ປະກາດແຕ່ງຕັ້ງທ່ານ ມະໂນທອງ ວົງໄຊ ເປັນຮອງລັດຖະມົນຕີ ກະຊວງ ຜທ

2105

ໃນວັນທີ 27 ຕຸລາ 2021 ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີປະກາດ ການຈັດຕັ້ງຂອງກະຊວງແຜນການ ແລະ ການລົງທຶນ ຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ພ້ອມມີສະຫາຍ ດວງຕາ ຈຸມພາວັນ ຫົວໜ້າກົມຄຸ້ມຄອງພະນັກງານ, ກຳມະການພັກໃນຄະນະຈັດຕັ້ງ; ມີຫົວຫນ້າກົມ, ຮອງກົມ ແລະ ພະນັກງານທຸກຄົນທີ່ເຂົ້າຮ່ວມໃນພິທີ.

ໃນພິທີ ໄດ້ປະກາດແຕ່ງຕັ້ງ ສະຫາຍ ມະໂນທອງ ວົງໄຊ ເປັນຮອງລັດຖະມົນຕີ ກະຊວງ ກະຊວງແຜນການ ແລະ ການລົງທຶນ (ຜທ); ແຕ່ງຕັ້ງ ສະຫາຍ ວຽງສະຫວັນ ວິໄລພອນ ເປັນຮອງປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ ແລະ ແຕ່ງຕັ້ງສະຫາຍ ໄຊຊະນະ ສິດພອນ ເປັນຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ.

ໃນພິທີສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໂອ້ລົມຕໍ່ພິທີ ບາງຕອນວ່າ: ການປັບປຸງກົງຈັກການຈັດຕັ້ງ ຖືເປັນເລື່ອງປົກກະຕິຂອງພັກ-ລັດ ເຮົາ ເຊິ່ງຈະຕ້ອງໄດ້ມີການປັບປຸງ ໄປຕາມສະພາບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນແຕ່ລະໄລຍະ ແລະ ທັງເປັນການປຸກລະດົມໃຫ້ຖັນແຖວພະນັກງານໄດ້ສືບຕໍ່ ຕັ້ງໜ້າເຝິກຝົນຫລໍ່ຫລອມຕົນເອງ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດ, ແບບແຜນວິທີ່ນໍາພາປະຕິບັດວຽກງານ, ເອົາໃຈໃສ່ຍົກລະດັບຄວາມຮູ້ໃຫ້ມີລະດັບອັນແນ່ນອນ ເພື່ອໃຫ້ມີຄວາມສາມາດປະຕິບັດໜ້າທີ່ວິຊາສະເພາະ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ນັບມື້ນັບສູງຂຶ້ນ ແລະ ໄດ້ຮັບຄວາມເຊື່ອໝັ້ນ ຈາກຂັ້ນເທິງສູງຍິ່ງຂຶ້ນ. ສະນັ້ນ ສໍາລັບຜູ້ທີ່ບໍ່ທັນໄດ້ຮັບການແຕ່ງຕັ້ງໃນເທື່ອນີ້ ກໍຢ່າຟ້າວໜ້ອຍໝົກຕົກໃຈເທື່ອ, ໃຫ້ສືບຕໍ່ສ້າງຜົນງານ ແລະ ປັບປຸງຕົນເອງຂຶ້ນໄປເລື້ອຍໆ.


ໃນໂອກາດເຂົ້າຮ່ວມພິທີປະກາດການຈັດຕັ້ງ ໃນຄັ້ງນີ້, ເປັນໄລຍະເວລາ ທີ່ທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ ຜທ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ວາລະແຫ່ງຊາດ 2 ສະບັບ, ໂດຍສະເພາະແມ່ນວາລະແຫ່ງຊາດດ້ານການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເຊິ່ງມີກໍານົດເວລາປະຕິບັດຮອດປີ 2023 ເຊິ່ງໄດ້ເລັ່ງທວງໃຫ້ພວກເຮົາຕ້ອງໄດ້ທຸ້ມເທເສຍສະຫຼະ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ສູງຍິ່ງຂຶ້ນ.