍາກາດອັນແສນສົດຊື່ນບໍລິສຸດ, ໄດ້ອັດສະຈັນຕາກັບສາຍນໍ້າຕົກທີ່ສວຍງາມ ພ້ອມກັບຕົ້ນໄມ້ໃບຂຽວທີ່ອຸດົມສົມບູນປົກຫຸ້ມ ແລະ ໃຫ້ຄວາມສົດຊື່ນແຈ່ມໃສຢູ່ຕະຫລອດເວລາ ພ້ອມທັງ ຕະຫລອດການເດີນທາງຈະໄດ້ເຫັນປະຊາຊົນ ແລະ ວິຖີຊີວິດຂອງເຂົາເຈົ້າທີ່ຢູ່ນະສະຖານທີ່ແຫ່ງນັ້ນ. ທີ່ສໍາຄັນຄື ການໄດ້ໄປສະຖານທີ່ແຫ່ງໃຫມ່ຫາຄວາມຮູ້ ແລະ ປະສົບການອັນໃຫມ່ໃຫ້ກັບຕົນເອງຖືວ່າເປັນກໍາໄລຊີວິດທີ່ທຸກຄົນໃຝ່ປອງ.

ການເດີນທາງເພື່ອໄປຊົມຄວາມງົດງາມຂອງ “ນໍ້າຕົກຕາດຖໍ້າຈໍາປີ່” ແມ່ນການເດີນທາງຈາກປາກເຊ ໄປທາງປາກຊ່ອງຮອດກິໂລແມັດທີ 36 ແລ້ວຂີ່ເຂົ້າຊອຍໄປປະມານ 2 ກິໂລແມັດ ສະຖານທີ່ຕັ້ງແມ່ນຕັ້ງຢູ່ ບ້ານ ຫລັກ 38, ເມືອງປາກຊ່ອງ, ແຂວງຈໍາປາສັກ ຖ້າຈະໃຫ້ສະດວກ ແລະ ໄປມາງ່າຍແນະນໍາສາຍເດີນທາງທ່ອງທ່ຽວ ໃຫ້ຂີ່ລົດກະບະໄປ ສ່ວນລົດເກັງກໍສາມາດຂີ່ໄປໄດ້ ແຕ່ອາດຈະຍາກແດ່ ແລະ ຕ້ອງຄ່ອຍໄປ ແຕ່ເມື່ອໄປຮອດຮັບຮອງວ່າ ຫາຍເມື່ອຍ ແລະ ລືມຄວາມລໍາບາກນັ້ນທັນທີ.

 

ການທ່ອງທ່ຽວແບບນີ້ຂ້ອນຂ້າງເຫມາະກັບສານພະຈົນໄພ ການໄປແບບເປັນຫມູ່ຄະນະ ເພື່ອໄດ້ໃຊ້ຊີວິດຮ່ວມກັນ ໄດ້ຮຽນຮູ້ຫລາຍໆສິ່ງຢ່າງ ທີ່ມີໃນທໍາມະຊາດໄປພ້ອມໆກັນ ແລະ ທັງເປັນການພັກຜ່ອນ ຫາຄວາມສຸກໃຫ້ກັບຕົນເອງ ໄດ້ພາຮ່າງກາຍໄປພັກຜ່ອນ ແລະ ໄດ້ຢູ່ກັບທໍາມະຊາດຢ່າງເຕັມທີ່ອີກດ້ວຍ ສໍາຜັດກັບຄວາມຊຸ່ມເຢັນຂອງກະແສນໍ້າທີ່ຕົກລົງມາຈາກບ່ອນສູງ ເປັນກະແສຟອງຟົ້ງລະອອງນໍ້າຂຶ້ນມາ ເຫມືອນດັ່ງກັບວ່າຢູ່ທ່າມກາງທະເລຫມອກ ຟັງສຽງນົກຫນູປູປີກຮ້ອງ, ສຽງກ້ອງຕາມສາຍລົມເຢັນ ໂອ!ຄວາມສຸກທີ່ຫາໄດ້ເອງ ເຫມືອນດັ່ງສະຫວັນເທິງດິນຢູ່ທີ່ນີ້ “ນໍ້າຕົກຕາດຖໍ້າຈໍາປີ່”. ຢູ່ທີ່ “ນໍ້າຕົກຕາດຖໍ້າຈໍາປີ່’’

ຈະມີກິດຈະກໍາຫລາກຫລາຍຢ່າງເລີຍ ໃຫ້ນັກທ່ອງທ່ຽວໄດ້ຫລິ້ນ ເພື່ອສ້າງຄວາມເພີດເພີນມ່ວນຊື່ນ ແລະ ເປັນການສ້າງກິດຈະກໍາຮ່ວມກັນ ຂອງກຸ່ມນັກທ່ອງທ່ຽວ ບໍ່ວ່າຈະເປັນການລ່ອງເຮືອ, ຂີ່ເຮືອແພ, ລົງຫລິ້ນນໍ້າ, ຂີ່ກົງເບັງ ແລະ ອີກຫນຶ່ງຢ່າງທີ່ພາດບໍ່ໄດ້ ເມື່ອຍາມຄ້ອຍຄໍ່າລົງແລງ ແສງຕາເວັນໃກ້ຈະລັບລາຈາກຂອບຟ້າກໍແມ່ນ ກິດຈະກໍາ “ກາງເຕັ້ນຕັ້ງແຄ້ມ” ທີ່ທາງຕາດຖໍ້າຈໍາປີ່ ເພິ່ນໄດ້ກະກຽມໄວ້ໃຫ້ບໍລິການແກ່ນັກທ່ອງທ່ຽວທຸກຄົນ ເພື່ອນອນກາງປ່າທ່າມກາງພູຜາປ່າດົງ, ສາຍນໍ້າ, ທໍາມະຊາດທີ່ສົມບູນຢູ່ນະທີ່ແຫ່ງນີ້ ແລະ ມີຄ່າເຂົ້າຊົມຄວາມງົດງາມພຽງແຕ່ຜູ້ລະ 5 ພັນກີບຕໍ່ຄົນເທົ່ານັ້ນ.

ກໍ່ກອງໄຟ

ຂໍແນະນໍາອີກຢ່າງຫນຶ່ງ ສໍາລັບໃຜ ທີ່ຈະໄປຊົມຄວາມງົດງາມຂອງ ຕາດຖໍ້າຈໍາປີ່ ເມື່ອກ່ອນເພິ່ນຈະມີບໍລິການຮ້ານອາຫານນໍາ ແຕ່ປັດຈຸບັນ ເນື່ອງຈາກສະຖານະການໂຄວິດ-19 ເຮັດໃຫ້ຮ້ານອາຫານຕ່າງໆຕ້ອງປິດຕົວ ແລະ ຊຸດໂຊມ ຜູ້ຄົນບໍ່ໄປທ່ອງທ່ຽວຄືເມື່ອກ່ອນ ດັ່ງນັ້ນ ຈຶ່ງຂໍແນະນໍາໃຫ້ທຸກຄົນສາຍທ່ອງທ່ຽວ ກະກຽມອາຫານການກິນ ແລະ ສິ່ງທີ່ຈໍາເປັນໄປນໍາເຊັ່ນ: ຢາສີດກັນຍູງ, ເສື້ອກັນຫນາວ ແລະ ໄຟສາຍ ເພື່ອຄວາມສະດວກ ສະບາຍກັບສະຖານະການຢູ່ກາງປ່າແບບນີ້ ແລະ ທີ່ສໍາຄັນອີກຢ່າງຫນຶ່ງ ຢ່າລືມຮັກສາຄວາມສະອາດ ຊ່ວຍກັນ ເພື່ອເປັນການອະນຸລັກຮັກສາທໍາມະຊາດ ໃຫ້ທໍາມະຊາດທີ່ສວຍງາມ ແລະ ອຸດົມສົມບູນນີ້ໄດ້ຢູ່ກັບເຮົາໄປດົນໆ.

ພາຄອບຄົວ, ຫມູ່ເພື່ອນ ໄປສໍາພັດກັບທໍາມະຊາດກິນເຂົ້າຮ່ວມກັນຢູ່ປ່າ ຮ່ວມກັນພະຈົນໄພ ແລະ ເກັບກ່ຽວປະສົບການໃນການເດີນທາງ ໄດ້ມິດຕະພາບຈາກເພື່ອຮ່ວມທຣິບ ແລະ ທີ່ສໍາຄັນຄືການໄດ້ຢູ່ກັບທໍາມະຊາດ ແລະ ໄດ້ສຶກສາຮຽນຮູ້ຊີວະນາໆພັນທີ່ສວຍງາມຈາກທໍາມະຊາດ ແລະ ຫນ້າອັດສະຈັນຢູ່ທີ່ນັ້ນ ພ້ອມກັບຖ່າຍຮູບງາມໆ ກັບຕົ້ນໄມ້ ແລະ ສາຍນໍ້າຕົກທີ່ຊຸ່ມເຢັນ ເພື່ອໄວ້ເບິ່ງໃນວັນຂ້າງຫນ້າ ແລະ ເພື່ອເປັນການເຕື່ອນຄວາມຊົມຈໍາດີໆ ວ່າມີຄັ້ງຫນຶ່ງເຮົາເຄີຍໄດ້ໄປສໍາພັນ ແລະ ມີຄວາມສຸກຢູ່ນະທີ່ແຫ່ງນີ້.

ຮູບ: ຕາດຖໍ້າຈໍາປີ