ກອງປະຊຸມທາງໄກ “ ປຸກລະດົມທ່າແຮງບົ່ມຊ້ອນຂອງແຂວງ ຮ່າຕິ້ງ – ເຊື່ອມຕໍ່ພາກພື້ນ ພັດທະນາຕະຫຼາດຫວຽດ-ລາວ ”

667

ໃນວັນທີ 28 ຕຸລາ 2021 ໄດ້ມີກອງປະຊຸມສຳມະນາລູກຄ້າທາງໄກພາຍໃຕ້ຫົວຂໍ້: ປຸກລະດົມທ່າແຮງບົ່ມຊ້ອນຂອງແຂວງ ຮ່າຕິ້ງ – ເຊື່ອມຕໍ່ພາກພື້ນ ພັດທະນາຕະຫຼາດຫວຽດ-ລາວ ເຊິ່ງເປັນການການເຊື່ອມໂຍງສິນຄ້າຈາກລາວ, ເຂດພາກເໜືອ, ພາກກາງກັບບັນດາເຂດເສດຖະກິດທີ່ເປັນຈຸດສຸມ. ຈັດຂຶ້ນໂດຍກຸ່ມບໍລິສັດເຕິນກ່າງໄຊງ່ອນ ຮ່ວມກັບ ຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ສສ ຫວຽດນາມ.

May be an image of 1 person
Mr. Vo Trong Hai, Vice Provincial Governor, President of Ha Tinh People’s Committee ທ່ານ ຫວໍ ຈ໋ອງ ຮາຍ ຮອງເລຂາຄະນະພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ

ໂດຍການເຂົ້າຮ່ວມຂອງ ທ່ານ ຫວໍ ຈ໋ອງ ຮາຍ ຮອງເລຂາຄະນະພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງ ຮ່າຕິ້ງ, ທ່ານ ຫງວຽນ ຮົ່ງລິ້ງ ກໍາມະການຄະນະປະຈໍາຄະນະພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ, ພັນເອກ ບຸຍ ວັນ ກຸຍ Bui Van Quyýý ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ເຕິນກ່າງ ໄຊງ່ອນ, ຕາງໜ້າຝ່າຍ ສປປ ລາວ ໂດຍ ທ່ານ ຄໍາເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈຳການ ບໍລິສັດ ປີໂຕຣລ້ຽມເທດດິ້ງ ລາວມະຫາຊົນ ອະດີດຮອງປະທານຜູ້ປະຈຳການ ຄະນະກຳມະການຮ່ວມມືລາວ-ຫວຽດນາມ, ມີຜູ້ຕາງໜ້າທີ່ມາຈາກບັນດາອົງການຂະແໜງ ການທີ່ກ່ຽວຂ້ອງ, ຄະນະອຳນວຍການ, ບໍລິສັດເຮືອຂົນສົ່ງສາກົນ 1.000 ວິສາຫະກິດນຳເຂົ້າ- ສົ່ງອອກ, ຂອງວິສາຫະກິດຂົນສົ່ງຂອງຫວຽດນາມ ແລະ ລາວ; ຜູ້ຕາງໜ້າບັນດາສະມາຄົມ, ນັກລົງທຶນ ລາວ-ຫວຽດນາມ ແລະ ຜູ້ຕາງໜ້າບັນດາບໍລິສັດສະມາຊິກຂອງບໍລິສັດໃຫຍ່ເຕິນກ່າງໄຊງ່ອນ.

May be an image of 1 person
Mr. Nguyen Hong Linh, Committee Member of Provincial Party, Vice President of Ha Tinh People’s Committee ທ່ານ ຫງວຽນຮົ່ງລິ້ງ ກໍາມະການຄະນະປະຈໍາຄະນະພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ

ກອງປະຊຸມສຳມະນາຄັ້ງນີ້, ບັນດາຜູ້ຊ່ຽວຊານໄດ້ວິເຄາະທ່າແຮງບົ່ມຊ້ອນພັດທະນາຂອງຕະຫຼາດແຂວງຮ່າຕິ້ງ ດ້ວຍພາລະບົດບາດທີ່ເປັນໃຈກາງໃນທາງທິດເໜືອຂອງພາກກາງ, ເປັນຊ່ອງປະຕູນຳເຂົ້າ ແລະ ສົ່ງອອກຂອງບໍລິເວນທາງທິດເໜືອຂອງພາກກາງ ກັບຕະຫຼາດຂອງລາວ ແລະ ພາກຕາເວັນອອກສ່ຽງເໜືອຂອງ ໄທ, ຜ່ານບັນດາດ່ານຊາຍແດນສາກົນ ເກົາແຈວ ແລະ ຈາວໍ, ດ້ວຍເສັ້ນທາງຫຼວງແຫ່ງຊາດ 8A ແລະ ທາງຫຼວງແຫ່ງຊາດ 12. ດ້ວຍການພັດທະນາລະບົບ ICD, ບັນດາໂຄງການທີ່ເຊື່ອມຕໍ່ຈາກບັນດາເຂດເສດຖະກິດທີ່ສຳຄັນຂອງລາວ ແລະ ແຂວງ ຮ່າຕິ້ງ, ດ້ວຍທາງລົດໄຟ ແລະ ທາງບົກຈະປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດຂອງ ແຂວງຕື່ມອີກ,

May be an image of 1 person
Colonel Mr. Bui Van Quy, Deputy Managing Director of Tan Cang Sai Gon Corporation ພັນເອກ ບຸຍ ວັນ ກຸຍ Bùi Văn Quý ຮອງຜູ້ອໍານວຍການໃຫຍ່ບໍລິສັດ ເຕິນກາງ ໄຊງ່ອນ

ພ້ອມກັນນັ້ນ, ບໍລິສັດໃຫຍ່ເຕິນກ່າງໄຊງ່ອນ ໄດ້ນຳສະເໜີວິທີການແກ້ໄຂເພື່ອພັດທະນາການບໍລິການດ້ານຂົນສົ່ງ (logistics) ກັບເຂດເສດຖະກິດຫວຸ້ງອາງ-ທ່າເຮືອສາກົນລາວ-ຫວຽດນາມ ໃຫ້ເປັນຈຸດເຕົ້າໂຮມ. ນີ້ແມ່ນຊ່ອງປະຕູອອກສູ່ທະເລຕາເວັນອອກທີ່ສັ້ນທີ່ສຸດ, ຊ່ວຍເຊື່ອມຕໍ່ບັນດາສິນຄ້ານຳເຂົ້າ-ສົ່ງອອກຂອງພາກພື້ນ, ສິນຄ້າຜ່ານແດນຂອງຕະຫຼາດ 2 ແຫ່ງນີ້ ກັບກຸ່ມທ່າເຮືອຢູ່ນະຄອນໂຮ່ຈີມິນ, ກາຍແມັບ (Cai Mep), ແລກຮວ່ຽນ (Lach Huyen) ເພື່ອແລກປ່ຽນຊື້-ຂາຍກັບປະເທດຕ່າງໆຢູ່ໃນໂລກ ແລະ ກົງກັນຂ້າມ.

May be an image of 1 person
Representative from Lao PDR, Mr. Khampheuy KEOKINNALY, Executive Vice President of Petroleum Trading Lao Public Company, Former Vice President of the Lao-Vietnam Cooperation Committee ຕາງໜ້າຝ່າຍ ສປປລາວ ໂດຍ ທ່ານຄໍາເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈຳການ ບໍລິສັດ ປີໂຕຣລ້ຽມເທດດີ້ງ ລາວມະຫາຊົນ ອະດີດຮອງປະທານຜູ້ປະຈຳການ ຄະນະກຳມະການຮ່ວມມືລາວ-ຫວຽດນາມ

ໂດຍຮັບຮູ້ໄດ້ທີ່ຕັ້ງຍຸດທະສາດ ແລະ ທ່າແຮງໃນການພັດທະນາ, ຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ແລະ ບໍລິສັດໃຫຍ່ເຕິນກ່າງໄຊງ່ອນ ໄດ້ມີບັນດາວິທີການແກ້ໄຂການປະສານສົມທົບຢ່າງຄົບຊຸດ ໂດຍສະເພາະແມ່ນການລົງນາມໃນສັນຍາຮ່ວມມື ແລະ ຈັດຕັ້ງຜັນຂະຫຍາຍການຮັບເອົາເຮືອບັນທຸກຄອນເທນເນີລຳທຳອິດທີ່ໄດ້ທຽບທ່າເຮືອຫວຸ້ງອ່າງ ໃນວັນທີ 10 ເມສາ 2021 ເປັນຂີດໝາຍແຫ່ງບາດກ້າວເລີ່ມຕົ້ນທີ່ດີງາມໃນການຮ່ວມສຳພັນລະຫວ່າງຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ແລະ ບໍລິສັດ ໃຫຍ່ເຕິນກ່າງໄຊງ່ອນ, ໂດຍຜ່ານບໍລິສັດຫຸ້ນສ່ວນທ່າເຮືອສາກົນ ລາວ – ຫວຽດນາມ ແລະ ບໍລິສັດຫຸ້ນສ່ວນຂົນສົ່ງທາງທະເລເຕີນກາງ.

May be an image of 1 person
Mr. DO Xuan Minh, Director of SNP Logistics

ຈາກນີ້, ເສັ້ນທາງຂົນສົ່ງຕູ້ຄອນເທນເນີລະຫວ່າງທ່າເຮືອ ຮາຍຟອງ – ຮ່າຕິ້ງ – ນະຄອນໂຮ່ຈິມິນ ໄດ້ຈັດຂຶ້ນ 2-4 ຖ້ຽວ/ເດືອນ ເຊິ່ງໄດ້ດໍາເນີນໄປຢ່າງໝັ້ນຄົງ, ປະກອບສ່ວນຊ່ວຍໜູນໃຫ້ບັນດາວິສາຫະກິດຢູ່ເຂດເສດຖະກິດຫວຸ້ງອ່າງ ກໍຄືໃນບໍລິເວນແຂວງ ຮ່າຕິ້ງ ແລະ ບັນດາແຂວງຢູ່ໃນພາກພື້ນເຄື່ອນໄຫວຢ່າງໝັ້ນຄົງ, ຮັບປະກັນໃຫ້ການນຳເຂົ້າ ແລະ ສົ່ງອອກສິນຄ້າ, ລະບົບການບໍລິການທີ່ກຳນົດເສັ້ນທາງກໍໄດ້ສ້າງພື້ນຖານ ແລະ ຄວາມໝັ້ນໃຈໃນການດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາແຂວງຕື່ມອີກ.

May be an image of 1 person
Mr. Nguyen Anh Tuan, Director of Lao Viet International Port

ດ້ວຍເງື່ອນໄຂທຳມະຊາດທີ່ມີຢູ່, ບັນດານະໂຍບາຍທີ່ຊ່ວຍໜູນໃຫ້ແກ່ວິສາຫະກິດ, ຄວາມຕັດສິນໃຈຂອງຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ບວກກັບວິໄສທັດໃນການພັດທະນາ ລະບົບຂົນສົ່ງໃນໄລຍະຍາວ ຕາມການກຳນົດທິດລະດັບຊາດ ແລະ ສາກົນຂອງ ບໍລິສັດໃຫຍ່ເຕິນກ່າງໄຊງ່ອນ, ການຮ່ວມເດີນທາງ, ຄວາມເປັນຫ່ວງເປັນໃຍຂອງບັນດາວິສາຫະກິດ ຂົນສົ່ງ, ການສົ່ງອອກ – ນຳເຂົ້າ, ບໍລິສັດເຮືອບັນທຸກສາກົນ, ບັນດາວິທີການແກ້ໄຂທີ່ແທດຈິງ, ຍຸດທະສາດໃນການເຄື່ອນໄຫວທີ່ລະອຽດ ເພື່ອຊຸກຍູ້ການພັດທະນາຢ່າງສົມບູນແບບຂອງລະບົບນິເວດ ການຂົນສົ່ງ ຢູ່ ຫວຸ້ງອ່າງ ແຂວງ ຮ່າຕິງ ເຊິ່ງໄດ້ນຳເອົາຜົນປະໂຫຍດຢ່າງກົມກຽວມາໃຫ້ແກ່ຝ່າຍຕ່າງໆ, ສ້າງໃຫ້ເປັນຈຸດສຳຄັນໃນການພັດທະນາເສດຖະກິດລວມຂອງພາກພື້ນທັງໜົດ.

May be an image of 1 person
Mr. Sakhone PHILANGAM, Director Vientiane Logistics Park Co.,Ltd

ໃນໂອກາດດັ່ງກ່າວ ທ່ານ ຄຳເຜີຍ ແກ້ວກິນນາລີ ໄດ້ຍົກໃຫ້ເຫັນການສຳມະນາຄັ້ງນີ້ເປັນເຫດການສຳຄັນ, ເປັນຂົວຕໍ່ໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລາວ-ຫວຽດນາມ-ລາວ, ທັງເປັນການສ້າງກາລະໂອກາດໃຫ້ແກ່ບັນດາວິສາຫະກິດຂອງທັງສອງປະເທດ.

May be an image of 1 person
Mr. Pariya Nuanthasing, Director of Business Development PTL Holding Co.,Ltd

ພິເສດແມ່ນບັນດາວິສາຫະກິດຂອງລາວ ໄດ້ພົບປະ, ປຶກສາ ແລະ ແລກປ່ຽນຄຳເຫັນນຳກຸ່ມບໍລິສັດ ເຕິນກາງໄຊງ່ອນ, ແຂວງ ຕິ້ງ ເພື່ອກ້າວໄປເຖິງການຮ່ວມມື, ສົ່ງເສີມບັນດາທ່າແຮງເພື່ອການພັດທະນາເສດຖະກິດຂອງສອງປະເທດ, ເຖິງວ່າໃນໄລຍະປັດຈຸບັນນີ້ ທັງສອງປະເທດລາວ ແລະ ຫວຽດນາມ ພວມສຸມທຸກຄວາມພະຍາຍາມຕ້ານກັບພະຍາດ ໂຄວິດ-19 ທີ່ພວມລະບາດຢ່າງຮ້າຍແຮງ ໂດຍຈະພ້ອມກັນຜ່ານຜ່າ, ພ້ອມກັນພັດທະນາ ແລະ ພ້ອມກັນເຊື່ອມໂຍງກັບພາກພື້ນ ແລະ ໃນໂລກ.

May be an image of 1 person
Mr. Truong Tan Loc, Maketing Director of Saigon Newport Corporation

ໃນກອງປະຊຸມຄັ້ງນີ້ສະເພາະຝ່າຍລາວໄດ້ນຳສະເໜີໃນຫົວຂໍ້: ໂຄງການເຊື່ອມໂຍງໂລຈິດສະຕິກລາວ ແລະ ຫົວຂໍ້: ທ່າເຮືອທ່ານາແລ້ງ ແລະ ທ່າແຮງໃນການເຊື່ອມໂຍງ ໂລຈິດສຕິກ ຂອງລາວ ແລະ ຫວຽດນາມ.