ບໍ່ແກ້ວ ແຕ່ງຕັ້ງ ທ່ານ ທອງຫຼໍ່ ສີຫາໂຄດ ເປັນເປັນວ່າການປະທານສານປະຊາຊົນເຂດ II

680

ໃນວັນທີ 27 ຕຸລາ 2021 ນີ້ ແຂວງ ບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II ແຂວງ ບໍ່ແກ້ວ. ຜ່ານລະບົບວີດີໂອທາງໄກ ໂດຍການໃຫ້ກຽດເຂົ້າຮ່ວມ ຈັນທອນ ພົນທະລາ ເຈົ້າເມືອງໆຜາອຸດົມ, ມີທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະພັກ ປະທານກວດກາພັກ ຮອງປະທານສານປະຊາຊົນສູງສຸດ, ມີຄະນະປະຈໍາ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງຫຼໍ່ ສີຫາໂຄດ ວ່າການປະທານສານປະຊາຊົນເຂດ II ແຂວງ ບໍ່ແກ້ວ ໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນຜົນສໍາເລັດໃນຫຼາຍດ້ານ. ສານປະຊາຊົນເຂດ II ແຂວງ ບໍ່ແກ້ວ ມີພະນັກງານທັງໝົດ 09 ທ່ານ, ຍິງ 04 ທ່ານ, ວ່າການປະທານສານ 01 ທ່ານ. ເຊິ່ງໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກໃນການສຶກສາ-ອົບຮົມ, ນໍາເອົາແນວທາງນະໂຍບາຍປ່ຽນແປ່ງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິຄໍາສັ່ງ, ຄໍາແນະນໍາຕ່າງໆມາຈັດຕັ້ງຜັນຂະຫຍາຍເຊື່ອມຊືມໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ເຊື່ອມຊືມ ແລະ ກໍາແໜ້ນຕໍ່ແນວທາງປ່ຽນແປ່ງໃໝ່ຂອງພັກ.

ໂດຍຖືເອົາການສໍາຫຼວດຕົນເອງ ແລະ ໝູ່ຄະນະ ເພື່ອເປັນການຕໍານິສົ່ງຂ່າວກໍ່ສ້າງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນ 09 ເດືອນຜ່ານມາ ໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມແນວທາງນະໂຍບາຍປ່ຽນແປ່ງໃໝ່ຂອງພັກ ແລະ ລະບຽບກົດໝາຍຂອງລັດ. ໃນນີ້, ມີຄະດີທີ່ເຂົ້າມາສານປະຊາຊົນເຂດ II ທັງໝົດ 23 ເລື່ອງ, ແກ້ໄຂສໍາເລັດ 20 ເລື່ອງ, ຍັງພວມດໍາເນີນ 03 ເລື່ອງ. ໃນນີ້, ຄະດີອາຍາ 19 ເລື່ອງ, ຄະດີແພ່ງ 01 ເລື່ອງ ແລະ ຄະດີຄອບຄົວ 03 ເລື່ອງ.

ສານປະຊາຊົນເຂດ II ແຂວງ ບໍ່ແກ້ວ ນອກຈາກ, ການປະຕິບັດວຽກງານວິຊາສະເພາະແລ້ວ ຍັງໄດ້ລົງໂຄສະນາເຜີຍແຜ່ແນວທາງປ່ຽນແປ່ງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ແກ່ບັນດາກຸ່ມເປົ້າໝາຍເຂດຈຸດສຸມ ໃນຂອບເຂດເມືອງ ຜາອຸດົມ ແລະ ຍັງໄດ້ເອົາໃຈໃສ່ຕິດຕາມກວດກາ ຕາມສິດ ແລະ ພາລະບົດບາດການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆເປັນຕົ້ນແມ່ນ: ຄະນະສານ, ຜູ້ພິພາກສາ, ຜູ້ຊ່ວຍພິພາກສາ, ຈ່າສານ ຕະຫຼອດຮອດພະນັກງານ-ລັດຖະກອນ ໃຫ້ປະຕິບັດຕາມແນວທາງປ່ຽນແປ່ງໃໝ່ຂອງພັກ ແລະ ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.

ຈາກນັ້ນ, ທ່ານ ສາກົນ ໄຊຍະລາດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມຈັດຕັ້ງ-ພະນັກງານສານປະຊາຊົນສູງສຸດ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດສະບັບເລກທີ່ 224/ຄປຈ, ລົງວັນທີ່ 10 ກັນຍາ 2021. ວ່າດ້ວຍການແຕ່ງຕັ້ງ ພະນັກງານສານປະຊາຊົນທ້ອງຖິ່ນ. ມາດຕາ 01: ຄະນະປະຈໍາສະພາແຫ່ງຊາດ ຕົກລົງແຕ່ງຕັ້ງ ທ່ານ ທອງຫຼໍ່ ສີຫາໂຄດ ວ່າການປະທານສານປະຊາຊົນເຂດ II ແຂວງ ບໍ່ແກ້ວ ເປັນປະທານສານປະຊາຊົນເຂດ II ແຂວງ ບໍ່ແກ້ວ.

ໂອກາດນີ້, ທ່ານ ຈັນທອນ ພົນທະລາ ເຈົ້າເມືອງໆຜາອຸດົມ ຕາງໜ້າສານປະຊາຊົນສູງສຸດ ໃຫ້ກຽດຂື້ນປະດັບທະນູບ່າ ແລະ ມອບມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ ໃຫ້ແກ່ຜູ້ທີ່ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ໂດຍສ່ອງໜ້າກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເປັນສັກຂີພິຍານ.

ຈາກ: ໜັງສືພິມບໍ່ແກ້ວ