ໝໍເກັ່ງຫຼາຍເດີ! ສະຫວັນນະເຂດປິ່ນປົວຫາຍດີ 47 ຄົນ

714

ເຊື່ອວ່າຫຼາຍຄົນຕິດຕາມຂ່າວນີ້ມາໂດຍຕະຫຼອດກ່ຽວກັບຕົວເລກຂອງທີ່ປິ່ນປົວຫາຍດີຈາກໂຄວິດ 19 ໃນແຕ່ລະວັນ ໂດຍສະເພາະແຂວງ ສະຫວັນນະເຂດ ເຊິ່ງໃນໄລຍະທີ່ຜ່ານມາ ແມ່ນແຂວງນີ້ ມີການແຜ່ລະບາດຢ່າງໜັກ ແຕ່ສະພາບການເລີ່ມດີຂຶ້ນເປັນລຳດັບ ຫຼ້າສຸດກັບບ້ານໄດ້ເພີ່ມ 47 ຄົນ ຕ້ອງຊົມເຊີຍທ່ານໝໍທຸກທ່ານ.

ວັນທີ 27 ຕຸລາ 2021 ໄດ້ສົ່ງຕົວຜູ້ທີ່ປິ່ນປົວຫາຍດີຈາກພະຍາດ ໂຄວິດ-19 ຈຳນວນ 47 ຄົນ ເຂົ້າສູນຂອງເມືອງ ເພື່ອຕິດຕາມອາການຕໍ່ໄລຍະໜຶ່ງ ໃນນີ້ແມ່ນອອກຈາກໂຮງໝໍສະໜາມຫຼັກ 9 ທັງໝົດ.

ໂດຍກ່ອນກັບຄືນກຸ່ມວຽກຂ່າວສານເພື່ອສຸຂະພາບ ແລະ ສຸຂະສຶກສາ ໄດ້ໃຫ້ຄວາມຮູ້ກັບຜູ້ທີ່ປີ່ນປົວດີເເລ້ວ ແລະ ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງສືບຕໍ່ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ,ບ້ານ ແລະ ສະຖານທີ່ສ່ວນຕົວ.

ພ້ອມນີ້ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານຈົ່ງເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

ສຳລັບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນແຂວງສະຫວັນນະເຂດມາຮອດປະຈຸບັນມີຍອດສະສົມທັງໝົດ 7.608 ຄົນ, ປີ່ນປົວດີເເລ້ວສະສົມ 7.361 ຄົນ, ຍັງປີ່ນປົວຢູ່ໂຮງໝໍສະໜາມ 247 ຄົນ, ເສັຍຊີວິດສະສົມ 11 ຄົນ,ຍິງ 2 ຄົນ. ( 27 ຕຸລາ 2021).

ຈາກ: ພະແນກສາທາລະນະສຸກ ແຂວງ ສະຫວັນນະເຂດ