ເວທີແຫ່ງຄວາມໃຝ່ຝັນຂອງສາວໆຄື Miss Universe Laos ຜູ້ຍິງຄົນນີ້ກໍ່ເຊັ່ນກັນ ເອ້ ອໍາພອນແສງ MUL14

1018

ສາວງາມຄິດບວກ ພ້ອມຈະກ້າວຂຶ້ນເວທີຈັກກະວານ ເປັນອີກຫນຶ່ງສາວງາມທີ່ຫນ້າຈັບຕາເບິ່ງ ໃນເວທີ Miss Universe Laos 2021 ເຊິ່ງຜ່ານເຂົ້າ 16ຄົນເປັນທີ່ຮຽບຮ້ອຍແລ້ວ ເຮົາມາທໍາຄວາມຮູ້ຈັກກັບສາວຄົນນີ້ໃຫ້ຫລາຍຂຶ້ນ ອຳພອນແສງ ຄູນຄຳ ຫລື ເອ້ MUL14  ປັດຈຸບັນອາຍຸ 28ປີ ມາຈາກນະຄອນຫລວງວຽງຈັນ, ຈົບປະລິນຍາຕີ ສາຂາການທະນາຄານ ທີ່ສະຖາບັນການທະນາຄານ ແລະ ຈົບປະລິນຍາໂທສາຂາກົດຫມາຍທີ່ ສປ.ຈີນ.

ເອ້ໄດ້ໃຫ້ສໍພາດວ່າ: ບໍ່ເຄີຍປະກວດເວທີໃດມາກ່ອນເລີຍ, ຄວາມໃຝ່ຝັນຂອງເອ້ສຳຫລັບເວທີນີ້ແມ່ນ ຕ້ອງການເປັນ Miss Universe Laos ຄົນທີ 05 ແລະ ຢາກມີສ່ວນຮ່ວມວົງການບັນເທີງລາວໃນອະນາຄົດ.

ຄະຕິປະຈໍາໃຈຂອງເອ້ຄື “ຄິດບວກກັບທຸກສິ່ງ ເອ້ບອກໂຕເອງສະເຫມີວ່າທຸກຢ່າງ ສາມາດເປັນໄປໄດ້ ຂໍແຕ່ເຮົາວາງເປົ້າຫມາຍໃຫ້ຊັດເຈນ ແລະ ລົງມືເຮັດໃນສິ່ງທີ່ຫວັງເອົາໄວ້” ທີ່ເອ້ລົງປະກວດເວທີນີ້ຍ້ອນຢາກເປັນ Miss Universe Laos  2021 ຢາກເຫັນການປ່ຽນແປງຂອງໂຕເອງໃນທາງທີ່ດີຂຶ້ນ ເພາະການມາປະກວດເຮັດໃຫ້ເອ້ກ້າສະແດງອອກໃນຫລາຍດ້ານທີ່ຍັງບໍ່ເຄີຍເຮັດມາກ່ອນ ແລະ ຢາກມີປະສົບການດີໆ, ໃຫມ່ໆກັບວົງການບັນເທີງລາວ.

ຄວາມສາມາດພິເສດຂອງເອ້ ສາມາດເວົ້າໄດ້ 2 ພາສາຄື (ພາສາອັງກິດ ແລະ ພາສາຈີນ) ແລະ ເອ້ຮ້ອງເພງມ່ວນນໍາອີກ ແລະ ນີ້ແລະຄືສິ່ງທີ່ຄິດວ່າ ຈະເປັນຄວາມສາມາດພິເສດທີ່ໂດດເດັ່ນຫນຶ່ງທີ່ອາດຈະຄື ຫລື ແຕກຕ່າງຈາກຜູ້ອື່ນ ແຕ່ເອ້ກໍຈະເຮັດໃນສ່ວນຂອງຕົນເອງໃຫ້ດີທີ່ສຸດ.

ສໍາລັບ ຈຸດພິເສດຂອງເອ້ແມ່ນ ເປັນຄົນທີ່ມີຄວາມພະຍາຍາມ, ມີຄວາມອົດທົນ, ໃຈສູ້ ເອ້ມັກພັດທະນາໂຕເອງ ແລະ ຮຽນຮູ້ໄດ້ໄວ ເອ້ເຊື່ອວ່າຈຸດເດັ່ນນີ້ຈະສາມາດເອົາຊະນະໃຈຄະນະກຳມະການໄດ້ຢ່າງແນ່ນອນ ສ່ວນການກຽມຕົວກ່ອນເຂົ້າປະກວດແມ່ນໄດ້ຊ້ອມຍ່າງ, ຮຽນຮູ້ຄວາມຮູ້ຮອບຕົວເພີ່ມຂຶ້ນ ແລະ ເບິ່ງແຍງໂຕເອງໃນລະດັບຫນຶ່ງ.

ຖ້າຫາກໄດ້ຕຳແຫນ່ງເອ້ຢາກປະກອບສ່ວນ ໃນການຊ່ວຍເຫລືອທາງດ້ານເລື່ອງການສຶກສາໃນເຂດຫ່າງໄກສອກຫລີກ ເພາະເອ້ເບິ່ງວ່າການສຶກສາເປັນສິ່ງທີ່ສຳຄັນສຳລັບນ້ອງໆຂຶ້ນໃຫມ່ ໃນການເຮັດໃຫ້ນ້ອງໆໄດ້ຮູ້ວ່າຕົນເອງມີຄວາມຝັນແນວໃດ ແລະ ຢາກປະກອບອາຊີບຫຍັງໃນອະນາຄົດ.

ທີ່ຜ່ານມາເອ້ຍັງບໍ່ເຄີຍມີຜົນງານຫຍັງໃນດ້ານວົງການບັນເທີງເທື່ອ ແຕ່ກໍຫວັງວ່າໃນອະນາຄົດຈະໄດ້ຮ່ວມງານກັບວົງການບັນເທີງ, ກິດຈະກຳຍາມວ່າງທີ່ບໍ່ໄດ້ເລີຍແມ່ນ ອ່ານຫນັງສື ແລະ ການຟັງຄລິບວິດີໂອທີ່ເປັນແຮງພັກດັນທາງດ້ານຄວາມຄິດ, ການນັ່ງສະມາທິ, ການອອກກຳລັງກາຍ ແລະ ການຮ້ອງເພງເພາະເອ້ຮັກໃນການຮ້ອງເພງເປັນຊີວິດຈິດໃຈ. ຕອນນີ້ເອ້ກໍເປັນ Top16 ຂອງຜູ້ເຂົ້າປະກວດ Miss Universe Laos 2021 ປີນີ້ເອ້ກໍ 28ປີ ເຊິ່ງເປັນປີສຸດທ້າຍທີ່ສາມາດເຂົ້າສະຫມັກປະກວດ Miss Universe Laos ໄດ້ ເອ້ຈະເຮັດໂອກາດນີ້ໃຫ້ດີທີ່ສຸດ ຝາກເຊຍເອ້ແດ່ເດີ້ ເອ້ ອຳພອນແສງ ຄູນຄຳ MUL14ແດ່ເດີ້ ເຟສບຸກ Amphoneseng A Khounkham.

ຮູບ:  Amphoneseng A Khounkham