ຮັບຊົມບັນທຶກການເປີດໂຕລົດ Range Rover ຮູບໂສມໃໝ່ 2022 ຢ່າງເປັນທາງການ

1430

ໃນວັນທີ 27 ຕຸລາ 2021 ທີ່ໂຮງແຮມ ຄາວພາຊາ ນະຄອນຫຼວງວຽງຈັນ ບໍລິສັດ ຈາກົວ ແລນໂລເວີ ໄດ້ຈັດພິທີ່ເປີດໂຕລົດ Range Rover ຮູບໂສມໃໝ່ ຂຶ້ນແບບທາງໄກ ເພື່ອໃຫ້ລູກຄ້າຢູ່ປະເທດລາວ ໄດ້ຊົມການເປີດໂຕລົດ ຢູ່ປະເທດອັງກິດພ້ອມໆກັນໃນທົ່ວໂລກ

ຂໍ້ມູນໃຫ້ຮູ້ວ່າ: ໃນປີ 1948, Land Rover ເປັນທີ່ຈົດຈຳພາຍໃຕ້ຮູບແບບລົດ SUV ຫຼູຫຼາ, ທົນທານ ແລະ ມີບົດບາດສໍາຄັນທີ່ໂດດເດັ່ນໃນຕະຫຼາດໂລກ. ນັບຕັ້ງແຕ່ນັ້ນມາ, Jaguar ກໍໄດ້ສ້າງເຄື່ອງໝາຍການຜະລິດລົດທີ່ສະຫງ່າງາມ, ເປັນທີ່ຈັບຕາຂອງໃຜຫຼາຍໆຄົນ. ຫຼາຍທົດສະວັດຜ່ານມານີ້ບໍລິສັດຍັກໃຫຍ່ຂອງທັງສອງໄດ້ລວມເຂົ້າກັນເປັນໜຶ່ງດຽວພາຍໃຕ້ຊື່ Jaguar Land Rover ໃນປີ 2013, ທີ່ກໍ່ໃຫ້ເກີດມີການພັດທະນາການອອກແບບປະສົມປະສານນະວັດຕະກຳ ແລະ ເຕັກໂນໂລຊີລ້ໍາສະໄໝຢູ່ສະເໝີໂດຍມີສູນອອກແບບ 2 ແຫ່ງ ແລະ ໂຮງງານຜະລິດ 3 ແຫ່ງ, ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່ລອນດອນ, ປະເທດອັງກິດ.

May be an image of 2 people

ຈາກົວແລນໂຣເວີລາວ ເຊິ່ງເປັນຜູ້ນຳເຂົ້າ ແລະ ຕົວແທນຈຳໜ່າຍຢ່າງເປັນທາງການຂອງ ຈາກົວ ແລະ ແລນໂຣເວີໃນ ສປປ ລາວ ໄດ້ ສ້າງຕັ້ງຂຶ້ນໃນປີ 2009 ພາຍໃຕ້ RMA Laos ໃນນະຄອນ ຫຼວງວຽງຈັນ ແລະ ຍັງຢູ່ພາຍໃຕ້ກຸ່ມ RMA ທີ່ຕັ້ງຢູ່ບາງກອກ ເຊິ່ງຈາກົວ ແລນໂຣເວີ ລາວເອງແມ່ນຄອງສ່ວນແບ່ງຕະຫຼາດເປັນອັນດັບ 1 ໃນກຸ່ມຕະຫຼາດລົດຫຼູຢູ່ໃນລາວ.

May be an image of 1 person

May be an image of 1 person

ໂດຍມີທີມງານທີ່ມີຄວາມຮູ້ຄວາມສາມາດໃຫ້ຄໍາແນະນໍາ ແລະ ເຄື່ອງມືທີ່ໄດ້ມາດຕະຖານຕາມຜູ້ຜະລິດຈາກົວ ແລນໂຣເວີ ແລະ ໃຫ້ບໍລິການດ້ານການຂາຍ ແລະ ຫຼັງການຂາຍຢ່າງເຕັມຮູບແບບ ມີການຮັບປະກັນ ແລະ ການສ້ອມແປງດ້ວຍອາໄຫຼ່ຂອງແທ້ຈາກໂຮງງານຕາມມາດຕະຖານຜູ້ຜະລິດ.

No photo description available.

Land Rover ໄດ້ຜະລິດລົດຄັນແລກໃນປີ 1970 ເປັນຕົ້ນມາໂດຍມີການພັດທະນາດ້ານໂຄງສ້າງ, ນະວັດຕະກຳຕ່າງໆລວມທັງເຕັກໂນໂລຊີເປັນເວລາຫຼາຍກວ່າ 50 ປີ ແລະ ໃນປີ 2021 ນີ້ທາງ Land Rover ແມ່ນໄດ້ມີການເປີດໂຕລົດ Range Rover ຮູບໂສມໃໝ່ທີ່ Opera House, ເມືອງ ລອນດອນ ປະເທດອັງກິດ ເຊິ່ງຈາກົວແລນໂຣເວີລາວແມ່ນໄດ້ຈັດການຮັບຊົມບັນທຶກການຖ່າຍທອດສົດການເປີດໂຕລົດ Range Rover ຮູບໂສມໃໝ່ ໂດຍຈຳກັດແຂກທີ່ເຂົ້າຮ່ວມພາຍໃຕ້ການຮັກສາໄລຍະຫ່າງ ແລະ ມາດຕະການປ້ອງກັນພະຍາດລະບາດ Covid-19 ຢ່າງເຂັ້ມງວດ

No photo description available.

ສຳລັບລົດ Range Rover ຮູບໂສມໃໝ່ແມ່ນຈະມີການປະກາດເປີດໂຕຢ່າງເປັນທາງການຢູ່ລາວໃນປີ 2022 ເຊິ່ງຈະເປັນການປ່ຽນແປງຄັ້ງຍິ່ງໃຫຍ່ເທົ່າທີ່ເຄີຍມີມາໂດຍການເພີ່ມຄວາມຫຼູຫຼາປານີດແບບພິເສດ, ການອອກແບບທັງພາຍໃນ ແລະ ພາຍນອກທີ່ແຕກຕ່າງທັນສະໄໝ, ເພີ່ມຄຸນສົມບັດທາງດ້ານເຕັກໂນໂລຊີໃນການຂັບຂີ່ສະດວກສະບາຍກວ່າເກົ່າ, ລະບົບເຄື່ອງຈັກຕ່າງໆທີ່ຖືວ່າການປ່ຽນຮູບໂສມຄັ້ງນີ້ແມ່ນຈະຍົກລະດັບທີ່ເໜືອກວ່າລຸ້ນກ່ອນໆເທົ່າທີ່ເຄີຍມີມາ.

No photo description available.

ຕິດຕາມຂໍ້ມູນເຕັມໄດ້ທີ່ການເປີດໂຕລົດໃນລາວປີ 2022 ເພື່ອພົບກັບລົດ SUV ແນວໜ້າສຸດຫຼູນີ້ໄປພ້ອມໆກັນ.