ແນະນຳການປາດຢາງພາລາທີ່ຖືກຕ້ອງໃຫ້ຊາວສວນ ບ້ານເມືອງງາ

636

ຂະແໜງກະສິກຳ ແມ່ນມີພາລະບົດບາດສຳຄັນຫຼາຍ ຕໍ່ການແກ້ໄຂຄວາມທຸກຍາກ ແລະ ການພັດທະນາເສດຖະກິດຂອງແຂວງອຸດົມໄຊ ແລະ ການປູກຢາງພາລາຖືເປັນຂະບວນການທີ່ດີ ມີຫຼາຍຕໍ່ຫຼາຍຄອບຄົວໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນຍ້ອນການປູກຢາງພາລາ ແຕ່ເວົ້າເຖິງເຕັກນິກຊາວສວນຍັງຕ້ອງຮຽນຮູ້ອີກຫຼາຍ.

ຫຼ້າສຸດວັນທີ 26 ຕຸລານີ້ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ຮ່ວມກັບບໍລິສັດ ຕ້າລິງພັດທະນາຢາງພາລາ ລາວ-ຈີນ ຈຳກັດ ໄດ້ຈັດຝຶກອົບຮົມການປາດຢາງພາລາໃຫ້ແກ່ຊາວກະສິກອນທີ່ປູກຢາງພາລາ ຢູ່ບ້ານເມືອງງາ, ເມືອງງາ, ແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ທອງອິນ ຄຳສົມປອງ ປະທານສະພາການຄ້າ ແລະ ອຸສະຫະກຳ ແຂວງອຸດົມໄຊ, ມີວິທະຍາກອນທີ່ມາຈາກແຂວງ, ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ວິຊາການບໍລິສັດ, ອົງການປົກຄອງບ້ານ ພ້ອມດ້ວຍຊາວກະສິກອນ ບ້ານເມືອງງາ ເຂົ້າຮ່ວມ.

ການຝຶກອົບຮົມ ເພື່ອໃຫ້ຊາວກະສິກອນໄດ້ຮຽນຮູ້ກ່ຽວກັບຫຼັກການ, ວິທີການປາດຢາງພາລາທີ່ຖືກຕ້ອງ, ວິທີການໃນການບົວລະບັດຮັກສາ ຕົ້ນຢາງພາລາສາມາດໃຫ້ນ້ຳຢາງໄດ້ດີ ແລະ ຍືນນານ ເຊິ່ງເປັນບົດຮຽນ ແລະ ເຕັກນິກ ທີ່ມີຄວາມສຳຄັນ ກ່ອນຊາວກະສິກອນຈະລົງມືປາດຢາງພາລາ ພ້ອມນີ້ ກໍໄດ້ລົງມືໃນການຈັດຕັ້ງປະຕິບັດຕົວຈິງນຳ.

ເພື່ອໃຫ້ຊາວກະສິກອນໄດ້ຮັບຮູ້, ເຂົ້າໃຈຢ່າງຈະແຈ້ງກ່ຽວກັບຫຼັກການ, ວິທີການປາດຢາງ ແລະ ບົວລະບັດຮັກສາ ຕົ້ນຢາງຢ່າງໃຫ້ຖືກຕ້ອງ ແນໃສ່ເກັບກູ້ຜົນຜະລິດໃຫ້ໄດ້ທັງປະລິມານ ແລະຄຸນນະພາບ, ປົກປັກຮັກສາຕົ້ນຢາງພາລາໃຫ້ມີອາຍຸຍາວນານ. ການຝຶກອົບຮົມ ຊາວກະສິກອນ ຍັງໄດ້ຝຶກຊ້ອມດ້ວຍການຕັດເອົາຕົ້ນຢາງທີ່ບໍ່ໄດ້ຄຸນນະພາບມາທົດລອງຂັ້ນຕອນການປາດ ເພື່ອໃຫ້ມີຄວາມຊຳນານງານກ່ອນລົງມືປະຕິບັດຕົວຈິງຕື່ມອີກ.

ຈາກ: ສະຖານີວິທະຍຸ ໂທລະພາບ ແຂງ ອຸດົມໄຊ