ທ່ານຮູ້ແລ້ວບໍ Meta ເປັນຊື່ໃໝ່ຂອງ Facebook ແລະນີ້ຄືເຫດຜົນທີ່ປ່ຽນ

682

ຫຼາຍຄົນແມ່ນຄຸ້ນຫູ ແລະ ຄຸ້ນເຄີຍກັບຊື່ຂອງ Facebook ມາຕັ້ງແຕ່ມີການກໍ່ຕັ້ງຄື ເມື່ອວັນພຸດ ກົງກັບວັນທີ 4 ກຸມພາ 2004 ໂດຍ Mark Zuckerberg ທຸກວັນນີ້ເຊື່ອເລີຍ Facebook ໄດ້ເຂົ້າມາເປັນສ່ວນໜຶ່ງຂອງຊີວິດຂອງທຸກໆຄົນໄປແລ້ວ ແຕ່ເມື່ອມໍ່ໆມານີ້ມີຂ່າວວ່າວັນທີ 28 ຕຸລານີ້ຈະປ່ຽນຊື່ໃໝ່ທີ່ໃຫ້ຫຼາຍກວ່າຄຳວ່າໂຊຊຽວມິເດຍ.

ແລະຕອນນີ້ກໍ່ໄດ້ເວລານັດໝາຍ ຜູ້ກໍ່ຕັ້ງເຟສບຸກກໍ່ຄືມາກສັກະເບີດ ໄດ້ປະກາດເປັນທາງການແລ້ວວ່າ Facebook ແມ່ນໄດ້ປ່ຽນຊື່ຢ່າງແທ້ຈິງ ໂດຍປ່ຽນຈາກຊື່ເດີມມາເປັນ Meta ເປັນທີ່ຮຽບຮ້ອຍແລ້ວ.

ທ່ານ Mark Zuckerberg ໄດ້ໃຫ້ເຫດຜົນວ່າ: ການທີ່ປ່ຽນຊື່ມາເປັນ Meta ກໍ່ເພື່ອສະທ້ອນສິ່ງທີ່ເຮົາເປັນ ແລະ ສິ່ງທີ່ເຮົາມຸ້ງຫວັງທີ່ຈະສ້າງ ເຊິ່ງຄຳເວົ້ານີ້ແມ່ນ Mark Zuckerberg ລະບຸໃນຂໍ້ຄວາມຂອງເພິ່ນເອງ ສ່ວນວ່າສາເຫດຂອງການເລືອກຊື່ນີ້ Meta ນັ້ນ Mark Zuckerberg ລະບຸວ່າ: ເພາະຄຳວ່າ Meta ໃນພາສາ ກຣີກ ແປວ່າ ໄປໄກກວ່າ ເຊິ່ງມັນສອດຄ່ອງກັບວິໄສທັດທີ່ທາງບໍລິສັດຕ້ອງການທີ່ຈະໄປໄກກວ່າ ການທີ່ເປັນພຽງແຕ່ໂຊຊ້ຽວມີເດຍຜ່ານໜ້າຈໍຄອມ ແລະ ມືຖືຢ່າງທຸກວັນນີ້.

ທ່ານຍັງກ່າວອີກວ່າ: ເຫດຜົນທີ່ຕ້ອງເປັນຄຳວ່າ Meta ທໍາອິດເລີຍຄືຄໍານີ້ສະທ້ອນແນວທາງ Metaverse ທີ່ບໍລິສັດຈະເດີນໜ້າຕໍ່ຈາກນີ້ ແລະ ຫຼັງຈາກທີ່ປ່ຽນຊື່ແລ້ວ ຫຼາຍຢ່າງກໍ່ຕ້ອງປ່ຽນຕາມ ເຊັ່ນວ່າ: Mark Zuckerberg ກໍ່ຈະມີຊື່ຕໍາແໜ່ງໃໝ່ ເປັນຊີອີໂອ ແລະ ປະທານຂອງ Meta.

Mark Zuckerberg ເຊື່ອວ່າ Metaverse ຄືຍຸກຖັດໄປຂອງອິນເຕີເນັດ ແຕ່ເດີມຈາກຍຸກຄອມພິວເຕີຕັ້ງໂຕະສູ່ມືຖື, ຈາກຍຸກຂໍ້ຄວາມສູ່ຮູບພາບ, ວີດີໂອ ແຕ່ວ່າສິ່ງນີ້ບໍ່ແມ່ນຈຸດຈົບຂອງສິ່ງເຫຼົ່ານີ້ ເຊິ່ງວ່າມັນຍັງໄປໄດ້ໄກກວ່ານີ້ຫຼາຍ. ຫຼັງຈາກນີ້ໂລກຂອງ Metaverse ຈະສ້າງປະສົບການໃໝ່ ເຮັດໃຫ້ຄົນເຖິງຈະຢູ່ຄົນລະບ່ອນ ແຕ່ຈະສາມາດໃກ້ກັນຂຶ້ນຫຼາຍກວ່າເດີມເຊັ່ນ: ໃນອະນາຄົດເຮົາອາດສາມາດ ເທເລພອດ ( Teleport ) ໄປນັ່ງເຮັດວຽກໃນຫ້ອງການ ຫຼື ໄປທ່ຽວຄອນເສີດກັບໝູ່ເພື່ອນໃນຮູບແບບ ໂຮໂລແກຣມ ໂດຍບໍ່ຕ້ອງເດີນທາງໃຫ້ເສຍເວລາ.

ຍິ່ງໄປກວ່າ ທ່ານ ມາກ ຍັງບອກວ່າ: ທີ່ເຟສບຸກຕ້ອງປ່ຽນຊື່ ມາເປັນ ເມຕາ ນັ້ນເປັນຄວາມພະຍາຍາມສົ່ງເສີມເທັກໂນໂລຢີໃຫ້ເໝືອນຄວາມເປັນຈີງໃຫ້ຫຼາຍທີ່ສຸດ ຫຼື Virtual Reality ແຫ່ງອະນາຄົດ ພາຍໃຕ້ຄອນເຊັບ metaverse
ມາກ ສັກກະເບິດ ອະທິບາຍວ່າ metaverse ຄືສິ່ງແວດລ້ອມເໝືອນຈີງທີ່ເຊື່ອມໂຍງຊຸມຊົນເໝືອນຈິງຕ່າງໆເຂົ້າດ້ວຍກັນ ໂດຍຜູ້ໃຊ້ສາມາດພົບປະກັນ, ເຮັດວຽກ, ຫຼິ້ນ, ຊື້ເຄື່ອງອອນລາຍ ຫຼື ເຂົ້າສູ່ສັງຄົມອອນລາຍ ຜ່ານເທັກໂນໂລຢີ ຄືກັບການຢູ່ໃນຊີວິດຈີງ Virtual Reality ແລະ ເທັກໂນໂລຢສົມຈິງ Augmented Reality ລວມທັງແອບໃນໂທລະສັບມືຖື ຫຼື ອຸປະກອນອື່ນໆ.
ຊີອີໂອຂອງເຟສບຸກກ່າວວ່າ Facebook ນັ້ນບໍ່ໄດ້ສະທ້ອນໃຫ້ເຫັນເຖິງທຸກຢ່າງທີ່ທາງບໍລິສັດກຳລັງເຮັດຢູ່ ແລະກຳລັງກ້າວເດີນໄປຂ້າງໜ້າ ເຊິ່ງວ່ານອກເໜືອຈາກສື່ສັງຄົມອອນລາຍແລ້ວ Facebook ຍັງມີທຸລະກິດກ່ຽວກັບອຸປະກອນສຳລັບເທັກໂນໂລຢີເໝືອນຈິງຕ່າງໆ ທີ່ເຊື່ອມຕໍ່ຜູ້ຄົນເຂົ້າຫາກັນ.

ດັ່ງນັ້ນ, ພາຍໃຕ້ໃນການປ່ຽນຊື່ໃໝ່ນີ້ ສື່ສັງຄົມອອນລາຍຕ່າງ ລວມທັງເຟສບຸກ, ວອດແອັບ ແລະ ອິນສະຕາແກຣມ ຈະຍັງເປັນຊື່ເກົ່າຕໍ່ໄປ ເຊັ່ນດຽວກັບໂຄງສ້າງຂອງອົງກອນທີ່ຈະຍັງບໍ່ມີການປ່ຽນແປງ ແຕ່ວ່າສັນຍາລັກຂອງບໍລິສັດໃນຕະຫຼາດຫຼັກຊັບຈະປ່ຽນເປັນ MVRS ຕັ້ງແຕ່ວັນທີ 1 ທັນວາ 2021 ເປັນຕົ້ນໄປ.