ໂຄວິດພາກໄປອີກແລ້ວ 2 ຊີວິດ, ຕິດເຊື້ອໃໝ່ 447 ຄົນ

848

ໂຄວິດບໍ່ມີລົດລະ ເຫັນວ່າຍັງແຜ່ລາມໄປບໍ່ຢຸດ ຫຼ້າສຸດພົບຜູ້ຕິດເຊື້ອໃໝ່ 447 ຄົນ, ພາກໄປອີກ 2 ຊິວິດ ຄະນະສະເພາະກິດຢ້ຳວ່າຕ້ອງຮັກສາໄລຍະຫ່າງທາງສັງຄົມໃຫ້ໄດ້ ພ້ອມດຽກັນນີ້ທຸກຄົນຕ້ອງຕື່ນຕົວໄປສັກວັກຊິນ ເພື່ອສ້າງພູມຄຸ້ມກັນຕົນເອງ ແລະຄົນຮອບຂ້າງບໍ່ໃຫ້ອັນຕະລາຍຮ້າຍແຮງຫາກເກິດການຕິດເຊື້ອຂຶ້ນມາ.

ຕາມການຖະແຫຼງຂ່າວຂອງ ທ່ານ ດຣ. ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກໃນວັນທີ29ຕຸລານີ້ໃຫ້ຮູ້ວ່າ: ໃນວັນທີ 28 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.588 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 447 ຄົນ (ຕິດເຊື້ອພາຍໃນ ມີ 432 ຄົນ ແລະ ຕິດເຊື້ອນໍາເຂົ້າ 15 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 432 ຄົນ ຈາກ 12 ແຂວງຄື ນະຄອນຫຼວງ 253 ຄົນ ມາຈາກ 77, ບ້ານ, ໃນ 8 ເມືອງ, ຫຼວງພະບາງ, ມີ 54 ຄົນ ໃນ 18 ບ້ານ ແລະ 6 ເມືອງ,  ບໍ່ແກ້ວ, ມີ 52 ຄົນ ໃນ 8 ບ້ານ, ແຂວງວຽງຈັນ 23 ຄົນ, ສະຫວັນນະເຂດ, ມີ 18 ຄົນ, ຈໍາປາສັກ, ມີ 10 ຄົນ  ສາລະວັນ 10 ຄົນ, ຄໍາມ່ວນ, ມີ 7 ຄົນ, ອຸດົມໄຊ, ມີ 2 ຄົນ  ຊຽງຂວາງ, ບໍລິຄໍາໄຊ, ເຊກອງ ມີແຂວງລະ 1 ຄົນ.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 15 ຄົນ: ແຂວງໄຊຍະບູລີ 8 ຄົນ, ຈໍາປາສັກ 5 ຄົນ ແລະ ສະຫວັນນະເຂດ 2 ຄົນ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ຈາກຕົວເລກດັ່ງກ່າວເຮັດໃຫ້ມາຮອດວັນທີ 29 ຕຸລາ ລາວມີຜູ້ຕິດເຊື້ອສະສົມ ທີ່ປ່ວຍເປັນພະຍາດໂຄວິດ-19ທັງໝົດ 38.728 ຄົນ, ເສຍຊີວິດສະສົມ 61 ຄົນ (ໃໝ່ 2), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 417 ຄົນ, ກໍາລັງປິ່ນປົວ 6.769 ຄົນ.