ປະຊາຊົນບ້ານ ໂນນສີລາ ໄດ້ພ້ອມພາກັນ ສ້ອມແປງເສັ້ນທາງລະຫວ່າງບ້ານຕໍ່ບ້ານຄືນໃໝ່

602

ເມື່ອມໍ່ໆມານີ້ ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານໂນນສີລາ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ມີການຮ່ວມແຮງ ຮ່ວມໃຈກັນສ້ອມແປງເສັ້ນທາງຄືນໃໝ່ ຢ່າງເປັນຂະບວນ.

ໂດຍການຊີ້ນຳໆພາຂອງ ທ່ານ ສຸວັນໂນ ວິໄລວັນ ຮອງເລຂາພັກເມືອງປະທານກວດກາພັກ-ລັດພ້ອມທັງເປັນຫົວໜ້າ ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງໜອງບົກ ພ້ອມດ້ວຍ ທ່ານ ຄຳມອນ ພົມພິພັກ ຮອງເຈົ້າເມືອງໆໜອງບົກ , ທ່ານ ສີສຸວັນ ໂອລິຍະວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ; ຄະນະອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານໂນນສີລາ ເຂົ້າຮ່ວມຈຳນວນ 100 ກວ່າຄົນ .


ໃນການສ້ອມແປງເສັ້ນທາງໃນຄັ້ງນີ້ ແມ່ນມີຄວາມຍາວ ປະມານ 3.200 ແມັດ ທຶນແມ່ນໄດ້ມາຈາກການລະດົມນຳພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ບັນດາພໍ່ຄ້າຊາວຂາຍ ພາຍໃນບ້ານຂອງຕົນເອງ ແລະ ພາຍໃນເມືອງໜອງບົກ. ສໍາລັບການສ້ອມແປງເສັ້ນທາງ ແມ່ນໄດ້ນໍາໃຊ້ແຮງງານຂອງຄົນພ້ອມດ້ວຍລົດໄຖນາໃຫຍ່ ຈໍານວນ 8 ຄັນ ເພື່ອເປັນການປັບໜ້າທາງທີ່ມັນເປັນຂຸມ ໃນຊ່ວງລະດູຝົນຜ່ານມາ ເພື່ອໃຫ້ເສັ້ນທາງດັ່ງກ່າວຄືນສູ່ສະພາບປົກກະຕິ. ໃນການສ້ອມແປງເສັ້ນທາງໃນຄັ້ງນີ້ ແມ່ນໄດ້ໃຊ້ທຶນເຂົ້າໃນການສ້ອມແປງປະມານ 5 ລ້ານກວ່າກີບ.


ໃນໂອກາດດຽວກັນນັ້ນ ທ່ານ ສຸວັນໂນ ວິໄລວັນ ຮອງເລຂາພັກເມືອງປະທານກວດກາພັກ-ລັດ ເມືອງທັງເປັນຫົວໜ້າສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງໜອງບົກ, ທ່ານ ຄຳມອນ ພົມພິພັກ ຮອງເຈົ້າເມືອງໆໜອງບົກ ພ້ອມຄະນະຍັງໄດ້ມອບເງິນສົດ ຈຳນວນ 7 ແສນກີບ ໃຫ້ອຳນາດການປົກຄອງບ້ານ ໂນນສີລາ ເພື່ອເປັນການຊ່ວຍເຫຼືອອຳນາດການປົກຄອງບ້ານ.